Copy of site cover (40)
Cisco ເປີດຕົວ Secure Network Architecture ໃໝ່ ຮອງຮັບການເຮັດວຽກຍຸກ AI
ຮຽບຮຽງໂດຍ:kaling
ເຜີຍແຜ່: 12 June, 2025

Cisco ປະກາດເປີດຕົວສະຖາປັດຕະຍະກຳເຄືອຂ່າຍແບບໃໝ່ສຳລັບ campus, branch ແລະ industrial networks ພ້ອມລະບົບຈັດການແບບລວມສູນ ແລະອຸປະກອນເຄືອຂ່າຍລຸ້ນໃໝ່ທີ່ອອກແບບມາສຳລັບ AI workloads ແລະຄວາມປອດໄພລະດັບ quantum-resistant

Cisco ໄດ້ເປີດເຜີຍສະຖາປັດຕະຍະກຳເຄືອຂ່າຍໃໝ່ທີ່ງານ CISCO LIVE ໃນເມືອງ San Diego ເພື່ອຮອງຮັບສິ່ງທ້າທາຍຂອງອົງການຈັດຕັ້ງໃນຍຸກ AI ທີ່ຕ້ອງປະເຊີນກັບປະລິມານ network traffic ທີ່ເພີ່ມຂຶ້ນຢ່າງວ່ອງໄວ, ຄວາມຕ້ອງການ uptime ທີ່ສູງຂຶ້ນ ແລະໄພຂົ່ມຂູ່ດ້ານຄວາມປອດໄພທີ່ທະວີຄວາມຮຸນແຮງ. ຕາມຜົນສຳຫຼວດ Cisco IT Networking Leader Survey ພົບວ່າ 97% ຂອງທຸລະກິດເຊື່ອວ່າຕ້ອງອັບເກຣດເຄືອຂ່າຍເພື່ອໃຫ້ໂຄງການ AI ແລະ IoT ປະສົບຄວາມສຳເລັດ, ໂດຍການຢຸດເຮັດວຽກຄັ້ງດຽວອາດສ້າງຄວາມເສຍຫາຍເຖິງ 160 ພັນລ້ານໂດລາທົ່ວໂລກ.

ຫົວໃຈສຳຄັນຂອງສະຖາປັດຕະຍະກຳໃໝ່ແມ່ນ Unified Management Platform ທີ່ລວມການຈັດການອຸປະກອນ Meraki ແລະ Catalyst ເຂົ້າດ້ວຍກັນ, ຮອງຮັບ wireless, switching, routing ແລະ industrial networks ໃນແພລັດຟອມດຽວ, ເຮັດວຽກໄດ້ທັງແບບ cloud, on-premises ຫຼື hybrid deployment. ລະບົບນີ້ເສີມດ້ວຍ ThousandEyes assurance ທີ່ຂະຫຍາຍໄປຍັງ mobile endpoints ແລະ industrial IoT ພ້ອມການຜະສານລວມກັບ Splunk ເພື່ອໃຫ້ຂໍ້ມູນເຊິງເລິກແບບ real-time ຈາກເຄືອຂ່າຍເຖິງແອບພລິເຄຊັນ. ນອກຈາກນີ້ຍັງມີ AgenticOps ທີ່ຂັບເຄື່ອນດ້ວຍ AI ໃຊ້ Deep Network Model ຊຶ່ງເປັນ domain-specific LLM ທີ່ຜ່ານການຝຶກດ້ວຍຄວາມຊ່ຽວຊານຂອງ Cisco ມາຫຼາຍສິບປີ, ຊ່ວຍໃຫ້ລະບົບເຂົ້າໃຈເຄືອຂ່າຍແລະເຮັດວຽກແບບທີ່ທີມ IT ຕ້ອງການ, ຫຼຸດເວລາເຮັດວຽກຈາກຫຼາຍຊົ່ວໂມງເຫຼືອພຽງບໍ່ກີ່ນາທີ.

ດ້ານຮາດແວ Cisco ເປີດຕົວອຸປະກອນເຄືອຂ່າຍລຸ້ນໃໝ່ທີ່ອອກແບບມາເພື່ອຮອງຮັບ AI workloads ໂດຍສະເພາະ:

Cisco C9350 ແລະ C9610 Smart Switches ທີ່ໃຊ້ Silicon One ໃຫ້ throughput ສູງເຖິງ 51.2Tbps ແລະ latency ຕ່ຳກວ່າ 5 microseconds ພ້ອມລະບົບຄວາມປອດໄພ quantum-resistant

Cisco Secure Routers ລຸ້ນໃໝ່ ໄດ້ແກ່ 8100, 8200, 8300, 8400 ແລະ 8500 ສຳລັບ branch operations ທີ່ລວມ SD-WAN, SASE ແລະ NGFW ໃນອຸປະກອນດຽວ, ມີ throughput ສູງກວ່າລຸ້ນກ່ອນ 3 ເທົ່າ

ອຸປະກອນ Wi-Fi 7 ໃໝ່ ດ້ວຍ Cisco Wireless 9179F Series ສຳລັບສະໜາມກິລາແລະສະຖານທີ່ຂະໜາດໃຫຍ່ ພ້ອມ Cisco Campus Gateway ສຳລັບ cloud-managed roaming

Industrial switches ແບບ ruggedized ຮອງຮັບ visual quality inspections ແລະ autonomous mobile robots ລວມທັງ Ultra-Reliable Wireless Backhaul (URWB) ຜະສານກັບ Wi-Fi ໃນອຸປະກອນດຽວ

ໃນດ້ານຄວາມປອດໄພ, Cisco ຜະສານລວມການປ້ອງກັນຂັ້ນສູງເຂົ້າກັບເຄືອຂ່າຍໃນ 3 ລະດັບ ຄື Cisco Live Protect ສຳລັບປ້ອງກັນ kernel-level exploits, post-quantum-ready MACsec ແລະ IPsec encryption ສຳລັບປ້ອງກັນຂໍ້ມູນຂະນະສົ່ງຜ່ານ ແລະການປ້ອງກັນຜູ້ໃຊ້ງານແລະອຸປະກອນດ້ວຍ microsegmentation ແລະ AI-powered device classification. ທັງນີ້ C9000 Smart Switches ຍັງເປັນ Hypershield-ready ທີ່ຈະຊ່ວຍເພີ່ມປະສິດທິພາບ network segmentation ເພື່ອຄວບຄຸມໄພຂົ່ມຂູ່ດ້ວຍຄວາມໄວລະດັບ machine.

ຜະລິດຕະພັນທັງໝົດສາມາດສັ່ງຊື້ໄດ້ໃນເດືອນນີ້ຜ່ານ Cisco ຫຼື partner ທີ່ໄດ້ຮັບການຮັບຮອງ ພ້ອມບໍລິການ Cisco Customer Experience ແລະແຜນການຊຳລະເງິນຜ່ານ Cisco Capital ທີ່ຮອງຮັບກວ່າ 100 ປະເທດ.

ຂໍ້ມູນຂ່າວ: https://newsroom.cisco.com/c/r/newsroom/en/us/a/y2025/m06/cisco-unveils-secure-network-architecture-to-accelerate-workplace-ai-transformation.html

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ