Copy of site cover (64)
ອາລ-ນາຊເຊີ່ ງານເຂົ້າແລ້ວ! ໂຣນັລໂດ ຕັ້ງເງື່ອນໄຂ 3 ຂໍ້ເພື່ອແລກກັບການຕໍ່ສັນຍາໃໝ່
ຮຽບຮຽງໂດຍ:kaling
ເຜີຍແຜ່: 15 May, 2025

ອາລ-ນາຊເຊີ່ ມີບັນຫາ! ໂຣນັລໂດ ຕັ້ງເງື່ອນໄຂ 3 ຂໍ້ເພື່ອຕໍ່ສັນຍາ

ຄຣິສເຕຍໂນ ໂຣນັລໂດ ໄດ້ຕັ້ງເງື່ອນໄຂ 3 ຂໍ້ໃຫ້ທີມອາລ-ນາຊເຊີ່ ຖ້າຕ້ອງການໃຫ້ລາວຕໍ່ສັນຍາ: ປົດຜູ້ອຳນວຍການກິລາ, ປົດໂຄ້ດພິໂອລີ ແລະ ຍ້າຍນັກເຕະດັງຫຼາຍຄົນອອກ – ເນັ້ນວ່າຖ້າບໍ່ມີການປ່ຽນແປງ ທີມຈະບໍ່ໄດ້ແຊມລາຍການໃຫຍ່.

ຄຣິສເຕຍໂນ ໂຣນັລໂດ ກັບຕັນທີມອາລ-ນາຊເຊີ່ ແຈ້ງກັບທາງສະໂມສອນວ່າລາວຈະຍອມຕໍ່ສັນຍາຖ້າສະໂມສອນດຳເນີນການຕາມເງື່ອນໄຂ 3 ຂໍ້ທີ່ລາວຕ້ອງການ, ຕາມລາຍງານຈາກ “ໂອຄາຊ ສປອດ” ສື່ກິລາໃນປະເທດຊາອຸດີ ອາຣາເບຍ.

ໂຣນັລໂດ ເຊັນສັນຍາມາຫຼິ້ນໃຫ້ອາລ-ນາຊເຊີ່ ໃນປີ 2023 ເຮັດໃຫ້ຫຼາຍຄົນຄາດຫວັງວ່າລາວຈະພາທີມໄດ້ແຊມຫຼາຍລາຍການ ແຕ່ຈົນຮອດປັດຈຸບັນ ລາວໄດ້ແຊມກັບທີມພຽງລາຍການດຽວຄື ອາຣັບ ຄລັບ ແຊມປຽນສ໌ ຄັບ ຫຼື ລາຍການແຂ່ງຂັນສະເພາະສະໂມສອນໃນເຂດອາຣັບ ປະຈຳປີ 2023 ເທົ່ານັ້ນ.

ປັດຈຸບັນ ໂຣນັລໂດ ເຫຼືອສັນຍາກັບອາລ-ນາຊເຊີ່ ພຽງແຕ່ຮອດວັນທີ 30 ມິຖຸນານີ້ເທົ່ານັ້ນ ແລະ ຍັງບໍ່ມີສັນຍານໃດໆທີ່ຈະມີການຕໍ່ສັນຍາ. ໂດຍກ່ອນໜ້ານີ້ມີລາຍງານວ່າການເຈລະຈາຖືກລະງັບໄວ້ຊົ່ວຄາວ.

ຫຼ້າສຸດ “ໂອຄາຊ ສປອດ” ລາຍງານວ່າ ໂຣນັລໂດ ຕັ້ງເງື່ອນໄຂ 3 ຂໍ້ເພື່ອຕໍ່ສັນຍາ:

  1. ປົດ ເຟຣນານໂດ ເອຍໂຣ ອະດີດກອງຫຼັງຊື່ດັງຈາກຕຳແໜ່ງຜູ້ອຳນວຍການກິລາຂອງສະໂມສອນ ແລະ ເອົາຄົນໃໝ່ທີ່ມີອຳນາດໃນການເສີມທີມຢ່າງເຕັມທີ່
  2. ປົດ ສເຕຟາໂນ ພິໂອລີ ຈາກຕຳແໜ່ງຜູ້ຝຶກສອນຂອງທີມ ທ່າມກາງຂ່າວລືວ່າ ໂຣນັລໂດ ບໍ່ເຫັນດີກັບເທັກນິກຂອງພິໂອລີເທົ່າໃດ
  3. ການຈັດການດ້ານນັກເຕະ ໂດຍລາວຕ້ອງການໃຫ້ທີມຍ້າຍນັກເຕະຫຼາຍຄົນອອກ ເຊັ່ນ: ອາຍເມິຣິກ ລາປອກຕ໌ ກອງຫຼັງຊື່ດັງ, ເບນໂຕ ຜູ້ຮັກສາປະຕູຊາວບຣາຊິລ, ອັງເຈໂລ ກາເບຣຍລ ກອງກາງຊາວບຣາຊິລ ແລະ ເວສລີ່ຍ໌ ນັກເຕະຊາວບຣາຊິລອີກຄົນໜຶ່ງ. ພ້ອມກັນນັ້ນຕ້ອງການໃຫ້ ຊາດິໂອ ມາເນ່ ແລະ ຈອນ ດູຣານ ຢູ່ຮ່ວມທີມກັບລາວຕໍ່ໄປ

ໂຣນັລໂດ ເຫັນວ່າຈະຕ້ອງມີການປັບປ່ຽນທັງເລື່ອງໃນສະໜາມ ແລະ ນອກສະໜາມ ຖ້າທີມຕ້ອງການຈະໄດ້ແຊມລາຍການໃຫຍ່ໆ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 25 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
663.41
673.63
european-union
EUR
24,148
24,632
china
CNY
2,919
2,977
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-25T164337.489
ປະທານປະເທດລາວ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງສະຫະພັນ ຣັດເຊຍ
_cover - 2025-07-25T151906.594
ແຈ້ງການເຖິງນາຍບ້ານ 60 ບ້ານ ທົ່ວເມືອງຫາດຊາຍຟອງ ໃຫ້ປະຊາຊົນ ແລະ ນາຍບ້ານ ກະກຽມຄວາມພ້ອມຮັບມືນໍ້າຖ້ວມ
_cover - 2025-07-25T145634.850
ຈັບແລ້ວ! ໜຸ່ມມືໄວ ກໍ່ເຫດ 21 ຄັ້ງ ພ້ອມຂອງກາງຫຼາຍລາຍການ ລົດຈອດແຄມທາງ ຄືເປົ້າໝາຍ!
_cover - 2025-07-25T140448.536
ກຸ່ມຄົນທີ່ລະເມີດລ່າສັດທີ່ໄກ້ຈະສູນພັນ ( ໂຕຂາແດງ) ໄດ້ຮັບການສຶກສາອົບຮົມ ແລະ ດຳເນີນຄະດີຕາມກົດໝາຍແລ້ວ
pele - 2025-07-25T133158.321
ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳ, ທອງ, ຊືນ ແລະ ສັງກະສີ
_cover - 2025-07-25T122735.894
ແຈ້ງການຈາກໂຍທານະຄອນຫຼວງວຽງຈັນ ຂໍຄວາມຮ່ວມມື ຫ້າມຈອດຍານພາຫະນະຢູ່ຕາມແຄມທາງ (ສອງຟາກທາງ) ຕາມເສັ້ນທາງທີ່ກຳນົດ
pele - 2025-07-25T103456.731
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025. ທີ່ ນິວຢອກ, ສ.ອາເມລິກາ.
_cover - 2025-07-25T104001.543
ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ(UNSC) ປະຊຸມສຸກເສີນ ກ່ຽວກັບເຫດການໄທ - ກຳປູເຈຍ ຂໍໃຫ້ໃຊ້ຄວາມອົດກັ້ນສູງສຸດ
pele - 2025-07-25T095805.007
ຈັບຕົວຜູ້ຂົນສົ່ງຢາເສບຕິດ ພ້ອມຂອງກາງ ຢາບ້າ 4,160,000 ເມັດ ແລະ ຢາໄອສ໌ 159 ຫໍ່ ໃນລົດຂົນສົ່ງນໍ້າກ້ອນ
_cover - 2025-07-25T094353.467
"ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ" ຈຳນວນ 1 ລ້ານໂດລາສະຫະລັດ ກັບອີກຈຳນວນ 3 ຕື້ກີບ
ຢ່າລື່ມກົດຕິດຕາມ