Copy of site cover (70)
ຄອມພິວເຕີຊ້າ ມີສຽງເຕືອນແປກໆ ກວດສັນຍານເຕືອນກ່ອນຄອມຈະເພພັງ
ຮຽບຮຽງໂດຍ:kaling
ເຜີຍແຜ່: 19 May, 2025

ຄອມພິວເຕີເປັນເຄື່ອງມືສຳຄັນໃນຊີວິດປະຈຳວັນຂອງພວກເຮົາ ບໍ່ວ່າຈະໃຊ້ໃນການເຮັດວຽກ, ການຮຽນຮູ້, ຫຼື ຄວາມບັນເທີງ. ເຖິງຢ່າງໃດກໍຕາມ, ຄອມພິວເຕີຂອງພວກເຮົາມັກມີອາຍຸການໃຊ້ງານທີ່ຈຳກັດ. ການເຊື່ອມສະພາບຕາມການໃຊ້ງານເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ແຕ່ຖ້າພວກເຮົາຮູ້ຈັກສັນຍານເຕືອນແລະວິທີການດູແລ, ພວກເຮົາຈະສາມາດຍືດອາຍຸການໃຊ້ງານແລະປ້ອງກັນບັນຫາທີ່ອາດເກີດຂຶ້ນໄດ້.

ຄອມພິວເຕີເຊື່ອມສະພາບແມ່ນຫຍັງ?
ຄອມພິວເຕີເຊື່ອມສະພາບໝາຍເຖິງການທີ່ສ່ວນປະກອບພາຍໃນຄອມພິວເຕີຫຼືເອີ້ນໄດ້ອີກແບບໜຶ່ງວ່າຮາດແວ, ເຊັ່ນ: ຮາດດິສ, ໜ່ວຍປະມວນຜົນ, ຫຼື ການ໌ດຈໍ ເລີ່ມເຮັດວຽກຜິດປົກກະຕິຈາກການໃຊ້ງານຢ່າງຕໍ່ເນື່ອງຫຼືອາຍຸການໃຊ້ງານທີ່ຍາວນານ, ເຊິ່ງເຮັດໃຫ້ອຸປະກອນເຫຼົ່ານີ້ບໍ່ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບເທົ່າເດີມ ແລະ ສົ່ງຜົນໃຫ້ເຄື່ອງຄອມພິວເຕີເຮັດວຽກຊ້າລົງ, ເກີດບັນຫາເຄື່ອງຄ້າງ, ຫຼື ຂໍ້ມູນສູນຫາຍໄດ້.

ເປັນຫຍັງການກວດສອບສະພາບຄອມພິວເຕີຈຶ່ງສຳຄັນ?
ເມື່ອຄອມພິວເຕີເຊື່ອມສະພາບ, ການແກ້ໄຂຫຼືສ້ອມແປງໃນຊ່ວງຕົ້ນໆ ຈະຊ່ວຍປ້ອງກັນຄວາມເສຍຫາຍທີ່ຫຼາຍຂຶ້ນແລະບັນຫາອື່ນໆ ທີ່ອາດຕາມມາໄດ້, ເຊັ່ນ:

ປ້ອງກັນຂໍ້ມູນສູນຫາຍ: ການທີ່ອຸປະກອນພາຍໃນບາງຢ່າງເສຍ ເຊັ່ນ: ຮາດດິສ ອາດເຮັດໃຫ້ຂໍ້ມູນສຳຄັນຫາຍໄປ. ການສຳຮອງຂໍ້ມູນເປັນປະຈຳແລະກວດສອບຮາດແວເປັນສິ່ງສຳຄັນ.
ຫຼຸດຄ່າໃຊ້ຈ່າຍ: ການສ້ອມແປງຫຼືປ່ຽນອຸປະກອນພຽງຊິ້ນດຽວຕັ້ງແຕ່ເລີ່ມມີບັນຫາ ຈະຊ່ວຍປະຢັດຄ່າໃຊ້ຈ່າຍໃນໄລຍະຍາວຫຼາຍກວ່າການປ່ຽນໃໝ່ທັງໝົດ.
ປະສິດທິພາບການເຮັດວຽກ: ການໃຊ້ຄອມພິວເຕີທີ່ຮາດແວເຮັດວຽກເຕັມປະສິດທິພາບຈະຊ່ວຍເພີ່ມປະສິດທິພາບການເຮັດວຽກໂດຍລວມ, ບໍ່ເຮັດໃຫ້ເສຍເວລາໄປກັບບັນຫາການຄ້າງຫຼືເຮັດວຽກຊ້າ.

ສັນຍານເຕືອນທີ່ຄວນລະວັງ
ການຮູ້ທັນສັນຍານທີ່ບົ່ງບອກວ່າອຸປະກອນພາຍໃນເຄື່ອງຄອມພິວເຕີຂອງທ່ານອາດເລີ່ມເຊື່ອມສະພາບຈະຊ່ວຍໃຫ້ທ່ານສາມາດແກ້ໄຂບັນຫາໄດ້ຢ່າງວ່ອງໄວ.

ຄອມພິວເຕີຊ້າລົງ: ຖ້າຄອມພິວເຕີຂອງທ່ານເຮັດວຽກຊ້າລົງກວ່າປົກກະຕິ, ເຊັ່ນ: ໃຊ້ເວລາເປີດໂປຣແກຣມຫຼືໄຟລ໌ດົນຜິດປົກກະຕິ, ອາດເກີດຈາກຮາດດິສຫຼືໜ່ວຍຄວາມຈຳທີ່ເລີ່ມເຊື່ອມສະພາບ.
ຄ້າງຫຼືຣີສຕາດເອງ: ການທີ່ຄອມພິວເຕີຄ້າງເລື້ອຍໆ ຫຼື ຣີສຕາດເອງໂດຍບໍ່ຮູ້ສາເຫດ, ອາດມາຈາກໜ່ວຍປະມວນຜົນ (CPU) ຫຼື ລະບົບລະບາຍຄວາມຮ້ອນທີ່ເຮັດວຽກບໍ່ເຕັມປະສິດທິພາບ.
ສຽງດັງຜິດປົກກະຕິ: ສຽງກະແກກກະແກນຫຼືສຽງພັດລົມດັງຜິດປົກກະຕິ, ເປັນສັນຍານທີ່ຊັດເຈນວ່າຮາດແວພາຍໃນກຳລັງມີບັນຫາ, ເຊັ່ນ: ພັດລົມທີ່ເຮັດວຽກບໍ່ດີອາດເຮັດໃຫ້ລະບົບລະບາຍຄວາມຮ້ອນລົ້ມເຫຼວ.

ວິທີການດູແລແລະປ້ອງກັນການເຊື່ອມສະພາບ
ເຖິງແມ່ນວ່າການເຊື່ອມສະພາບຂອງຄອມພິວເຕີຈະເກີດຂຶ້ນຕາມທຳມະຊາດ, ແຕ່ກໍມີວິທີການດູແລຮັກສາແລະບຳລຸງໃຫ້ອຸປະກອນຂອງທ່ານເຮັດວຽກໄດ້ຍາວນານຂຶ້ນ.

ເຮັດຄວາມສະອາດເຄື່ອງເປັນປະຈຳ: ຝຸ່ນສາມາດສະສົມໃນຄອມພິວເຕີ, ເຮັດໃຫ້ລະບົບລະບາຍຄວາມຮ້ອນບໍ່ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ. ການເຮັດຄວາມສະອາດພາຍໃນເຄື່ອງຈະຊ່ວຍປ້ອງກັນບັນຫາຄວາມຮ້ອນສະສົມ.
ອັບເດດຊອຟແວແລະໄດຣເວີ: ການອັບເດດໄດຣເວີແລະຊອຟແວຈະຊ່ວຍໃຫ້ຄອມພິວເຕີຂອງທ່ານເຮັດວຽກໄດ້ເຕັມທີ່ແລະປ້ອງກັນການເຮັດວຽກທີ່ຜິດປົກກະຕິ.
ກວດສອບການເຮັດວຽກຂອງຮາດແວ: ການກວດສອບຮາດແວຢ່າງສະໝ່ຳສະເໝີຈະຊ່ວຍໃຫ້ທ່ານຮູ້ເຖິງບັນຫາທີ່ເກີດຂຶ້ນຕັ້ງແຕ່ເລີ່ມຕົ້ນ ແລະ ສາມາດແກ້ໄຂໄດ້ທັນເວລາ.

ການສຳຮອງຂໍ້ມູນ
ໜຶ່ງໃນສິ່ງສຳຄັນທີ່ຄວນເຮັດເປັນປະຈຳຄືການສຳຮອງຂໍ້ມູນ (backup). ການເຊື່ອມສະພາບຂອງອຸປະກອນພາຍໃນເຄື່ອງຄອມພິວເຕີ, ເຊັ່ນ: ຮາດດິສ, ສາມາດເຮັດໃຫ້ຂໍ້ມູນສຳຄັນຂອງທ່ານຫາຍໄປໄດ້. ດັ່ງນັ້ນ, ການສຳຮອງຂໍ້ມູນຢ່າງສະໝ່ຳສະເໝີຈະຊ່ວຍຫຼຸດຄວາມສ່ຽງຂອງການສູນຫາຍຂອງຂໍ້ມູນ ແລະ ຊ່ວຍໃຫ້ທ່ານສາມາດກູ້ຄືນຂໍ້ມູນໄດ້ຖ້າເກີດບັນຫາ.

ເມື່ອໃດທີ່ຄວນປ່ຽນອຸປະກອນພາຍໃນເຄື່ອງຄອມ
ການຕັດສິນໃຈວ່າເມື່ອໃດທີ່ຄວນຈະປ່ຽນຮາດແວຂຶ້ນຢູ່ກັບຫຼາຍປັດໄຈ, ເຊັ່ນ: ອາຍຸການໃຊ້ງານ, ຄວາມສຳຄັນຂອງວຽກທີ່ໃຊ້ຄອມພິວເຕີ, ແລະ ບັນຫາທີ່ເກີດຂຶ້ນເລື້ອຍໆ. ຖ້າທ່ານເລີ່ມພົບສັນຍານເຕືອນທີ່ກ່າວເຖິງຂ້າງເທິງເລື້ອຍໆ, ຫຼື ຄອມພິວເຕີເລີ່ມບໍ່ຕອບສະໜອງຕໍ່ການເຮັດວຽກທີ່ຕ້ອງການ, ແນະນຳໃຫ້ພິຈາລະນາການປ່ຽນອຸປະກອນພາຍໃນໃໝ່ເພື່ອໃຫ້ສາມາດໃຊ້ງານໄດ້ຢ່າງເຕັມປະສິດທິພາບຕໍ່ໄປ.

ການດູແລຮັກສາຄອມພິວເຕີເປັນເລື່ອງສຳຄັນທີ່ທຸກຄົນຄວນເອົາໃຈໃສ່, ໂດຍສະເພາະການກວດສອບແລະຮູ້ຈັກສັນຍານຂອງຄອມພິວເຕີທີ່ເຊື່ອມສະພາບ. ການທີ່ພວກເຮົາຮູ້ແລະເຂົ້າໃຈສັນຍານເຫຼົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດແກ້ໄຂບັນຫາໄດ້ວ່ອງໄວແລະປ້ອງກັນການສູນເສຍໃນໄລຍະຍາວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 25 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
663.41
673.63
european-union
EUR
24,148
24,632
china
CNY
2,919
2,977
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-25T164337.489
ປະທານປະເທດລາວ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງສະຫະພັນ ຣັດເຊຍ
_cover - 2025-07-25T151906.594
ແຈ້ງການເຖິງນາຍບ້ານ 60 ບ້ານ ທົ່ວເມືອງຫາດຊາຍຟອງ ໃຫ້ປະຊາຊົນ ແລະ ນາຍບ້ານ ກະກຽມຄວາມພ້ອມຮັບມືນໍ້າຖ້ວມ
_cover - 2025-07-25T145634.850
ຈັບແລ້ວ! ໜຸ່ມມືໄວ ກໍ່ເຫດ 21 ຄັ້ງ ພ້ອມຂອງກາງຫຼາຍລາຍການ ລົດຈອດແຄມທາງ ຄືເປົ້າໝາຍ!
_cover - 2025-07-25T140448.536
ກຸ່ມຄົນທີ່ລະເມີດລ່າສັດທີ່ໄກ້ຈະສູນພັນ ( ໂຕຂາແດງ) ໄດ້ຮັບການສຶກສາອົບຮົມ ແລະ ດຳເນີນຄະດີຕາມກົດໝາຍແລ້ວ
pele - 2025-07-25T133158.321
ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງ ສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳ, ທອງ, ຊືນ ແລະ ສັງກະສີ
_cover - 2025-07-25T122735.894
ແຈ້ງການຈາກໂຍທານະຄອນຫຼວງວຽງຈັນ ຂໍຄວາມຮ່ວມມື ຫ້າມຈອດຍານພາຫະນະຢູ່ຕາມແຄມທາງ (ສອງຟາກທາງ) ຕາມເສັ້ນທາງທີ່ກຳນົດ
pele - 2025-07-25T103456.731
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025. ທີ່ ນິວຢອກ, ສ.ອາເມລິກາ.
_cover - 2025-07-25T104001.543
ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ(UNSC) ປະຊຸມສຸກເສີນ ກ່ຽວກັບເຫດການໄທ - ກຳປູເຈຍ ຂໍໃຫ້ໃຊ້ຄວາມອົດກັ້ນສູງສຸດ
pele - 2025-07-25T095805.007
ຈັບຕົວຜູ້ຂົນສົ່ງຢາເສບຕິດ ພ້ອມຂອງກາງ ຢາບ້າ 4,160,000 ເມັດ ແລະ ຢາໄອສ໌ 159 ຫໍ່ ໃນລົດຂົນສົ່ງນໍ້າກ້ອນ
_cover - 2025-07-25T094353.467
"ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ" ຈຳນວນ 1 ລ້ານໂດລາສະຫະລັດ ກັບອີກຈຳນວນ 3 ຕື້ກີບ
ຢ່າລື່ມກົດຕິດຕາມ