
ບາເຊໂລນາ ເອົາຊະນະ ເອສປັນຍອນ, ຮັບປະກັນຕຳແໜ່ງແຊມລາລີກາ ສະເປນ
ແຊມແລ້ວ!!! “ເຈົ້າບຸນທຸ່ມ” ບາເຊໂລນາ ບຸກມາເອົາຊະນະ ເອສປັນຍອນ ຮັບປະກັນໄດ້ແຊມ ລາລີກາ ສະເປນ ລະດູການ 2024-25.
ການແຂ່ງຂັນກິລາເຕະບານ ລາລີກາ ສະເປນ ລະດູການ 2024-25 ໃນຕອນຄ່ຳຂອງວັນພະຫັດທີ 15 ພຶດສະພາ 2025, ຄູ່ທີ່ໜ້າສົນໃຈ “ນົກແກ້ວ” ເອສປັນຍອນ ເປີດບ້ານຮັບການມາຢ້ຽມຢາມຂອງ “ເຈົ້າບຸນທຸ່ມ” ບາເຊໂລນາ.
ຜົນການແຂ່ງຂັນປະກົດວ່າ ບາເຊໂລນາ ເອົາຊະນະ ເອສປັນຍອນ ໄປ 2-0 ໄດ້ປະຕູຈາກ ລາມີນ ຢາມານ ໃນນາທີທີ 53 ແລະ ເຟີມິນ ໂລເປຊ ໃນນາທີທີ 90+5. ໃນເກມນີ້, ເອສປັນຍອນ ເຫຼືອ 10 ຄົນ ຕັ້ງແຕ່ນາທີທີ 80 ເມື່ອ ເລອັນໂດ ຄາເບເຣຣາ ໄດ້ຮັບໃບແດງ ແລະ ຖືກໄລ່ອອກຈາກສະໜາມ.
ດັ່ງນັ້ນ, ຈາກໄຊຊະນະດັ່ງກ່າວເຮັດໃຫ້ ບາເຊໂລນາ ເກັບໄດ້ເພີ່ມເປັນ 85 ຄະແນນ, ຮັບປະກັນຕຳແໜ່ງແຊມ ລາລີກາ ສະເປນ ລະດູການ 2024-25 ຢ່າງແນ່ນອນແລ້ວ, ເພາະວ່າຄະແນນທິ້ງຫ່າງ ເຣອັນ ມາດຣິດ 7 ຄະແນນ ແລະ ເຫຼືອການແຂ່ງຂັນອີກພຽງ 2 ນັດເທົ່ານັ້ນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














