Google One ບັນລຸ 150 ລ້ານສະມາຊິກ ສະທ້ອນໃຫ້ເຫັນວ່າຄົນເລີ່ມຈ່າຍເງິນເພື່ອ AI ເພີ່ມຂຶ້ນ
ຈຳນວນຜູ້ສະໝັກສະມາຊິກ Google One ໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະຫຼັງຈາກເປີດຕົວແພັກເກດ AI Premium ທ່າມກາງຂໍ້ມູນສຳຫຼວດທີ່ສະແດງວ່າຄົນສ່ວນໃຫຍ່ຍັງບໍ່ພ້ອມຈ່າຍເງິນເພີ່ມສຳລັບຄຸນສົມບັດ AI
ເຖິງແມ່ນວ່າຜົນສຳຫຼວດຈາກ ZDNET/Aberdeen ຈະພົບວ່າມີພຽງແຕ່ 8% ຂອງຊາວອາເມຣິກັນທີ່ຍິນດີຈ່າຍເງິນເພີ່ມສຳລັບຄວາມສາມາດຂອງ AI, ແຕ່ຈຳນວນຜູ້ສະໝັກສະມາຊິກ Google One ກັບເພີ່ມຂຶ້ນຢ່າງກ້າວກະໂດດ. ຕາມລາຍງານຂອງ Reuters ລະບຸວ່າບໍລິການ Google One ເພິ່ງຜ່ານຈຸດ 150 ລ້ານສະມາຊິກ ເຊິ່ງເພີ່ມຂຶ້ນ 50% ຈາກເດືອນກຸມພາປີກາຍທີ່ມີສະມາຊິກ 100 ລ້ານຄົນ
ຈຸດປ່ຽນແປງສຳຄັນເກີດຂຶ້ນເມື່ອ Google ເປີດຕົວແພັກເກດ AI Premium ລາຄາ 20 ໂດລາຕໍ່ເດືອນໃນເດືອນກຸມພາ 2024 ເຊິ່ງໃຫ້ສິດເຂົ້າເຖິງ Gemini Advanced ພ້ອມການນຳໃຊ້ Gemini ໃນຜະລິດຕະພັນຕ່າງໆຂອງ Google ເຊັ່ນ Gmail ແລະ Docs. ໂດຍ Shimrit Ben-Yair ຮອງປະທານຝ່າຍ Google Photos ແລະ Google One ເປີດເຜີຍວ່າແພັກເກດລະດັບພຣີມຽມນີ້ມີຜູ້ສະໝັກສະມາຊິກຫຼາຍລ້ານຄົນ
ເມື່ອປຽບທຽບກັບຄູ່ແຂ່ງຢ່າງ ChatGPT ກໍ່ມີແນວໂນ້ມຄ້າຍຄືກັນ ໂດຍມີລາຍໄດ້ຢ່າງໜ້ອຍ 415 ລ້ານໂດລາຕໍ່ເດືອນຈາກການສະໝັກສະມາຊິກລາຄາ 20 ໂດລາເຊັ່ນກັນ. ນອກຈາກນີ້ຍັງມີຂ່າວລືວ່າ Apple Intelligence ອາດມີລາຄາຢູ່ໃນລະດັບດຽວກັນນີ້ເມື່ອເປີດຕົວໃນອະນາຄົດ. ຂໍ້ມູນເຫຼົ່ານີ້ສະທ້ອນໃຫ້ເຫັນວ່າໃນຂະນະທີ່ຄົນສ່ວນໃຫຍ່ຍັງບໍ່ພ້ອມຈ່າຍເງິນສຳລັບ AI ແຕ່ກຸ່ມທີ່ນຳໃຊ້ AI ຢ່າງຈິງຈັງກັບບໍ່ລັງເລທີ່ຈະຈ່າຍເງິນເພື່ອຄຸນສົມບັດທີ່ດີກວ່າ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,460 | 21,671 |
![]() THB | 647.21 | 659.51 |
![]() EUR | 22,976 | 23,436 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |