
ລັດຖະບານແຫ່ງ ສປປ ລາວ ມອບເງິນອຸດໜູນຊົມເຊີຍຜົນງານ ສະຫະພັນກິລາເພາະກາຍແຫ່ງຊາດລາວ ມູນຄ່າ 388.220.000 ກີບ
ລັດຖະບານແຫ່ງ ສປປ ລາວ ມອບເງິນອຸດໜູນຊົມເຊີຍຜົນງານ ສະຫະພັນກິລາເພາະກາຍແຫ່ງຊາດລາວ ມູນຄ່າ 388.220.000 ກີບ ທີ່ສ້າງຜົນງານໂດດເດັ່ນລະດັບສາກົນ ສ້າງກຽດຊື່ສຽງ ແລະ ຄວາມພາກພູມໃຈມາສູ່ ປະເທດລາວ ໃນ 3 ງານໃຫຍ່ ທີ່ທັບນັກກິລາເພາະກາຍທີມຊາດລາວ ສາມາດສ້າງຜົນງານທີ່ພົ້ນເດັ່ນ ໃນປີ 2024-2025 ຜ່ານມາ:
– ການແຂ່ງຂັນກິລາເພາະກາຍຊີງແຊ້ມໂລກ ຄັ້ງທີ 15 ທີ່ປະເທດເມົາດິບ, ຍາດມາໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງ
– ການແຂ່ງຂັນກິລາເພາະກາຍຊີງແຊ້ມ ເອຊຽນ ຄັ້ງທີ 56 ທີ່ປະເທດອິນໂດເນເຊຍ, ຍາດມາໄດ້ 1 ຫຼຽນເງິນ
– ການແຂ່ງຂັນກິລາເພາະກາຍຊີງແຊ້ມອາຊຽນ ຄັ້ງທີ 18 ທີ່ ສປປ ລາວ ເປັນເຈົ້າພາບ, ຍາດມາໄດ້ 5 ຫຼຽນຄຳ, 4 ຫຼຽນເງິນ ແລະ 15 ຫຼຽນທອງ.
ພິທີມອບ-ຮັບໃນຄັ້ງນີ້ ແມ່ນໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2025 ທີ່ຫ້ອງປະຊຸມກົມກິລາລະດັບສູງ, ໃຫ້ກຽດມອບໂດຍ ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ມີຄະນະບໍລິຫານງານ ສະຫະພັນກິລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍນັກກິລາ ເຂົ້າຮ່ວມ.
Photo: Lao sport media
ຂໍ້ມູນຂ່າວຈາກ #ຂ່າວກິລາLaoNationalTV
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Wednesday, 5 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














