
Anker ເອີ້ນຄືນ Powerbank ລຸ້ນ Powercore10000 ເນື່ອງຈາກມີຄວາມສ່ຽງຕໍ່ການເກີດໄຟໄໝ້
Anker ເອີ້ນຄືນ Powerbank ລຸ້ນ Powercore10000 (ລຸ້ນໂມເດວ A1263) ຊຶ່ງພົບປະມານ 1,158,000 ເຄື່ອງ ເນື່ອງຈາກພົບຄວາມສ່ຽງຈາກແບັດເຕີຣີລິທຽມໄອອອນທີ່ອາດເຮັດໃຫ້ເຄື່ອງຮ້ອນເກີນຈົນເກີດໄຟໄໝ້ຫຼືລະເບີດ ສົ່ງຜົນໃຫ້ມີບົດລາຍງານເຫດການ 19 ຄັ້ງ ຊຶ່ງລວມເຖິງໄຟໄໝ້ແລະການລະເບີດ ພ້ອມມີບົດລາຍງານການບາດເຈັບເລັກນ້ອຍ 2 ຄົນ ແລະຄວາມເສຍຫາຍຕໍ່ຊັບສິນກວ່າ 60,700 ໂດລາ
ລາຍລະອຽດລຸ້ນທີ່ເອີ້ນຄືນ
- ພາວເວີແບງ Powercore10000 ທຸກສີ (ດຳ, ຟ້າ, ແດງ, ຂາວ) ໃນລຸ້ນ A1263 ແມ່ນກຸ່ມທີ່ໄດ້ຮັບຜົນກະທົບ
- ຕ້ອງກວດສອບເລກຊີເຣຍວໃນເຄື່ອງກັບຂໍ້ມູນຈາກເວັບໄຊ Anker
ວິທີກວດສອບວ່າເຄື່ອງຂອງທ່ານໄດ້ຮັບຜົນກະທົບຫຼືບໍ່
- ຢຸດການນຳໃຊ້ທັນທີ
- ກວດສອບເລກໂມເດວ: A1263 ແລະເບິ່ງເລກຊີເຣຍວທີ່ດ້ານລຸ່ມເຄື່ອງ
- ໄປທີ່ໜ້າ Product Recalls ຂອງ Anker ເພື່ອກວດສອບເລກຊີເຣຍວ
ວິທີດຳເນີນການຫາກພົບວ່າເຄື່ອງຂອງທ່ານຢູ່ໃນກຸ່ມເອີ້ນຄືນ
- ເລືອກຮັບພາວເວີແບງລຸ້ນໃໝ່ (A1388) ແທນເຄື່ອງເກົ່າ
- ຫຼືເລືອກຮັບບັດຂອງຂວັນມູນຄ່າ 30 ໂດລາ ສຳລັບໃຊ້ຊື້ສິນຄ້າໃນເວັບໄຊ Anker
- ສົ່ງຮູບຖ່າຍເຄື່ອງ ພ້ອມເລກຊີເຣຍວແລະຂຽນຄຳວ່າ “recalled” ເພື່ອຢືນຢັນ
- ເຄື່ອງເກົ່າຄວນຖືກນຳໄປຖິ້ງທີ່ສູນຮັບຣີໄຊເຄີນແບັດເຕີຣີລິທຽມໂດຍສະເພາະ
ສາເຫດການເອີ້ນຄືນ ແບັດເຕີຣີສຳຮອງ ຫາກເກັບໄວ້ນານຫຼາຍປີມີໂອກາດເສື່ອມຄຸນນະພາບແລະລັດວົງຈອນຈົນເກີດຄວາມຮ້ອນເກີນ ເຖິງແມ່ນວ່າເຫດການຈະບໍ່ຮ້າຍແຮງຫຼາຍ ແຕ່ Anker ຕັດສິນໃຈປ້ອງກັນໄວ້ກ່ອນເພື່ອຄວາມປອດໄພຂອງຜູ້ບໍລິໂພກ
ຂ່າວຈາກ: https://www.anker.com/a1263-recall
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Tuesday, 4 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














