ຂ່າວ-Tou-Vientianepost (43)
ກວດກາຄວາມຄືບໜ້າ ຮູບປັ້ນຫລໍ່ ປະທານໄກສອນ ພົມວິຫານ
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 May, 2023

ຂປລ. ໃນວັນທີ 5 ພຶດສະພາ 2023 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ທ່ານ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມກວດກາ ຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ທີ່ຈະນຳເອົາໄປປະດິດສະຖານ ຢູ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ທີ່ໂຮງປັ້ນຫລໍ່ປະຕິມະກໍາລ້ານຊ້າງ.

ໂອກາດນີ້, ທ່ານ ບຸນສະໜອງ ສີຫາລາດ ຄະນະອໍານວຍການໂຮງປັ້ນຫລໍ່ປະຕິມະກໍາລ້ານຊ້າງ, ທັງເປັນຜູ້ຮັບຜິດຊອບຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ໄດ້ລາຍງານວ່າ: ໂຄງການສ້າງຮູບປັ້ນຫລໍ່ປະທານ ໄກສອນ ພົມວິຫານ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ວັນທີ 15 ມີນາ ເປັນຕົ້ນມາ, ເຊິ່ງເບື້ອງຕົ້ນໄດ້ຂຶ້ນປູນປະຫລັດ, ຂຶ້ນໂຄງຮ່າງຮູບປັ້ນດ້ວຍດິນໜຽວສໍາເລັດແລ້ວ ກໍໄດ້ໃຫ້ການນໍາມາ

ກວດກາ ໃນວັນທີ 27 ມີນາ ແລະ ໄດ້ຮັບຄໍາແນະນໍາ ຈຶ່ງໄດ້ມາປັບປຸງແກ້ໄຂແບບທີ່ມີຄວາມສູງ 7,5 ແມັດ, ມາຮອດປັດຈຸບັນ ຄະນະກວດກາກໍໄດ້ເຫັນດີໃຫ້ກ໋ອບປີ້ແບບ ເຊິ່ງໄດ້ນໍາເຜິ້ງມາກ໋ອບປີ້ໃສ່ແບບມີຢູ່ 6 ສ່ວນຄື: ສ່ວນສຽນ, ສ່ວນເອິກ, ສ່ວນຂາ, ສ່ວນຕີນ, ສ່ວນແຂນ ແມ່ນສໍາເລັດແລ້ວ ແລະ ອີກສ່ວນໜຶ່ງ ແມ່ນສ່ວນມືທີ່ກໍາລັງຈະປັ້ນ, ເມື່ອປັ້ນເຜິ້ງໃສ່ແບບກ໋ອບປີ້ແລ້ວ ແມ່ນຈະໄດ້ຫລໍ່ໃສ່ແບບໃຫ້ສໍາເລັດ ຄາດວ່າໃນເດືອນມິຖຸນາ ຈະປະກອບໃຫ້ສໍາເລັດ.

ສໍາລັບຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ແມ່ນຫລໍ່ດ້ວຍທອງສໍາລິດ ມີຄວາມສູງ 7,5 ແມັດ, ຄວາມກວ້າງໜ້າເອິກປະມານ 1,98 ແມັດ, ຄວາມກວ້າງດ້ານຫລັງ 1,44 ແມັດ, ການປັ້ນ

ຫລໍ່ຄັ້ງນີ້ ແມ່ນໃຊ້ວິຊາການທີ່ຈົບຈາກຂະແໜງວິຈິດສິນ ທີ່ມີພອນສະຫວັນທາງດ້ານສີໄມ້ລາຍມື ແລະ ຊ່າງທີ່ມີຄວາມຊໍານານໃນການປັ້ນຫລໍ່ ຄາດວ່າໃນທ້າຍເດືອນມິຖຸນາ 2023 ຈະໃຫ້ສໍາເລັດ, ພາຍຫລັງສໍາເລັດແລ້ວ ຈະໄດ້ນໍາຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ໄປປະດິດສະຖານ ໄວ້ທີ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ.
ຂ່າວ: ສຸກສະຫວັດ
ຂໍ້ມູນ: ພິສຸດາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER (41)
ບິວເກດ ກາຍເປັນມະຫາເສດຖີ ຍ້ອນການຕັດສິນໃຈຜິດພາດ?
VP LANDSCAPE COVER (39)
5 ວິທີ ໝັກຜົມໃຫ້ງາມງ່າຍໆຈາກທຳມະຊາດ ມີທຸກບ້ານ
Copy of site cover (11)
ເຕືອນໄພຜູ້ໃຊ້ Gmail! ແຮັກເກີໃຊ້ວິທີໃໝ່ ຫຼອກຜ່ານລະບົບຄວາມປອດໄພຂອງ Google ເອງ
site cov (78)
ເກົາຫຼີໃຕ້ເລັ່ງກຳຈັດສິນຄ້າຕ່າງປະເທດສວມປ້າຍ Made in Korea ຫວັງຫຼີກລ່ຽງພາສີທຣຳ
Copy of site cover (11)
ສິງທີ່ໜ້າລຳຄານໃນການໃຊ້ງານ Windows 11
site cov (77)
ຈະນອນກໍຕ້ອງມູ "ສີຜ້າປູ" ສຳຄັນຕໍ່ເຮົາແນວໃດ?
Copy of site cover (10)
Windows 11 ຈະໄດ້ຮັບຄຸນສົມບັດ Copilot+AI ໃນໄວໆນີ້
site cov (76)
ກ້ອນກຳລັງ "ສວນສະໜາມກອງທັບປະຊາຊົນລາວ" ເດີນທາງຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ
VP LANDSCAPE COVER (38)
ການເຕືອນແຈ້ງດ້ວຍ AI ຊ່ວຍບໍ່ໃຫ້ເສືອດາວຫິມະສູນພັນໄດ້ບໍ?
site cov (75)
ຈີນຂູ່ ຕອບໂຕ້ກັບທຸກປະເທດ ຫາກຮ່ວມມືກັບທຣຳ ກະທົບຜົນປະໂຫຍດຈີນ
ຢ່າລື່ມກົດຕິດຕາມ