pele (17)
ກຽມສະເໜີເມືອງ​ຈໍາປາສັກ​ ສະໜັກເຂົ້າຮ່ວມໃນການຮັບລາງວັນມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ ປະຈໍາປີ 2026
ຮຽບຮຽງໂດຍ:Pele
ເຜີຍແຜ່: 13 June, 2025

ຄະນະກຳມະການປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ​ ຂັ້ນແຂວງ​ ແລະ​ ຂັ້ນເມືອງ​ ນໍາໂດຍພະແນກ​ຖະແຫຼງຂ່າວ, ວັດທະນະທໍາ​ ແລະ​ ທ່ອງທ່ຽວ​ ແຂວງຈໍາປາສັກ​ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເຄື່ອນໄຫວປະເມີນ​ເບື້ອງຕົ້ນ​ ເມືອງຈໍາປາສັກ​ ເປັນເມືອງມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ເພື່ອຊຸກຍູ້ກຳນົດເປົ້າໝາຍ​ ແລະ​ ເງື່ອນໄຂ ສະເໜີຄັດເລືອກ​  ສະໝັກເຂົ້າຮ່ວມໃນການຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນປະຈໍາປີ 2026, ໃນວັນທີ​ 10 ມີຖຸນາ​ 2025 ຜ່ານມານີ້

 

 

 

ການເຄື່ອນໄຫວປະເມີນ​ຄັ້ງນີ້​ ໄດ້ຕິດຕາມກວດກາເບິ່ງ​ຈຸດສໍາຄັນຕ່າງໆ ທີ່ເປັນສະຖານທີ່ບໍລິການ, ສະຖານທີ່ສາທາລະນະ ທີ່ເປັນຈຸດກ່ຽວພັນກັບການທ່ອງທ່ຽວ ທີ່ມີນັກທ່ອງທ່ຽວ ຫຼື ມວນຊົນເຂົ້າມາໃຊ້ບໍລິການ ເຊັ່ນ: ຕະຫຼາດດອນຕະລາດ, ສວນສາທາລະນະວັດສີສຸມັງ, ສະຖານທີ່ທ່ອງທ່ຽວວັດພູຈໍາປາສັກ, ຮ້ານຂາຍເຄື່ອງຜະລິດຕະພັນຫັດຖະກໍາ,​ ຮ້ານເຄື່ອງປັ້ນດິນເຜົາ,​ ສະຖານທີ່ທ່ອງທ່ຽວວັດເມືອງກາງ​, ຮ້ານຫັດຖະກຳໄມ້ປ່ອງ ແລະ​ ອື່ນໆ

 

ການເຄື່ອນໄຫວປະເມີນແຕ່ລະຈຸດ​ ກໍໄດ້ຮັບຟັງ ການລາຍງານຈາກຜູ້ຮັບຜິດຊອບສະຖານທີ່​ ກ່ຽວກັບການຮັກສາຄວາມສະອາດ ໃຫ້ເປັນພື້ນທີ່ສີຂຽວ, ພ້ອມນັ້ນ​ ຄະນະກໍາມະການທີ່ເຂົ້າຮ່ວມການປະເມີນ ກໍໄດ້ມີຄໍາແນະນໍາໃຫ້ຜູ້ປະກອບການ ກໍຄືຜູ້ຮັບຜິດຊອບສະຖານທີ່​ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ເພື່ອເປັນພື້ນຖານເຮັດໃຫ້ເມືອງຈໍາປາສັກ​ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ ໃນອະນາຄົດອັນໃກ້ນີ້

 

ສໍາລັບ ເນື້ອໃນການປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ: ການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫຼືອ, ການປູກຈິດສໍານຶກການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດພື້ນທີ່ສີຂຽວ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນເມືອງ, ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
jane (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
jane (1)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ