ຮ່ວມສົ່ງກຳລັງໃຈໃຫ້ ຫົງສາວະດີ ວົງໄຊ ນັກກິລາພູລ ມື 1 ທີມຊາດລາວ ແລະ ເປັນ ໜຶ່ງດຽວຈາກປະເທດລາວ ຜ່ານການຄັດເລືອກໃຫ້ເຂົ້າໄປຫຼີ້ນໃນລາຍການລະດັບໂລກ Duya Legends Tour ເປັນທົວອາຊີບລະດັບໂລກຂອງຈີນ

ມີນັກກິລາລະດັບໂລກເຂົ້າຮ່ວມແຂ່ງຂັນ 60 ປະເທດທົ່ວໂລກ ຊິງເງີນລາງວັນລວມ 10 ລ້ານຢວນ ຫຼືປະມານ 30 ຕື້ກວ່າກີບ ສຳລັບແຊ້ມ ຈະໄດ້ຮັບເງິນລາງວັນເຖິງ 5 ລ້ານຢວນ ຫຼື ປະມານ 15 ຕື້ກວ່າກີບ.
ລາຍການນີ້ ແຂ່ງຂັນລະຫວ່າງວັນທີ 17-31 ພຶດສະພາ 2025 ເຊິ່ງ ຫົງສາວະດີ ຈະເດີນທາງໄປຮ່ວມແຂ່ງຂັນ ໃນວັນທີ 20 ພຶດສະພາ 2025.
Photo: ສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ
ສະແດງຄຳຄິດເຫັນ