*ໃນ 5 ເດືອນຕົ້ນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15,75%. ຕາມການໃຫ້ຮູ້ຂອງ ທ່ານ ພຸດທະມີໄຊ ພັນທະນາໄລ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 5 ເດືອນຕົ້ນປີ 2025 ມີທັງຜົນສໍາເລັດ ແລະ ສິ່ງທ້າທາຍ, ແຕ່ໂດຍພື້ນຖານກົນໄກການຄຸ້ມຄອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການກໍານົດເຮັດໃຫ້ການຄຸ້ມຄອງວຽກງານຂອງດ່ານໄດ້ດໍາເນີນໄປຢ່າງຄ່ອງຕົວ ແລະ ວຽກງານຕົ້ນຕໍໄດ້ສຸມໃສ່ການຈັດເກັບລາຍຮັບຕິດພັນກັບການເຄື່ອນໄຫວວຽກງານອື່ນໆທີ່ປິ່ນອ້ອມ. ສະເພາະດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດປະກອບມີ: 1 ດ່ານພາສີທ້ອງຖິ່ນ, 4 ດ່ານພາສີປະເພນີ ແລະ 3 ໜ່ວຍງານຂຶ້ນກັບ, ເຊິ່ງໄດ້ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ຜ່ານແດນສິນຄ້າເຄື່ອງຂອງ, ການນໍາເຂົ້າ-ອອກຜ່ານດ່ານຂອງພາຫະນະ ແລະ ຜູ້ໂດຍສານ, ການຈັດເກັບລາຍຮັບເຂົ້າງົບປະມານເພື່ອໃຫ້ສາມາດບັນລຸໄດ້ຕາມແຜນ ຫລື ລື່ນແຜນການທີ່ວາງໄວ້.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |