site cover1 (6)
Rocky Linux 10 ທາງເລືອກສຳລັບ RHEL 10 ເຂົ້າສູ່ສະຖານະ GA ແລ້ວ
ຮຽບຮຽງໂດຍ:kaling
ເຜີຍແຜ່: 16 June, 2025

Rocky Linux ລະບົບປະຕິບັດການລະດັບ Enterprise ແບບ Open-Source ທີ່ອ້າງວ່າເປັນ Production Ready ທີ່ຟຣີ ແລະມີການສະໜັບສະໜູນເຖິງ 10 ປີ ຫລ້າສຸດໄດ້ປະກາດປ່ອຍ Rocky Linux 10 ໃຫ້ເຂົ້າສູ່ສະຖານະ GA ພ້ອມດາວໂຫລດໃຊ້ງານໄດ້ແລ້ວໃນມື້ນີ້ ສຳລັບໃຜທີ່ຊອກຫາທາງເລືອກຂອງ Red Hat Enterprise Linux 10

ໂດຍ Rocky Linux ນັ້ນເປັນລະບົບປະຕິບັດການທີ່ມີການ Rebuild ຈາກ RHEL ໂດຍກົງ ເຊິ່ງມີການຊູຈຸດເດັ່ນທັງເລື່ອງ Production Ready ໃນລະດັບ Enterprise ທີ່ມີຄວາມເສົຖຽນ ແລະຈະມີການອັບເດດໃຫ້ເຖິງ 10 ປີໂດຍບໍ່ມີຄ່າໃຊ້ຈ່າຍ ພ້ອມການສະໜັບສະໜູນດ້ວຍຊຸມຊົນ ແລະຄວາມງ່າຍໃນການຍ້າຍຈາກ Distro ອື່ນໆ ມາທີ່ Rocky Linux

ແລະຫລ້າສຸດ Rocky Linux 10.0 ກໍໄດ້ພ້ອມໃຫ້ບໍລິການແລ້ວ ໂດຍມາພ້ອມພາສາການຂຽນໂປຣແກຣມ ລວມທັງ Web ກັບ Database Server ທີ່ຫລາກຫລາຍ ເຊັ່ນ PHP 8.3, Python 3.12, nginx 1.26, PostgreSQL 16.8, MariaDB 10.11 ພ້ອມກັບເຄື່ອງມືອື່ນໆ ອີກຫລາຍຢ່າງ ເຊັ່ນ Performance Co-pilot 6.3.0, Grafana 10.2.6 ຫຼື LLVM Toolset 19.1.7 ເປັນຕົ້ນ

ໄຮໄລຕ໌ສຳຄັນ ຄື Rocky Linux 10 ນັ້ນພ້ອມສະໜັບສະໜູນສະຖາປັດຕະຍະກຳ RISC-V 64 Bit ແລ້ວ ອັນສົ່ງຜົນໃຫ້ລະບົບປະຕິບັດການພ້ອມສະໜັບສະໜູນແພລດຟອມຮາດແວໄດ້ຫລາກຫລາຍຫລາຍຂຶ້ນ ເຊິ່ງເອີ້ນວ່າເປັນກ້າວສຳຄັນທີ່ນ່າຈະທຳໃຫ້ Rocky Linux ເຂົ້າເຖິງໄດ້ໃນວົງກວ້າງຫລາຍຂຶ້ນ

ລາຍລະອຽດກ່ຽວກັບ Rocky Linux 10 ສາມາດອ່ານເພີ່ມເຕີມໄດ້ທີ່ເວັບໄຊຕ໌ຂອງ Rocky Linux

ຂ່າວຈາກ: https://9to5linux.com/rocky-linux-10-is-out-now-as-free-alternative-to-red-hat-enterprise-linux-10

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
ຢ່າລື່ມກົດຕິດຕາມ