Copy of Copy of site cover
ກຳປູເຈຍສົ່ງຈົດໝາຍຫາມາເລເຊຍ ຂໍຮ້ອງໃຫ້ໄທຍຮ່ວມຍື່ນສານໂລກ ຊອກທາງອອກຂໍ້ຂັດແຍ່ງຊາຍແດນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 10 June, 2025

ທ່ານປະລັດ ສຸຄົນ ຮອງນາຍຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດຂອງກຳປູເຈຍ ໄດ້ສົ່ງຈົດໝາຍຢ່າງເປັນທາງການຫາທ່ານມາຣິສ ເສງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງໄທຍ ເຊີນໃຫ້ໄທຍຮ່ວມກັນນຳຂໍ້ພິພາດຊາຍແດນທີ່ຢຶດເຢື້ອມານານເຂົ້າສູ່ການພິຈາລະນາຂອງສານຍຸຕິທຳສາກົນ

 

ພະນົມເປັນໂພດ ສື່ມວນຊົນກຳປູເຈຍລາຍງານວ່າ ທ່ານປະລັດ ສຸຄົນ ຮອງນາຍຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຄວາມຮ່ວມມືສາກົນກຳປູເຈຍ ໄດ້ສົ່ງຈົດໝາຍຫາທ່ານມາຣິສ ເສງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງໄທຍ ເມື່ອວັນທີ່ 6 ມິຖຸນາ ເພື່ອເຊີນຊວນໃຫ້ໄທຍນຳຂໍ້ພິພາດຊາຍແດນທີ່ຍັງຄົງດຳເນີນຢູ່ເຂົ້າສູ່ການພິຈາລະນາຂອງສານຍຸຕິທຳສາກົນ (ICJ) ຫຼື ສານໂລກ

 

ເນື້ອຫາໃນຈົດໝາຍສະບັບນີ້ຖືກເປີດເຜີຍໂດຍທ່ານຊຸມ ຊວນຣີ ໂຄສົກກະຊວງການຕ່າງປະເທດກຳປູເຈຍ ມີເນື້ອຫາວ່າ ເຖິງແມ່ນທັງສອງປະເທດຈະມີຄວາມພະຍາຍາມໃນການໃຊ້ກົນໄກ ແລະ ດຳເນີນການຢ່າງມີໄມຕີຈິດເພື່ອຫາທາງອອກມາຫຼາຍຄັ້ງແລ້ວ ແຕ່ຂໍ້ພິພາດຊາຍແດນທີ່ມີມາຢ່າງຍາວນານລະຫວ່າງສອງອານາຈັກກໍຍັງບໍ່ສາມາດຜ່ອນຄ່າຍໄດ້ ແລະ ຍັງຄົງເປັນຕົ້ນຕໍຂອງຄວາມເຂົ້າໃຈຜິດ ແລະ ຄວາມຕຶງເຄັ່ງທີ່ເກີດຊ້ຳຫຼາຍຄັ້ງ ຈົນນຳໄປສູ່ເຫດການບໍ່ພຶ່ງປະສົງຫຼາຍກໍລະນີ ລວມທັງເຫດປະທະລ່າສຸດທີ່ບ້ານເຕໂຊມ ເມືອງຈອມກະສານ ແຂວງພະວິຫານ ເຊິ່ງທະຫານໄທຍໄດ້ຍິງໃສ່ຖານທັບຂອງກອງທັບກຳປູເຈຍ ເປັນເຫດໃຫ້ທະຫານກຳປູເຈຍເສຍຊີວິດ 1 ຄົນ

 

ທ່ານປະລັດ ສຸຄົນ ເນັ້ນຢ້ຳວ່າເຫດການທີ່ເກີດຂຶ້ນໃນວັນທີ່ 28 ພຶດສະພາ ໄດ້ເນັ້ນຢ້ຳເຖິງຄວາມຈຳເປັນຮີບດ່ວນໃນການຫາທາງອອກຢ່າງສັນຕິ ແລະ ຍືນຍົງ ແລະ ໂດຍລັກສະນະທີ່ຊັບຊ້ອນ ຄວາມເປັນປະຫວັດສາດ ແລະ ຄວາມອ່ອນໄຫວຂອງຂໍ້ພິພາດເຫຼົ່ານີ້ ຈຶ່ງເຫັນໄດ້ຊັດເຈນຂຶ້ນວ່າການເຈລະຈາແບບທະວິພາຄີພຽງຢ່າງດຽວອາດບໍ່ພຽງພໍໃນການຫາທາງອອກທີ່ຄອບຄຸມ ແລະ ຖາວອນ

 

ໃນບໍລິບົດນີ້ ອານາຈັກກຳປູເຈຍເຫັນວ່າທາງທີ່ເໝາະສົມ ແລະ ສັນຕິສຸກແມ່ນການນຳປະເດັນທີ່ກ່ຽວຂ້ອງກັບພື້ນທີ່ມອມເບ (ຊ່ອງບົກ) ປາສາດຕາເມືອນທົມ ປາສາດຕາເມືອນໂຕັດ ແລະ ປາສາດຕາກວາຍ ໃຫ້ສານຍຸຕິທຳສາກົນ (ICJ) ພິຈາລະນາຕັດສິນ

 

ທ່ານປະລັດ ສຸຄົນ ຍັງອະທິບາຍວ່າຄຳຕັດສິນຂອງ ICJ ເຊິ່ງຕັ້ງຢູ່ເທິງຫຼັກກົດໝາຍສາກົນ ຈະເປັນຄຳຕັດສິນທີ່ຍຸຕິທຳ ປາສະຈາກອະຄະຕິ ແລະ ຍືນຍົງ ເຊິ່ງຈະຊ່ວຍໃຫ້ມີຄວາມຊັດເຈນໃນເລື່ອງເສັ້ນເຂດແດນລະຫວ່າງສອງປະເທດ ແລະ ທີ່ສຳຄັນຍິ່ງກວ່ານັ້ນ ຈະຊ່ວຍສົ່ງເສີມບັນຍາກາດແຫ່ງສັນຕິພາບ ຄວາມໝັ້ນຄົງ ແລະ ຄວາມຮ່ວມມືໃນໄລຍະຍາວລະຫວ່າງສອງປະເທດ

 

ແລະ ດ້ວຍເຫດຜົນຂ້າງເທິງ ລາວຈຶ່ງຂໍໃຫ້ລັດຖະບານໄທຍພິຈາລະນາຮ່ວມກັບລັດຖະບານກຳປູເຈຍໃນການນຳຂໍ້ພິພາດຊາຍແດນເຂົ້າສູ່ການພິຈາລະນາຂອງສານຍຸຕິທຳສາກົນ ແລະ ໃຊ້ໂອກາດນີ້ໃນການຢືນຢັນເຈດຕະນາຮົມຮ່ວມກັນໃນການໃຊ້ການເຈລະຈາຢ່າງສັນຕິ ການແກ້ໄຂບັນຫາດ້ວຍກົດໝາຍ ແລະ ການຢູ່ຮ່ວມກັນຢ່າງມິດຕະພາບໃນອານາຄົດ

 

ທັງນີ້ ທ່ານນາຍຍົກລັດຖະມົນຕີຮຸນ ມາເນດ ໄດ້ກ່າວໄວ້ເມື່ອຕົ້ນອາທິດທີ່ຜ່ານມາວ່າ ກຳປູເຈຍຈະນຳປະເດັນຂໍ້ພິພາດນີ້ເຂົ້າສູ່ການພິຈາລະນາຂອງສານໂລກ ເພື່ອໃຫ້ໄດ້ຂໍ້ຢຸດຕິ ເນື່ອງຈາກກົນໄກທະວິພາຄີທີ່ຜ່ານມາຍັງບໍ່ບັນລຸຜົນຊັດເຈນ ຂະນະດຽວກັນ ລາວຢືນຢັນວ່າ ໃນສ່ວນພື້ນທີ່ອື່ນໆ ທີ່ບໍ່ມີຄວາມຂັດແຍ່ງຮຸນແຮງ ຈະຍັງຄົງດຳເນີນການແກ້ໄຂຜ່ານກົນໄກຕາມບັນທຶກຄວາມເຂົ້າໃຈປີ 2000 ຕໍ່ໄປ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ