Copy of site cover (68)
ຜົນການແຂ່ງຂັນບານເຕະ ອາເຊນໍ 1-0 ນິວຄາສເຊິລ ອາເຊນໍຮັບປະກັນຕຳແໜ່ງຮອງແຊ້ມຄວ້າສີດລຸຍ UCL
ຮຽບຮຽງໂດຍ:kaling
ເຜີຍແຜ່: 19 May, 2025
ໝວດ: ກິລາ

ຜົນການແຂ່ງຂັນບານເຕະ ອາເຊນອລ 1-0 ນິວຄາສເຊິລ | ຣາຢາເຊັບ-ໄຣຊ໌ຍິງປະຕູຊັຍ! ອາເຊນອລຮັບປະກັນຕຳແໜ່ງຮອງແຊ້ມ ແລະ ຄວ້າຕັ໋ວລຸຍ UCL

ຜົນການແຂ່ງຂັນພຣີເມຍລີກອັງກິດ ຄືນວັນອາທິດທີ 18 ພຶດສະພາ 2025, ອາເຊນອລ ແກ້ແຄ້ນດ້ວຍການເອົາຊະນະ ນິວຄາສເຊິລ ໃນລະດູການນີ້ໂດຍ ເດແຄລນ ໄຣຊ໌ ຍິງປະຕູຊັຍພາທີມຊະນະ 1-0 ພ້ອມຮັບປະກັນຕຳແໜ່ງຮອງຈ່າຝູງ ແລະ ຄວ້າຕັ໋ວໄປແຂ່ງຂັນ UCL ແນ່ນອນແລ້ວຫຼັງຈາກມີຄະແນນຫ່າງຈາກອັນດັບ 3 “ສາລິກາດົງ” 5 ຄະແນນ ໂດຍ “ເດອະ ແມັກພາຍສ໌” ມີ 66 ແຕ້ມເທົ່າກັບ ເຊລຊີ ແລະ ແອສຕັນ ວິລລ່າ ຕ້ອງລຸ້ນຊີ້ຊາຕາໄປຫາເວທີແຊມປຽນສ໌ ລີກ ໃນເກມປິດລະດູການວັນອາທິດໜ້າ.

ໃນການແຂ່ງຂັນຟຸດບອລພຣີເມຍລີກອັງກິດ ນັດຮອງສຸດທ້າຍຂອງລະດູການ, ເຈົ້າບ້ານ ອາເຊນອລ ຮອງຈ່າຝູງເປີດສະໜາມ ເອມິເຣດສ໌ ສະເຕດຽມ ຮັບມືກັບ ນິວຄາສເຊິລ ອັນດັບ 3 ໂດຍ “ປືນໃຫຍ່” ມີ 68 ຄະແນນ, ແຕ້ມຫຼາຍກວ່າສາລິກາດົງພຽງສອງຄະແນນ ເຊິ່ງຖ້າຂຸນພົນຂອງ ມິເກລ ອາເຕຕ້າ ຄວ້າໄຊຊະນະໄດ້ຈະຮັບປະກັນການໄປຫຼິ້ນ UCL ໃນລະດູການໜ້າທັນທີ.

ເລີ່ມເຄິ່ງແລກເມື່ອຜ່ານໄປພຽງ 6 ນາທີ, ປືນໃຫຍ່ເກືອບເສຍທ່າກ່ອນຫຼັງຈາກ ດາບິດ ຣາຢາ ອອກບອນພາດໂດນ ໂຕນາລີ່ ຕັດບອນໄດ້ກ່ອນສົ່ງບອນໄວມາໃນກ່ອງເຂດໂທດກ່ອນສົ່ງຄືນຫຼັງໃຫ້ ບຣູໂນ່ ກິມາໄຣສ໌ ເຕີມມາຍິງໄປຕິດເຊັບ ຣາຢາ ທີ່ແກ້ຕົວປ້ອງກັນໄວ້ໄດ້.

ຈາກນັ້ນອີກ 4 ນາທີຕໍ່ມາ, ນິວຄາສເຊິລ ສວນກັບມາອີກແລ້ວເກືອບພັງສະກໍນຳເຈົ້າພາບຈາກ ຕິໂນ່ ລິຟຣາເມນໂຕ້ ເຕີມມາຍິງໃນກ່ອງແຕ່ຍັງຍິງໄປຕົງຕົວ ດາບິດ ຣາຢາ.

ເຈົ້າພາບໄດ້ໂອກາດລຸ້ນຄັ້ງທຳອິດໃນນາທີ 13 ເລອັນໂດຣ ທຣອສຊາຣ໌ ລໍ້ເຂົ້າໄປກ່ອນຍິງໄປແຊັບຂາສາລິກາຫຼຸດເສົາອອກໄປແບບໄດ້ລຸ້ນ.

ແລະຈາກລູກເຕະມຸມຕໍ່ເນື່ອງ, ອາເຊນອລ ເກືອບປ່ຽນເປັນສະກໍຂຶ້ນນຳຫຼັງຈາກ ຊາກ້າ ເປີດມາເສົາແລກໃຫ້ ໂທມັສ ປາເຕ ໂຂກເຜົາຂົນແຕ່ຕິດມື ນິຄ ໂປ໊ບ ປັດມືດຽວອອກໄປ.

ບອນແລກກັນມ່ວນສະໜຸກ ນາທີ 16 ຣາຢາ ອອກແຮງເຊັບອີກຫຼັງຈາກ ຮາຣ໌ວີ່ຍ໌ ບາຣ໌ນສ໌ ໄດ້ຍິງນອກກ່ອງແຕ່ນາຍປະຕູຊາວສະເປນພຸ່ງໄປອອກໄປຢ່າງຫວຸດຫວິດ.

ຈາກນັ້ນ ນິວຄາສເຊິລ ມາເປັນຊຸດໆອີກນາທີຕໍ່ມາຈາກລູກເຕະມຸມ, ແດນ ເບີນ ເຊັດບໍ່ເຖິງ 6 ຫລາ ບອນຈະເຂົ້າຢູ່ແລ້ວແຕ່ ດາບິດ ຣາຢາ ຈະໜຽວໜຶບພຸ່ງປັດມືດຽວ, ເຖິງແມ່ນວ່າຈະໂດນຊ້ຳເຂົ້າມາແຕ່ກໍໃຊ້ຂາເຊັບໄວ້ໄດ້ອີກຄັ້ງ.

ຈົບເຄິ່ງແລກຍັງບໍ່ມີສະກໍ 0-0.

ເຄິ່ງຫຼັງ, ອາເຊນອລ ປ່ຽນເອົາ ຣິຄຄາຣ໌ໂດ້ ຄາລາຟິອໍຣີ່ ລົງມາຫຼິ້ນແທນ ຊາລີບາ ທີ່ມີອາການບາດເຈັບ.

ນາທີ 55 ພວກແຟນຄລັບກູນເນີຣ໌ສໄດ້ສະຫຼອງກັນເຕັມທີ່ເມື່ອ “ປືນໃຫຍ່” ນຳໄປ 1-0 ຈາກຈັງຫວະຕັດບອນໄດ້ກ່ອນທີ່ກັບຕັນ ໂອເດອກາຣ໌ດ ຈະລາກເຖິງເສັ້ນຫຼັງແລ້ວຕົບເຂົ້າກາງມາໃຫ້ ເດແຄລນ ໄຣຊ໌ ແລ່ນມາຍິງໂດຍບໍ່ຈັບບອນພຸ່ງແຮງເສຽບມຸມຕາຂ່າຍ.

ນາທີ 69 ອາເຊນອລ ຕໍ່ບອນຂຶ້ນມາກັນຢ່າງສວຍກ່ອນມາເຖິງ ເບນ ໄວທ໌ ລາກມາຍິງນອກກ່ອງບອນພຸ່ງແຮງຖາກເສົາອອກໄປແບບໄດ້ເສຽວ.

ຊ່ວງເວລາທີ່ເຫຼືອບໍ່ມີປະຕູເພີ່ມເຕີມ, ຈົບເກມ ອາເຊນອລ ເອົາຊະນະ ນິວຄາສເຊິລ 1-0 ຮັບປະກັນຈົບອັນດັບ 2 ແລະ ຄວ້າຕັ໋ວລຸຍ UCL ແນ່ນອນແລ້ວຫຼັງຈາກມີຄະແນນຫ່າງຈາກອັນດັບ 3 “ສາລິກາດົງ” 5 ຄະແນນ ໂດຍ “ເດອະ ແມັກພາຍສ໌” ມີ 66 ແຕ້ມເທົ່າກັບ ເຊລຊີ ແລະ ແອສຕັນ ວິລລ່າ ຕ້ອງລຸ້ນຊີ້ຊາຕາໄປຫາເວທີແຊມປຽນສ໌ ລີກ ໃນເກມປິດລະດູການວັນອາທິດໜ້າ.

ລາຍຊື່ຜູ້ຫຼິ້ນທັງສອງທີມ:

ອາເຊນອລ (4-3-3): ດາບິດ ຣາຢາ – ເບນ ໄວທ໌, ວິລລຽມ ຊາລີບາ, ຢາຄຸບ ຄິວິອອຣ໌, ໄມລ໌ສ ລູອິສ-ສະເກລລີ່ – ມາຣ໌ຕິນ ໂອເດອກາຣ໌ດ, ໂທມັສ ປາເຕ, ເດແຄລນ ໄຣຊ໌ – ບູຄາໂຢ່ ຊາກ້າ, ເລອັນໂດຣ ທຣອສຊາຣ໌, ກາເບຣຽລ ມາຣ໌ຕິເນລລີ່

ນິວຄາສເຊິລ (3-4-2-1): ນິຄ ໂປ໊ບ – ສະເວນ ບອດແມນ, ຟາເບຽນ ແຊຣ໌, ແດນ ເບີນ – ເຈຄ໊ອບ ເມີຟີ່, ຊານໂດຣ ໂຕນາລີ່, ບຣູໂນ່ ກິມາໄຣສ໌, ຕິໂນ່ ລິຟຣາເມນໂຕ້ – ຮາຣ໌ວີ່ຍ໌ ບາຣ໌ນສ໌, ແອນໂທນີ່ ກໍຣ໌ດອນ – ຄັລລັມ ວິລສັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 22 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,460
21,671
thailand (1)
THB
647.21
659.51
european-union
EUR
22,976
23,436
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER - 2025-05-22T160235.601
ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ
site_cover (34)
ຈີນໃຊ້ລົດບັນທຸກເໝືອງພະລັງໄຟຟ້າໄຮ້ຄົນຂັບ 100 ຄັນ ໃນມົງໂກເລຍໃນ ເຊື່ອມຕໍ່ 5G ແລະ AI ຈາກ Huawei
VP LANDSCAPE COVER - 2025-05-22T153404.284
ສະມາຊິກພັກ 178 ສະຫາຍ ຂອງເມືອງສະໜາມໄຊ ໄດ້ຮັບການປະດັບຫຼຽນກາລະນຶກ 70 ປີ
site_cover (33)
ແຈ້ງການມອດໄຟ ວັນທີ 25 ພຶດສະພາ 2025
VP LANDSCAPE COVER - 2025-05-22T135322.220
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ
site_cover (32)
ຈີນວິຕົກກັງວົນຢ່າງຫຼາຍ ຕໍ່ແຜນຕິດຕັ້ງ "ໂດມທອງຄໍາ" ລະບົບຕ້ານທານຂອງທຣໍາ ຍ້ານກະທົບສະຖຽນລະພາບໂລກ
VP LANDSCAPE COVER - 2025-05-22T133046.595
ສະພາບເງິນຕາຂອງລາວມີສັນຍານເປັນບວກ
site_cover (31)
"ຄິມ ຈອງ-ອຶນ" ໃຈຮ້າຍ ເຮືອພິຄາດລຳໃໝ່ ເກີດອຸບັດຕິເຫດຕໍ່ໜ້າ
site_cover (30)
ຜັກ ແລະ ໝາກໄມ້ 6 ຊະນິດ ຊ່ວຍຄຸມຄວາມດັນ ຫຼຸດການດູດຊຶມໄຂມັນ ຕ້ານອັກເສບຫຼອດເລືອດ
VP LANDSCAPE COVER - 2025-05-22T114206.912
ກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ
ຢ່າລື່ມກົດຕິດຕາມ