pele (2)
ຊາອຸດິ ອາຣາເບຍ ກະກຽມປົດລັອກເຫຼົ້າໃນປີ 2026 ເພື່ອດຶງດູດນັກທ່ອງທ່ຽວສາກົນທົ່ວໂລກ
ຮຽບຮຽງໂດຍ:Pele
ເຜີຍແຜ່: 11 June, 2025

ຊາອຸດິ ອາຣາເບຍ ກະກຽມປົດລັອກເຫຼົ້າໃນປີ 2026 ຫຼັງຈາກບັງຄັບໃຊ້ນະໂຍບາຍຫ້າມມາດົນກວ່າ 73 ປີ ເພື່ອກະຕຸ້ນເສດຖະກິດ ພ້ອມນັກທ່ອງທ່ຽວທົ່ວໂລກ

 

ຊາອຸດິ ອາຣາເບຍ ກະກຽມຍົກເລີກຂໍ້ຫ້າມການຂາຍ ແລະ ການບໍລິໂພກເຄື່ອງດື່ມແອວກໍຮໍໃນປີ 2026 ຫຼັງຈາກບັງຄັບໃຊ້ນະໂຍບາຍຫ້າມມາດົນກວ່າ 73 ປີ. ການປ່ຽນແປງທີ່ສຳຄັນຄັ້ງນີ້ຈະເກີດຂຶ້ນພາຍໃຕ້ລະບົບໃບອະນຸຍາດທີ່ເຂັ້ມງວດ, ຈຳກັດໃຫ້ພຽງແຕ່ໃນເຂດທ່ອງທ່ຽວ, ໂຮງແຮມລະດັບຫ້າດາວ, ຣີສອດ, ແລະ ເຂດທາງການທູດເທົ່ານັ້ນ.

 

ພາຍໃຕ້ລະບຽບການໃໝ່, ເຄື່ອງດື່ມແອວກໍຮໍທີ່ມີປະລິມານບໍ່ເກີນ 20% ເຊັ່ນ: ເບຍ, ວາຍ, ແລະ ໄຊເດີ ຈະສາມາດຈຳໜ່າຍໄດ້ໃນສະຖານທີ່ທີ່ກຳນົດ, ໃນຂະນະທີ່ເຫຼົ້າແຮງຍັງຖືກຫ້າມຈຳໜ່າຍຕໍ່ໄປ. ນອກຈາກນັ້ນ, ພະນັກງານທີ່ໃຫ້ບໍລິການຈະຕ້ອງຜ່ານການອົບຮົມ ແລະ ໄດ້ຮັບໃບອະນຸຍາດຕາມຂໍ້ບັງຄັບຂອງລັດ ເພື່ອໃຫ້ແນ່ໃຈວ່າການບໍລິໂພກເປັນໄປຢ່າງມີຄວາມຮັບຜິດຊອບ.

 

 

 

ທັງໝົດນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການກະຕຸ້ນການທ່ອງທ່ຽວລະຫວ່າງປະເທດ ແລະ ກະກຽມພ້ອມສຳລັບງານລະດັບໂລກຄັ້ງໃຫຍ່ທີ່ຈະຈັດຂຶ້ນ. ເປົ້າໝາຍແມ່ນ ການປ່ຽນຜ່ານເສດຖະກິດຊາອຸດິ ອາຣາເບຍ, ຫຼຸດການພຶ່ງພານ້ຳມັນ, ແລະ ສົ່ງເສີມພາກການທ່ອງທ່ຽວ, ຄວາມບັນເທີງ, ແລະ ການລົງທຶນລະຫວ່າງປະເທດ.

 

ການຜ່ອນຄາຍຂໍ້ຈຳກັດກ່ຽວກັບແອວກໍຮໍມີຂຶ້ນໃນໄລຍະທີ່ຊາອຸດິ ອາຣາເບຍ ກະກຽມເປັນເຈົ້າພາບງານລະດັບໂລກ ເຊັ່ນ: ງານ World Expo 2030 ແລະ ຟຸດບອນໂລກ 2034. ຄາດວ່າຈະຊ່ວຍສ້າງວຽກເຮັດງານທຳ, ດຶງດູດແບຣນໂຮງແຮມລະດັບໂລກ, ແລະ ກະຕຸ້ນການເຕີບໃຫຍ່ຂອງອຸດສາຫະກຳທ່ອງທ່ຽວ. ໃນຂະນະດຽວກັນກໍຍັງໃຫ້ຄວາມສຳຄັນກັບການຮັກສາຄຸນຄ່າທາງສາສະໜາ ແລະ ວັດທະນະທຳອິດສະລາມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 21 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,490
21,766
thailand (1)
THB
660.02
670.18
european-union
EUR
24,038
24,518
china
CNY
2,911
2,969
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-20T152654.259
ຈີນພັດທະນາຫຸ່ນຍົນທີ່ສາມາດຖືພາແທນມະນຸດ ເປັນໂຕທຳອິດຂອງໂລກ ແລະ ຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
ຢ່າລື່ມກົດຕິດຕາມ