pele
ອິນເດຍເປີດໃຊ້ຂົວທາງລົດໄຟສູງທີ່ສຸດໃນໂລກທີ່ແຄັດເມຍ ທ່າມກາງຄວາມຕຶງຄຽດອິນເດຍ-ປາກິດຖານ
ຮຽບຮຽງໂດຍ:Pele
ເຜີຍແຜ່: 10 June, 2025

ທ່ານນາຍຍົກລັດຖະມົນຕີນາເຣນທາ ໂມດີ ຂອງອິນເດຍ ເປັນປະທານເປີດໃຊ້ງານຂົວທາງລົດໄຟສູງທີ່ສຸດໃນໂລກທີ່ແຄ້ນແຄັດເມຍເມື່ອວັນສຸກທີ່ຜ່ານມາ ຫຼັງທຸ່ມງົບໃນການກໍ່ສ້າງເຖິງ 5.9 ພັນລ້ານບາດ

 

ຂົວແຫ່ງນີ້ຄືຂົວເຊນາບ ສ້າງພາດຜ່ານຫຸບເຂົາໃນແຄັດເມຍ ໂດຍມີຄວາມສູງຈາກແມ່ນ້ຳເຊນາບເຖິງ 359 ແມັດ ສູງກວ່າຍອດຫໍ Eiffel ກວ່າ 29 ແມັດ ນັບເປັນໂຄງການວິສະວະກຳຂະໜາດໃຫຍ່ທີ່ໃຊ້ເວລາສ້າງດົນຫຼາຍທົດສະວັດ ແລະ ມີມູນຄ່າກວ່າ 160 ລ້ານໂດລາສະຫະລັດ ຫຼື ປະມານ 5.9 ພັນລ້ານບາດ ໂດຍມີຄວາມຍາວຂົວລວມກວ່າ 1,315 ແມັດ

 

ຂົວເຊນາບເປັນສ່ວນໜຶ່ງຂອງໂຄງການເຊື່ອມຕໍ່ທາງລົດໄຟສາຍທຳອິດລະຫວ່າງແຄັດເມຍກັບສ່ວນອື່ນຂອງອິນເດຍ ເຊິ່ງຖືເປັນກ້າວສຳຄັນຂອງລັດຖະບານພາຍໃຕ້ການນຳຂອງພັກຖາຣະຕິຍະຊົນຕະ ທີ່ຜັກດັນໃຫ້ພູມິພາກມຸດສະລິມສ່ວນໃຫຍ່ແຫ່ງນີ້ມີຄວາມເປັນຫນຶ່ງດຽວກັບປະເທດຫຼາຍຂຶ້ນ

 

ນອກຈາກຂົວເຊນາບ ທ່ານນາຍຍົກລັດຖະມົນຕີໂມດີຍັງໄດ້ເປີດຕົວໂຄງການເສັ້ນທາງລົດໄຟເຊື່ອມເມືອງອຸທັມປູ-ສີນາການ-ບາຣາມຸນລາ ໃນແຄັດເມຍ ເຊິ່ງເປັນທາງລົດໄຟທີ່ເຊື່ອມເມືອງສຳຄັນໃນແຄັດເມຍກັບອິນເດຍແຜ່ນດິນໃຫຍ່

 

ການເປີດຂົວຄັ້ງນີ້ເກີດຂຶ້ນບໍ່ດົນຫຼັງຈາກເຫດການສັງຫານໝູ່ໃນໝູ່ນັກທ່ອງທ່ຽວໃນແຄັດເມຍຊ່ວງເດືອນເມສາ ເຊິ່ງເຮັດໃຫ້ເກີດການປະທະທາງທະຫານໄລຍະສັ້ນລະຫວ່າງອິນເດຍກັບປາກິສະຖານ ໂດຍມີການຍິງຂີປະນາວຸດ ໂດນ ແລະ ປືນໃຫຍ່ຕອບໂຕ້ກັນຕະຫຼອດ 4 ມື້ ອິນເດຍກ່າວຫາວ່າປາກິສະຖານຢູ່ເບື້ອງຫຼັງ ແຕ່ປາກິສຖານປະຕິເສດຂໍ້ກ່າວຫາ

 

ແຄັດເມຍເປັນພື້ນທີ່ພິພາດລະຫວ່າງອິນເດຍ ປາກິສະຖານ ແລະ ຈີນ ເຊິ່ງຕ່າງອ້າງສິດໃນດິນແດນບາງສ່ວນ ເຮັດໃຫ້ພູມິພາກນີ້ເປັນໜຶ່ງໃນພື້ນທີ່ທີ່ມີການວາງກຳລັງທາງທະຫານໜາແໜ້ນທີ່ສຸດໃນໂລກ

 

ຕັ້ງແຕ່ປີ 2014 ທີ່ໂມດີເຂົ້າຮັບຕຳແໜ່ງ ລັດຖະບານຂອງອຶນເດຍໄດ້ເລັ່ງພັດທະນາໂຄງສ້າງພື້ນຖານຢ່າງຕໍ່ເນື່ອງ ໂດຍສະເພາະຖະໜົນ ແລະ ລົດໄຟໃນພື້ນທີ່ຫ່າງໄກ ເຊັ່ນໂຄງການຂົວເຊນາບ ເຊິ່ງຖືກເບິ່ງວ່າເປັນເຄື່ອງມືເຊິງສັນຍາລັກໃນການສ້າງຄວາມເປັນໜຶ່ງດຽວຂອງຊາດ ແລະ ເສີມອິດທິພົນທາງການເມືອງໃນພູມິພາກທີ່ມີຄວາມອ່ອນໄຫວ

 

ໃນປີ 2019 ອິນເດຍໄດ້ຍົກເລີກບົດບັນຍັດລັດຖະທຳມະນູນມາດຕາ 370 ທີ່ເຄີຍໃຫ້ແຄັດເມຍສາມາດອອກກົດໝາຍຂອງຕົນເອງໄດ້ ສົ່ງຜົນໃຫ້ລັດຈັມມູ ແລະ ແຄັດເມຍຖືກແບ່ງອອກເປັນສອງດິນແດນປົກຄອງໂດຍລັດຖະບານກາງໂດຍກົງ ເຊິ່ງລັດຖະບານໂມດີກ່າວວ່າເພື່ອເປັນການສ້າງສະຖຽນລະພາບ ຫຼຸດການສໍ້ລາດບັງຫຼວງ ແລະ ກະຕຸ້ນເສດຖະກິດ

 

ເຖິງແມ່ນວ່າໂຄງການໂຄງສ້າງພື້ນຖານເຫຼົ່ານີ້ຈະຖືກຍົກຍ້ອງວ່າເປັນຄວາມສຳເລັດຄັ້ງໃຫຍ່ ແຕ່ກໍເຜີນກັບສຽງວິຈານ ໂດຍສະເພາະຈາກນັກອະນຸລັກສິ່ງແວດລ້ອມທີ່ເຕືອນວ່າ ການກໍ່ສ້າງຂະໜາດໃຫຍ່ໃນເທືອກເຂົາຫິມາໄລອາດເຮັດລາຍພູມິປະເທດທີ່ເປາະບາງເຊິ່ງໄດ້ຮັບຜົນກະທົບຈາກວິກິດການພູມິອາກາດຢູ່ແລ້ວ

 

ໜຶ່ງໃນໂຄງການທີ່ຖືກວິຈານຢ່າງໜັກແມ່ນທາງຫຼວງ ທີ່ລັດອຸດຕະລາຂັນ ເຊິ່ງໃນເດືອນພະຈິກ 2023 ອຸໂມງທີ່ຢູ່ລະຫວ່າງກໍ່ສ້າງພັງທະລົ່ມ ເຮັດໃຫ້ຄົນງານຫຼາຍສິບຄົນຕິດຢູ່ທາງໃນດົນຫຼາຍມື້ໂດຍແທບບໍ່ມີນ້ຳ ແລະ ອົກຊີເຈນ

 

ກ່ອນໜ້ານັ້ນໃນເດືອນສິງຫາປີດຽວກັນ ຍັງເກີດເຫດຂົວຫັກທະລົ່ມຂະນະກໍ່ສ້າງທີ່ລັດມິໂຊລຳ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 10 ຄົນ ແລະ ໃນເດືອນມິຖຸນາ ຂົວຄອນກີດຂະໜາດ 4 ເລນທີ່ກຳລັງສ້າງຂ້າມແມ່ນ້ຳຄົງຄາທີ່ລັດພິຫານກໍທະລົ່ມລົງອີກຮອບ ຫຼັງຈາກທະລົ່ມມາເມື່ອປີກ່ອນນີ້

ຢ່າງໃດກໍຕາມ ຂົວເຊນາບຍັງຄົງຖືກຍົກຍ້ອງວ່າເປັນອີກໜຶ່ງໄຊຊະນະເຊິງສັນຍາລັກຂອງລັດຖະບານອິນເດຍທີ່ມຸ່ງໝັ້ນພັດທະນາປະເທດສູ່ການເປັນປະເທດພັດທະນາແລ້ວພາຍໃນປີ 2047.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 21 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,490
21,766
thailand (1)
THB
660.02
670.18
european-union
EUR
24,038
24,518
china
CNY
2,911
2,969
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-21T105312.909
ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ
_cover - 2025-08-21T103432.199
ແຈ້ງການມອດໄຟ ວັນທີ 21, 24 ສິງຫາ 2025 ບາງເຂດ ເມືອງໄຊທານີ, ເມືອງປາກງື່ມ, ເມືອງຫາດຊາຍຟອງ
_cover - 2025-08-21T095226.825
ສະຫະລັດອາເມລິກາເພີ່ມພາສີ 50% ຕໍ່ສິນຄ້າທີ່ຜະລິດຈາກເຫຼັກ ແລະ ອາລູມິນຽມ 400 ລາຍການ ຊີ້ໃຫ້ເຫັນການອຸດຊ່ອງຫວ່າງເພື່ອປ້ອງກັນການຫຼີກລ່ຽງພາສີ
site cover1 (83)
Apple ຍ້າຍຖານການຜະລິດ iPhone ໄປອິນເດຍຫຼາຍຂຶ້ນ ໂດຍສະເພາະ iPhone 17
pele - 2025-08-21T100529.826
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II
site cover1 (82)
Kaspersky ຊີ້ພາຍໄພຄຸກຄາມ IT-OT ພຸ່ງສູງໃນເອເຊຍປາຊິຟິກ ຕະຫຼາດເຕີບໂຕ 62 ພັນລ້ານໂດລາປີ 2030
_cover - 2025-08-20T152654.259
ຈີນພັດທະນາຫຸ່ນຍົນທີ່ສາມາດຖືພາແທນມະນຸດ ເປັນໂຕທຳອິດຂອງໂລກ ແລະ ຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
ຢ່າລື່ມກົດຕິດຕາມ