
ຄະນະກຳມະການພາລາແລມປິກ ລາວ-ໄທ ຮ່ວມມືກັນສົ່ງເສີມພັດທະນານັກກິລາຄົນພິການສອງຊາດກ້າວສູ່ເວທີສາກົນ
ຄະນະກຳມະການພາລາແລມປິກ ລາວ-ໄທ ຮ່ວມມືກັນສົ່ງເສີມພັດທະນານັກກິລາຄົນພິການສອງຊາດກ້າວສູ່ເວທີສາກົນ
…………………………..
ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ຫຼື MOU ຈັດຂຶ້ນເມື່ອວັນທີ 13 ພຶດສະພາ ຜ່ານມາ, ທີ່ສະໜາມກິລາຄົນພິການແຫ່ງປະເທດໄທ, ລະຫວ່າງ ທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານ ຄະນະກຳມະການພາລາແລມປິກແຫ່ງຊາດລາວ ແລະ ທ່ານ ໄມຕຣີ ຄົງເລືອງ ນາຍົກສະມາຄົມກິລາຄົນພິການແຫ່ງຊາດໄທ ໃນພຣະຣາຊະຊູປະຖຳ, ມີ ທ່ານ ອັດສະວິນ ຈິ້ວນາຣາຍ ຜູ້ອຳນວຍການສຳນັກງານການກິລາແຫ່ງປະເທດໄທ ພາກ 2 ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄະນະກຳມະການພາລາແລມປິກແຫ່ງຊາດລາວ ພ້ອມດ້ວຍບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບບົດບັນທຶກຄວາມເຂົ້າໃຈໃນການເຊັນສັນຍາຮ່ວມກັນໃນຄັ້ງນີ້ ແມ່ນເນັ້ນໃສ່ການສ້າງຄວາມຮ່ວມມື ແລະ ເຊື່ອມໂຍ່ງລະຫວ່າງກິລາດ້ວຍກັນ ໂດຍໃຊ້ພື້ນຖານຂອງຄວາມສຳພັນທະໄມຕີອັນດີງາມທີ່ມາຢ່າງຍາວນານ ແລະ ຄວາມຕັ້ງໃຈຮ່ວມກັນໃນການຍົກລະດັບສັກກະຍະພາບນັກກິລາຄົນພິການໃຫ້ສາມາດແຂ່ງຂັນໃນລະດັບສາກົນ. ທາງສະມາຄົມກິລາແຫ່ງປະເທດໄທ ແລະ ຄະນະກຳມະການພາລາແລມປິກແຫ່ງຊາດລາວ ແມ່ນມີວິໄສທັດ ແລະ ຄວາມມຸ້ງໝັ້ນທີ່ຈະພັດທະນາຄູຝຶກສອນ, ນັກກິລາ ແລະ ບຸກຄະລາກອນທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດພັດທະນາສັກກະຍະພາບ ແລະ ສ້າງໂອກາດໃຫ້ກັບນັກກິລາຄົນພິການ ລາວ-ໄທ ໄດ້ກ້າວສູ່ເວທີການແຂ່ງຂັນລະດັບສູງຕໍ່ໄປ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Wednesday, 5 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














