pele (34)
ຈະສົ່ງແຮງງານລາວ ໄປເຮັດວຽກການປະມົງ ທີ່ ສ ເກົາຫຼີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 16 June, 2025

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດສົ່ງຜູ້ອອກແຮງງານປະມົງໄປ ສ ເກົາຫຼີ (ວີຊາ E-10-2 ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມີບັນດາຕາງໜ້າຈາກ 5 ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ ໄດ້ມາປຶກສາຫາລືກັບ 9 ບໍລິສັດຈັດຫາງານຂອງ ສປປ ລາວ ທີ່ໄດ້ຮັບອະນຸຍາດກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນການສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະທດ ເຂົ້າຮ່ວມ.

 

ໃນກອງປະຊຸມປຶກສາຫາລື ຄັ້ງນີ້, ທ່ານ ບຸນສວນ ໄຊຍະສິນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນການປຶກສາຫາລືລະຫວ່າງ ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານ ດ້ານການປະມົງ ຂອງ ສ ເກົາຫຼີ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບ ສ ເກົາຫຼີ ເປັນການຮ່ວມມືໃນການຮັບເອົາແຮງງານ ສປປ ລາວ ໄປເຮັດວຽກ ທີ່ ສ ເກົາຫຼີ ແລະ ເປັນຄວາມຫວັງຂອງແຮງງານລາວ ທີ່ຢາກໄປເຮັດວຽກ ທີ່ ສ ເກົາຫຼີ, ສະນັ້ນ ສປປ ລາວ ຈິ່ງພະຍາຍາມສ້າງສາຍພົວພັນ ແລະ ສ້າງໂອກາດໃຫ້ແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ ໃຫ້ຫຼາຍຂຶ້ນໃນຫຼາຍໆລະບົບ.

 

ຫຼ້າສຸດ ໄດ້ມີການປຶກສາຫາລືໃນການສົ່ງແຮງງານລາວ ໄປເຮັດວຽກໃນການປະມົງ ເຊິ່ງທາງກະຊວງແຮງງານ ແລະ ສະຫວັດດີການ ສັງຄົມໄດ້ມີການປະສານງານ, ພົວພັນ ແລະ ເຮັດວຽກຮ່ວມກັບ ສະມາຄົມການບໍລິຫານຈັດການການປະມົງ ຂອງ ສ ເກົາຫຼີ ຕັ້ງແຕ່ປີ 2023 ເປັນຕົ້ນມາ, ຫຼັງຈາກນັ້ນ ວິຊາການທັງສອງຝ່າຍໄດ້ມີການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ແລະ ກໍານົດກົນໄກວິທີການຮ່ວມກັນ ຈົນມາຮອດກອງປະຊຸມໃນມື້ນີ້ ແນ່ນອນກອງປະຊຸມມື້ນີ້ມີຄວາມສໍາຄັນຫຼາຍ ສໍາລັບ ສປປ ລາວ ພວກເຮົາ ເພາະເປັນການລໍຄອຍມາຫຼາຍປີ ເພື່ອປຶກສາຫາລື ແລະ ກໍານົດກົນໄກຕ່າງໆ ເພື່ອໃຫ້ສາມາດສົ່ງແຮງງານລາວໄປເຮັດວຽກຕາມກໍານົດເວລາ.

 

ເຖິງວ່າ ສປປ ລາວ ຈະບໍ່ມີທະເລ ແຕ່ກໍໄດ້ສົ່ງແຮງງານໄປເຮັດການປະມົງຢູ່ປະເທດໄທ ໃນໄລຍະທີ່ຜ່ານມາ ຊຶ່ງກອງປະຊຸມມື້ນີ້ ກໍຈະໄດ້ປຶກສາຫາລື ລະຫວ່າງ 2 ຝ່າຍໃນການສົ່ງແຮງງານປະມົງ ໄປ ສ ເກົາຫຼີ ຊຶ່ງເງື່ອນໄຂແຮງງານທີ່ຈະໄປ ຈະມີການຝຶກອົບຮົມພື້ນຖານໃນເຮືອ, ວັດທະນະທໍາ ສ ເກົາຫຼີ ແລະ ກົດໝາຍວ່າດ້ວຍການປະມົງ ຂອງ ສ ເກົາຫຼີ ປະມານ 2 ອາທິດ ໂດຍກໍານົດເອົາແຮງງານລະຫວ່າງອາຍຸ 20-45 ປີ ໃນໄລຍະ 3 ປີ (ສາມາດເພີ່ມໄດ້ 1 ປີກັບ 10 ເດືອນ ), ໂດຍອີງຕາມທີ່ ກະຊວງມະຫາສະໝຸດ ແລະ ການປະມົງ ສ ເກົາຫຼີ ອອກແຈ້ງການໃນທ້າຍປີຂອງແຕ່ລະປີ ກໍຄືສໍາລັບປີ 2025 ໂດຍຄ່າແຮງງານຕໍ່າສຸດຂອງຊາວປະມົງຈະໄດ້ 2.614.810 ວອນຕໍ່ເດືອນ ເມື່ອທຽບໃສ່ປີ 2024 ເພີ່ມຂຶ້ນ 2.1%

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-27T155741.314
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2
site cover1 (90)
Microsoft ທົດສອບຄຸນສົມບັດການສືບຕໍ່ໃຊ້ແອັບ Android ຢູ່ Windows 11
site cover1 (89)
ພາສີ 50% ຂອງ Trump ຕໍ່ອິນເດຍເລີ່ມມີຜົນບັງຄັບໃຊ້ ຂະນະທີ່ Modi ຮຽກຮ້ອງໃຫ້ພຶ່ງຕົນເອງ
pele - 2025-08-27T143912.479
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ
site cover1 (88)
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ
pele - 2025-08-27T135451.737
ຄະນະຮັບຜິດຊອບ ນະໂຍບາຍສິນເຊື່ອແຂວງຄໍາມ່ວນ ລົງຕິດຕາມ ຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນ
site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
pele - 2025-08-27T095144.914
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
ຢ່າລື່ມກົດຕິດຕາມ