
ໂຕນ້ອຍແຕ່ຫົວໃຈໃຫຍ່, ເດັກຊາຍຊັ້ນປໍ 1 ໄດ້ຫອບເອົາເງິນຫຼຽນໄປຊື້ແຫວນຄຳໃຫ້ແມ່ຂອງລາວ. ຕັ້ງໃຈທ້ອນເງິນຈົນລົ້ນຕູ້ເຊບນ້ອຍ
ຜູ້ໃຊ້ TikTok zumo4422 ໄດ້ໂພສວິດີໂອທີ່ໜ້າປະທັບໃຈຂອງເດັກຊາຍຄົນໜຶ່ງທີ່ຫອບເອົາຫຼຽນມາຊື້ແຫວນຄຳໃຫ້ແມ່ຂອງລາວ. ມັນເປັນຫຼຽນທັງໝົດທີ່ໜຸ່ມນ້ອຍຄົນນີ້ເກັບໄວ້ເອງ. ແລ້ວມາຮ້ານຄຳຊື່ ພຸດທະສິນຊ່າງທອງ ຢູ່ໃນຫ້າງ ເມືອງມະຫາສາລະຄາມ ແຂວງມະຫາສາລະຄາມ
ຜູ້ໂພສລະບຸວ່າ “ນ້ອງປໍ 1 ເກັບເງິນໃນຕູ້ນິເຊບນ້ອຍໆເພື່ອມາຊື້ຄຳໃຫ້ແມ່ ບອກວ່າເຫັນໃນ TikTok ຮ້ານນີ້ຮັບເງິນຫຼຽນ. ສະນັ້ນ ຂ້ອຍຈຶ່ງເຊີນແມ່ມາ. ເກັ່ງຫຼາຍເດີ້ #ຮ້ານຄຳ ພຸດທະສິນຊ່າງທອງ ເສີມໄທຄັອມເພັກ”
ໃນຄລິບເຜີຍໃຫ້ເຫັນເດັກຊາຍເປີດຕູ້ເຊບນ້ອຍອອກມາ. ໂດຍພາຍໃນຕູ້ເຊບແມ່ນລົ້ນໄປດ້ວຍເງິນຫຼຽນທີ່ມັດໄວ້ໃສ່ຖົງເປັນທີ່ຮຽບຮ້ອຍ. ເພື່ອນຳມາຊື້ແຫວນຄໍາໃຫ້ແມ່ ໂດຍເຈົ້າໂຕບອກໃຫ້ແມ່ເລືອກເອົາດ້ວຍຕົນເອງ ກ່ອນທີ່ຈະໃສ່ແຫວນຄໍາໃຫ້ແມ່
ຫຼັງຈາກ clip ດັ່ງກ່າວໄດ້ຖືກເຜີຍແຜ່ອອກ ກໍ່ມີຊາວເນັດຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນຊື່ນຊົມ ແລະລະບຸວ່າ ເດັກຊາຍຄວນໄດ້ຮັບການຍ້ອງຍໍເພື່ອເປັນແບບຢ່າງທີ່ດີ. ເພາະວ່າລາວຍັງນ້ອຍແຕ່ມີຄວາມກະຕັນຍູສູງ ແລະຮູ້ຄຸນຄ່າຂອງເງິນ ຮູ້ວິທີການປະຫຍັດແລະອົດອອມອີກດ້ວຍ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














