
ສະຫະພັນຄາຣາເຕໂດ້ ນະຄອນຫລວງວຽງຈັນ ຮ່ວມກັບ ສະໂມສອນຄາຣາເຕໂດ້ອຸດອນທານີ ປະເທດໄທ ຈັດກິດຈະກຳຝຶກຊ້ອມ ແລະ ແຂ່ງຂັນມິດຕະພາບ
ສະຫະພັນຄາຣາເຕໂດ້ ນະຄອນຫລວງວຽງຈັນ ຮ່ວມກັບ ສະໂມສອນຄາຣາເຕໂດ້ອຸດອນທານີ ປະເທດໄທ ຈັດກິດຈະກຳຝຶກຊ້ອມ ແລະ ແຂ່ງຂັນມິດຕະພາບ ເພື່ອທົດສອບສີມື ກຽມສູ່ກິລາແຫ່ງຊາດລາວ ຄັ້ງທີ 12
ກິດຈະກຳນີ້ ຈັດຂຶ້ນເມື່ອທ້າຍອາທິດຜ່ານມາ (ວັນທີ 6-8 ມິຖຸນາ 2025) ທີ່ສູນຝຶກຊ້ອມກິລາຄາຣາເຕ້ ມະຫາວິທະຍາໄລກິລາແຫ່ງຊາດໄທ ວິທະຍາເຂດອຸດອນທານີ, ໂດຍມີນັກກິລາຈາກສະໂມສອນສີໂຄດຕະບອງ, ໂຮງຮຽນສຸລິຍາ, ສະໂມສອນຄາຣາເຕ້ອຸດອນທານີ ແລະ ສະໂມສອນຄາຣາເຕ້ບຶງການ ຫຼາຍກວ່າ 60 ຄົນເຂົ້າຮ່ວມ.

ຈຸດປະສົງເພື່ອເສີມສ້າງເຕັກນິກ, ບຸກຄະລິກກະພາບ ແລະ ທັກສະໃໝ່ໃຫ້ນັກກິລາ ທັງລຸ້ນໃຫ່ຍ ແລະ ນ້ອຍ ອີກທັງເປັນກຽມພ້ອມ ເຂົ້າຮ່ວມຊິງໄຊ ໃນກິລາແຫ່ງຊາດ ຄັ້ງທີ 12 ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນເດືອນພະຈິກປີນີ້.
ກິດຈະກຳຄັ້ງນີ້ ໄດ້ນັບການສະໜັບສະໜູນຈາກ ສະມາຄົມກິລາແຫ່ງແຂວງອຸດອນທານີ, ມະຫາວິທະຍາໄລກິລາແຫ່ງຊາດໄທ ວິທະຍາເຂດອຸດອນທານີ, ສະໂມສອນຄາຣາເຕ້ອຸດອນທານີ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ສະຫະພັນກາຣາເຕໂດແຫ່ງຊາດ, ໂຮງຮຽນສຸລິຍາ, ສະໂມສອນຄາຣາເຕ້ສີໂຄດ, ຄູຝຶກ ມິວ, ຄູຝຶກ ຄິມ ຈາກໄທ ແລະ ຜູ້ປົກຄອງນັກກິລາທີ່ໃຫ້ການຮ່ວມມື ແລະ ສົ່ງເສີມກິດຈະກຳຄັ້ງນີ້ໃຫ້ສໍາເລັດຜົນໄປໄດ້ດ້ວຍດີ.

ຂ່າວຈາກ: ຂ່າວກິລາ Lao National TV
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Wednesday, 5 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














