ນັກວິໄຈ Machine Learning ຂອງ Apple ໄດ້ພັດທະນາ “STARFlow” ລະບົບ AI ທີ່ອາດຈະຖືກເອີ້ນວ່າເປັນຄວາມກ້າວໜ້າສຳຄັນຂອງບໍລິສັດໃນການສ້າງຂໍ້ມູນຮູບພາບຄວາມລະອຽດສູງ ທີ່ອາດຈະໄປແຂ່ງຂັນກັບໂມເດລຜູ້ນຳຕະຫຼາດທີ່ເປັນລັກສະນະ Diffusion Model ທີ່ຢູ່ເບື້ອງຫຼັງ DALL-E ຫຼື Midjourney ໄດ້ເລີຍ

ໂດຍໃນອາທິດທີ່ຜ່ານມາ ນັກວິໄຈຈາກ Apple ໄດ້ເປີດເຜີຍງານ AI ໃໝ່ພາຍໃຕ້ຊື່ STARFlow ໂດຍຮ່ວມມືກັບພາກການສຶກສາຕ່າງໆ ທີ່ໃຊ້ວິທີການຜະສານ Flow ທົ່ວໄປຮ່ວມກັບການເຮັດ Autoregressive Transformers ທີ່ເຮັດໃຫ້ທີມງານເອີ້ນວ່າ “ມີປະສິດທິພາບທີ່ແຂ່ງຂັນໄດ້” ກັບໂມເດລ Diffusion ທີ່ເປັນຂັ້ນສູງສຸດໃນປັດຈຸບັນ

ງານວິໄຈດັ່ງກ່າວອອກມາໃນຊ່ວງເວລາທີ່ອາດເອີ້ນວ່າເປັນຄວາມທ້າທາຍສຳຄັນຂອງ Apple ໃນສົງຄາມໂລກ AI ທີ່ມີວິວັດທະນາການແລະປ່ຽນແປງໄປຢ່າງວ່ອງໄວ ຈົນເຮັດໃຫ້ບໍລິສັດຖືກວິພາກວິຈານຢ່າງກວ້າງຂວາງວ່າອາດຈະເປັນຜູ້ແພ້ໃນຍຸກ AI ໄປແລ້ວ ແມ້ແຕ່ໃນງານ Worldwide Developers Conference ກໍມີການອັບເດດເລື່ອງ AI ໃນແພລດຟອມ Apple Intelligence ພຽງເລັກນ້ອຍເທົ່ານັ້ນ

ບໍ່ແນ່ວ່າ STARFlow ອາດຈະກາຍເປັນໜຶ່ງໃນງານວິໄຈທີ່ Apple ກຳລັງແອບພັດທະນາຮ່ວມກັບພາກການສຶກສາຕ່າງໆ ເຊິ່ງດ້ວຍການປ່ຽນແປງທີ່ເກີດຂຶ້ນຢ່າງວ່ອງໄວກໍອາດຈະເຮັດໃຫ້ສິ່ງທີ່ Apple ກະກຽມການໄວ້ອາດຈະກາຍເປັນຈຸດປ່ຽນສຳຄັນຂອງບໍລິສັດໃນອະນາຄົດອັນໃກ້ນີ້ກໍເປັນໄດ້

ລາຍລະອຽດເພີ່ມເຕີມກ່ຽວກັບງານວິໄຈ STARFlow ຈາກທາງ Apple ສາມາດອ່ານໄດ້ທີ່ເວັບໄຊທ໌ arXiv

ຂໍ້ມູນຂ່າວ: https://venturebeat.com/ai/apple-makes-major-ai-advance-with-image-generation-technology-rivaling-dall-e-and-midjourney/

ສະແດງຄຳຄິດເຫັນ

Leave a Reply

ຢ່າລື່ມກົດຕິດຕາມ