
ຫນຸ່ມກູ້ໄພໃຈສະຫຼາາຍ ເຮັດວຽກເພື່ອຊ່ວຍເຫຼືອປະຊາຊົນມາກໍ່ຫຼາຍ ບໍ່ຄິດວ່າໃນມື້ນີ້ຈະໄດ້ຝັງສົບລູກຂອງຕົນເອງ.ທີ່ເກີດມາພຽງແຕ່ 4 ມື້
(5 ພຶດສະພາ 2023) ນັກຂ່າວສັນຈອນລາຍງານວ່າ: ທ້າວ ວິທະວັດ ຈັນທະສີ ອາຍຸ 20 ປີ ອາສາສະໝັກໜ່ວຍກູ້ໄພ ບູຣີຣາມ ພ້ອມດ້ວຍພັນລະຍາ ໄດ້ນຳເອົາສົບຂອງ ທ້າວ ນົນທາວັດ ຫຼື ນ້ອງສີກ ລູກຊາຍທີ່ເກີດໃໝ່ມາໄດ້ພຽງ 4 ວັນແຕ່ເສຍຊີວິດ. ເຮັກພິທີຝັງສົບຢູ່ໃນປ່າຊ້າ ວັດໂຄກສະອາດ ວະນາຣາມ (ໂຄກຮັກ) ບ້ານ ດອນອາຮາງ ເມືອງ ໜອງກີ ດ້ວຍຄວາມໂສກເສົ້າເສຍໃຈ
ໂດຍ ທ້າວ ວິທະວັດ ອາສາສະໝັກກູ້ໄພທາງຫຼວງບຸລີລັມ, ພໍ່ຂອງທ້າວສິກ,ເດັກທີ່ເສຍຊີວິດ, ເລົ່າວ່າ: ໃນວັນທີ 29 ເມສາ 2023, ໃນຂະນະທີ່ເຮັດໜ້າທີ່ຂັບລົດໄປຮັບຄົນເຈັບຈາກໂຮງໝໍ ນາງຮອງ. ເພື່ອສົ່ງກັບມາຮອງໝໍໜອງກີ ຂະນະທີ່ລໍຖ້າຮັບຄົນເຈັບຢູ່ໂຮງໝໍນາງຮອງ, ໄດ້ມີລົດສົ່ງຈາກໂຮງໝໍໜອງກີມາສົ່ງຄົນເຈັບທີ່ເກີດກ່ອນກຳນົດ. ໝູ່ຍັງເວົ້າກັບຕົນວ່າໄປຊ່ວຍອຸ້ຍເດັກຄົນນັ້ນແດ່ ແຕ່ກໍ່ໄດ້ບອກໝູ່ໄປວ່າ ຈະໄປຊ່ວຍແນວໃດ ໃນເມື່ອພວກເຮົາຕ້ອງໄປສົ່ງຄົນເຈັບໄປໂຮງໝໍໜອງກີ່ຢູ່. ແຕ່ເມື່ອເອົາຄົນເຈັບໄປໂຮງໝໍໜອງກີ່ ກໍ່ໄດ້ໄປພົບຍາດພີ່ນ້ອງຂອງຝ່າຍເມຍຕົນເອງ ບອກວ່າເມຍຂອງຕົນໄດ້ເກີດລູກແລ້ວ ແຕ່ເດັກບໍ່ແຂງແຮງ ເພາະເກີດກ່ອນກຳນົດ, ອາຍຸພຽງແຕ່ 6 ເດືອນ ທາງໂຮງໝໍໜອງກີ. ຈຶ່ງໄດ້ນຳສົ່ງເດັກໄປອົບຢູ່ໂຮງໝໍນາງຮອງ.
ສະນັ້ນເລີຍຄິດອອກວ່າເດັກນ້ອຍທີ່ຖືກສົ່ງໄປຄາດກັນມື້ກີ້ນີ້ ທີ່ໂຮງໝໍນາງຮອງໜ້າຈະເປັນລູກຕົນເອງແນ່ນອນ ສະນັ້ນ ຈິ່ງຟ້າວຂັບລົດຈາກໜອງກີ ໄປເບິ່ງລູກຢູ່ໂຮງໝໍນາງຮອງ ແຕ່ເຫັນໜ້າລູກໄດ້ພຽງ 4 ມື້ກໍມາຈາກໄປ, ເສຍໃຈຫຼາຍ ເພາະເປັນລູກຊາຍຄົນທຳອິດ. ບໍ່ຄິດວ່າຈະຈາກໄປໄວປານນີ້. ທີ່ຜ່ານມາຕົນເປັນອາສາສະໝັກກູ້ໄພຊ່ວຍເຫຼືອສັງຄົມ. ຮັບສົ່ງຄົນເຈັບ ຊ່ວຍເຫຼືອຜູ້ບາດເຈັບ ເກັບສົບຄົນຕາຍມາຫຼາຍປີ ບໍ່ຄິດວ່າມື້ນີ້ຈະມາຝັງສົບລູກຊາຍຂອງຕົນເອງທີ່ຫາກໍມືນຕາເບິ່ງໂລກໄດ້ພຽງ 4 ມື້ເທົ່ານັ້ນ, ຕົນ ແລະ ຄອບຄົວບໍ່ໄດ້ຕິດໃຈກັບສາເຫດການເສຍຊີວິດຂອງລູກຊາຍ ເຊິ່ງທາງໂຮງໝໍບອກວ່າແມ່ນຍ້ອນເກີດກ່ອນກຳນົດ. ປອດບໍ່ແຂງແຮງ ສະນັ້ນ ຈຶ່ງຢາກໃຫ້ຄົນທີ່ມີລູກ ເບິ່ງແຍງລູກໃຫ້ດີ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














