Copy of site cover (38)
Meta ກຳລັງຕັ້ງ Superintelligence Lab ທ່າມກາງການຊັກຊ້າຂອງ Llama 4 Behemoth
ຮຽບຮຽງໂດຍ:kaling
ເຜີຍແຜ່: 11 June, 2025

Meta ກຳລັງຕັ້ງ Superintelligence Lab ທ່າມກາງການຊັກຊ້າຂອງ Llama 4 Behemoth

ມີລາຍງານວ່າ Meta Platforms ກຳລັງສ້າງຫ້ອງວິໄຈໃໝ່ເພື່ອພັດທະນາ Superintelligence ຊິ່ງເປັນຄຳທີ່ໃຊ້ເອີ້ນໂມເດວປັນຍາປະດິດທີ່ສາມາດເຮັດວຽກໄດ້ດີກວ່າມະນຸດໃນຫຼາຍດ້ານ

ໜັງສືພິມ The New York Times ລາຍງານລາຍລະອຽດຂອງໂຄງການນີ້ໃນມື້ນີ້ ໂດຍຄາດວ່າ Alexandr Wang ຜູ້ຮ່ວມກໍ່ຕັ້ງແລະປະທານພະນັກງານບໍລິຫານຂອງ Scale AI ຈະເຂົ້າຮ່ວມແລັບນີ້ ແລະພະນັກງານຄົນອື່ນໆ ຈາກສະຕາດທະອັບດັ່ງກ່າວກໍມີລາຍງານວ່າຈະເຂົ້າຮ່ວມຫົວໜ່ວຍງານໃໝ່ນີ້ເຊັ່ນກັນ

ລາຍງານຂອງ The Information ລະບຸວ່າ Wang ຈະເຂົ້າຮ່ວມກັບ Meta ໂດຍເປັນສ່ວນໜຶ່ງຂອງຂໍ້ຕົກລົງທີ່ບໍລິສັດແມ່ຂອງ Facebook ຈະລົງທຶນ 14.8 ພັນລ້ານໂດລາໃນ Scale AI ເພື່ອແລກກັບຫຸ້ນ 49% ຊິ່ງຕີລາຄາບໍລິສັດໄວ້ທີ່ປະມານ 30 ພັນລ້ານໂດລາ ທັງນີ້ Scale AI ເຄີຍມີລາຄາ 13.8 ພັນລ້ານໂດລາຈາກການລະດົມທຶນຮອບລ່າສຸດເມື່ອປີແລ້ວ ຊິ່ງມີ Meta, Nvidia ແລະບໍລິສັດເທັກໂນໂລຊີລາຍໃຫຍ່ອື່ນໆ ເຂົ້າຮ່ວມດ້ວຍ

ການເພີ່ມລາຄາບໍລິສັດຢ່າງໄວຊົງສະທ້ອນເຖິງການເຕີບໂຕຂອງລາຍໄດ້ທີ່ໄວຂອງບໍລິສັດ ໂດຍມີລາຍງານວ່າ Scale AI ຄາດວ່າຈະຈົບປີນີ້ດ້ວຍຍອດຂາຍກວ່າ 2 ພັນລ້ານໂດລາ ເພີ່ມຂຶ້ນຈາກ 870 ລ້ານໂດລາໃນປີ 2024

Scale AI ຊິ່ງມີສຳນັກງານໃຫຍ່ໃນຊານຟຣານຊິສໂກ ໃຫ້ບໍລິການແພລັດຟອມສຳລັບອົງກອນຕ່າງໆ ໃນການຈັດຫາຂໍ້ມູນຝຶກອົບຮົມສຳລັບໂຄງການ AI ໂດຍອີງໃສ່ເຄືອຂ່າຍຜູ້ຊ່ຽວຊານຫຼາຍກວ່າ 100,000 ຄົນໃນການຜະລິດຂໍ້ມູນດັ່ງກ່າວ ຄວາມຊ່ຽວຊານຫຼັກອັນໜຶ່ງຂອງ Scale AI ແມ່ນການໃຫ້ຄຳອະທິບາຍປະກອບ ຊິ່ງເປັນຂໍ້ຄວາມສັ້ນໆ ທີ່ອະທິບາຍລາຍການຕ່າງໆ ໃນຊຸດຂໍ້ມູນຝຶກອົບຮົມ AI ຊິ່ງຊ່ວຍໃຫ້ແບບຈຳລອງ AI ຮຽນຮູ້ຮູບແບບໄດ້ງ່າຍຂຶ້ນ

Scale AI ຍັງແຂ່ງຂັນໃນຕະຫຼາດເຄື່ອງມື AI ໂດຍໃຫ້ຊອບແວທີ່ບໍລິສັດຕ່າງໆ ສາມາດໃຊ້ເພື່ອປ້ອງກັນບໍ່ໃຫ້ໂມເດວ AI ເກີດອາການຫຼອນ (hallucination) ແລະເພີ່ມຟີເຈີ RAG (retrieval-augmented generation) ເຂົ້າໄປ

ຍັງບໍ່ຊັດເຈນວ່າ Wang ຈະຮັບຕຳແໜ່ງໃດໃນແລັບ Superintelligence ຂອງ Meta ແຕ່ The Wall Street Journal ລາຍງານວ່າ Meta ຫາກໍແຈ້ງພະນັກງານວ່າ “ກຳລັງສະຫຼຸບລາຍລະອຽດກ່ຽວກັບແຜນການເປັນຜູ້ນຳດ້ານ AI”

Scale AI ບໍ່ແມ່ນບໍລິສັດ AI ແຫ່ງດຽວທີ່ Meta ກຳລັງສະສາງຜູ້ຊ່ຽວຊານໃຫ້ແລັບໃໝ່ ໂດຍແຫຼ່ງຂ່າວຂອງ The Times ລະບຸວ່າ ບໍລິສັດແມ່ຂອງ Facebook ຍັງໄດ້ຍື່ນຂໍ້ສະເໜີໃຫ້ກັບນັກວິໄຈຫຼາຍສິບຄົນຈາກ OpenAI, Google ແລະຜູ້ຫຼິ້ນລາຍອື່ນໃນຕະຫຼາດ ໂດຍເຊື່ອວ່າມີນັກວິໄຈບາງຄົນຕົກລົງເຂົ້າຮ່ວມແລ້ວ

ມີລາຍງານວ່າການສະສາງຄັ້ງໃຫຍ່ນີ້ເລີ່ມຕົ້ນຫຼັງຈາກຄວາມພະຍາຍາມໃນການພັດທະນາ AI ພາຍໃນຂອງ Meta ພົບກັບຄວາມທ້າທາຍ ໂດຍໃນເດືອນເມສາ ບໍລິສັດໄດ້ເປີດຕົວໂມເດວພາສາຂະໜາດໃຫຍ່ໃໝ່ຊື່ Llama 4 Behemoth ຊິ່ງມີພາລາມິເຕີຫຼາຍກວ່າ 2 ລ້ານລ້ານຕົວ ແຕ່ຕາມລາຍງານຂອງ The Journal ບໍລິສັດໄດ້ຕັດສິນໃຈຊະລໍການເປີດຕົວ LLM ນີ້ເນື່ອງຈາກກັງວົນກ່ຽວກັບຄຸນນະພາບຂອງຜົນອອກ

ເງື່ອນໄຂການລົງທຶນຂອງ Meta ໃນ Scale AI ທີ່ລາຍງານມານັ້ນຄ້າຍກັບຂໍ້ຕົກລົງລ່າສຸດອີກສອງລາຍການຂອງບໍລິສັດເທັກໂນໂລຊີລາຍໃຫຍ່ ໂດຍໃນເດືອນສິງຫາ Google ໄດ້ຈ້າງຜູ້ກໍ່ຕັ້ງ Character.AI ແລະຕົກລົງຈ່າຍເງິນໃຫ້ສະຕາດທະອັບ AI ແຫ່ງນີ້ 2.7 ພັນລ້ານໂດລາ ຂະນະທີ່ກ່ອນໜ້ານັ້ນ Microsoft ກໍໄດ້ຈ້າງຜູ້ຮ່ວມກໍ່ຕັ້ງ 2 ລາຍຂອງບໍລິສັດຜູ້ພັດທະນາ LLM ຊື່ Inflection AI ໂດຍເປັນສ່ວນໜຶ່ງຂອງຂໍ້ຕົກລົງມູນຄ່າ 650 ລ້ານໂດລາຄ

ຂ່າວຈາກ:  https://siliconangle.com/2025/06/10/meta-reportedly-forming-superintelligence-lab-amid-llama-4-behemoth-delays/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ