Copy of site cover (32)
ມາແລ້ວ Call of Duty: Black Ops 7 ເວີຊັ່ນລ່າສຸດໄດ້ເປີດຕົວພ້ອມໃຫ້ທ່ານໄດ້ຫຼິ້ນແນ່ນອນ
ຮຽບຮຽງໂດຍ:kaling
ເຜີຍແຜ່: 10 June, 2025

ກຽມພົບກັບພາກຕໍ່ທີ່ຫຼາຍຄົນລໍຖ້າ! Call of Duty: Black Ops 7 ໄດ້ຮັບການເປີດຕົວຢ່າງເປັນທາງການແລ້ວ ພ້ອມພາຜູ້ຫຼິ້ນດີ່ງສູ່ສະໝົນລົບໂລກອະນາຄົດໃນປີ 2035 ໃນເລື່ອງລາວທີ່ຖືກຂະໜານນາມວ່າ “ເຂັ້ມຂຸ້ນ ແລະ ປັ່ນປະສາດທີ່ສຸດ” ໃນປະຫວັດສາດຂອງຊີຣີ Black Ops

ພາກນີ້ຖືເປັນການສືບຕໍ່ເລື່ອງລາວໂດຍກົງຈາກພາກກ່ອນໜ້າ ແຕ່ກະໂດດຂ້າມເວລາໄປໄກເຖິງ 40 ປີຫຼັງເຫດການໃນ Black Ops 6 ເມື່ອໂລກກຳລັງລົ່ມສລາຍຈາກຫາຍະນະຄັ້ງໃຫຍ່ David Mason ໄດ້ກັບມານຳທີມອີກຄັ້ງໃນພາລະກິດສຸດອັນຕະລາຍ ເພື່ອຕໍ່ກົດກັບສັດຕູຈອມບງການລຶກລັບທີ່ໃຊ້ອາວຸດທີ່ໜ້າສະພຶງກົວທີ່ສຸດ ນັ້ນຄື “ຄວາມກົວ” ເພື່ອຄວບຄຸມໂລກທັງໃບ

ສິ່ງໃໝ່ທີ່ໜ້າຈັບຕາໝອງໃນ Call Of Duty : Black Ops 7

Co-op Campaign ຄັ້ງທຳອິດ: ບໍ່ຕ້ອງລຸຍດຽວອີກຕໍ່ໄປ! ຜູ້ຫຼິ້ນສາມາດຈັບມືກັບເພື່ອນເພື່ອຝ່າຟັນເນື້ອເລື່ອງສຸດເຂັ້ມຂຸ້ນໄປດ້ວຍກັນ ຫຼື ຈະເລືອກສຳຜັດປະສົບການແບບໂຊໂລ່ເໝືອນເດີມກໍໄດ້

Multiplayer ແຫ່ງໂລກອະນາຄົດ: ກຽມມັນສ໌ໄປກັບໂໝດມັນຕິເພລເຢີ ທີ່ມາພ້ອມແຜນທີ່ໃໝ່ໆ ແລະ ຄັງອາວຸດຍຸດໂທປະກອນສຸດລ້ຳຈາກປີ 2035

ການກັບມາຂອງ Zombies ແບບ Round-Based: ແຟນຊອມປີ້ພັນທຸ່ແທ້ຈະຕ້ອງພໍໃຈ ກັບການກັບມາຂອງໂໝດເອົາຊີວິດລອດແບບນັບຮອບ (Round-Based) ທີ່ຈະພາຜູ້ຫຼິ້ນດຳດີ່ງສູ່ໃຈກາງແຫ່ງຄວາມມືດມິດໃນບົດໃໝ່ກອງຕຳນານ Dark Aether

Call Of Duty : Black Ops 7 ບໍ່ແມ່ນພຽງແຕ່ການກັບມາ ແຕ່ຄືການຍົກລະດັບປະສົບການໄປອີກຂັ້ນ ທັງເນື້ອເລື່ອງທີ່ຊັບຊ້ອນໜ້າຕິດຕາມ ແລະ ໂໝດການຫຼິ້ນທີ່ຕອບໂຈທຍ໌ແຟນໆ ທຸກກຸ່ມ ກຽມຕົວໃຫ້ພ້ອມສຳລັບຄວາມມືດມິດຄັ້ງໃໝ່ໃນໂລກຂອງ Black Ops ທີ່ກຳລັງຈະມາເຖິງ!

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ