pele (37)
ລະວັງນຳກັນ! ມະເຮັງປອດໄພງຽບໃກ້ໂຕທີ່ຄິດບໍ່ເຖິງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 16 June, 2025
ໝວດ: ຂ່າວ

ໄພງຽບໃກ້ໂຕທີ່ອາດຈະຄາດບໍ່ເຖິງ ແລະ ມັກຖືກກວດພົບໃນໄລຍະທີ່ລຸກລາມໄປແລ້ວ!

 

ຕາມ​ສະຖິຕິ​ຂອງ​ອົງການ​ອະນາ​ໄມ​ໂລກ ມະເຮັງປອດແມ່ນມະເຮັງທີ່ຄົນທົ່ວໂລກເປັນຫຼາຍ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ. ມີ​ຜູ້​ຕິດ​ເຊື້ອ​ໃໝ່​ປະມານ 2,5 ລ້ານ​ຄົນ​ໃນ​ແຕ່ລະ​ປີ ​ແລະ ​ມີ​ຜູ້​ເສຍ​ຊີວິດ​ປະມານ 1,8 ລ້ານ​ຄົນ. ເນື່ອງຈາກປອດເປັນອະໄວຍະວະທີ່ເຮັດໜ້າທີ່ໃນການເອົາອົກຊີຈາກສິ່ງເວດລ້ອມເຂົ້າສູ່ກະແສເລືອດ. ມະເຮັງປອດຖ້າກວດພົບໃນໄລຍະຕົ້ນ ມີໂອກາດສູງທີ່ຈະປິ່ນປົວໃຫ້ຫາຍຂາດໄດ້ ຢ່າງໃດກໍ່ຕາມເປັນເລື່ອງທີ່ໜ້າເປັນຫ່ວງຫຼາຍ ເພາະທີ່ຄົນເຈັບສ່ວນຫຼາຍມັກຈະໄປພົບແພດເມື່ອມະເຮັງໄດ້ແຜ່ລາມໄປແລ້ວ ເຮັດໃຫ້ການປິ່່ນປົວມີຄວາມຫຍຸ້ງຍາກຫຼາຍ ແລະ ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້.ສໍາລັບອາການເບື້ອງຕົ້ນແມ່ນໄອເປັນເລືອດ, ຫາຍໃຈຍາກ, ຫອບ, ຫາຍໃຈຝືດ, ສຽງແຫບ, ເຈັບໜ້າເອິກ, ເມື່ອຍລ້າ, ບໍ່ຢາກອາຫານ ແລະ ນ້ໍາຫນັກລົງຜິດປົກກະຕິ.

 

 

ມະເຮັງປອດເປັນພະຍາດຮ້າຍແຮງທີ່ມັກຈະກວດພົບເມື່ອມີອາການແລ້ວ ແລະ ສົ່ງຜົນໃຫ້ມີອັດຕາການເສຍຊີວິດຂ້ອນຂ້າງສູງ. #ສາເຫດຕົ້ນຕໍ່ແມ່ນມາຈາກຢາສູບ, ຄວັນຢາສູບ,ຢາສູບໄຟຟ້າ ແລະ ໂດຍສະເພາະຝຸ່ນ PM2.5 ທີ່ມີສານເຄມີຫຼາຍຊະນິດທີ່ເປັນສານກໍ່ມະເຮັງ. ສັນຍານເຕືອນໄພຂອງມະເຮັງປອດ ຖືວ່າຮຸນແຮງພໍສົມຄວນ ນອກຈາກນັ້ນ, ການກວດຫາມະເຮັງໃນໄລຍະຕົ້ນແມ່ນຂ້ອນຂ້າງຍາກ ເຮັດໃຫ້ປະສິດທິພາບຂອງການປິ່ນປົວຂ້ອນຂ້າງຈໍາກັດ.

 

ວິທີທີ່ດີທີ່ສຸດແມ່ນເນັ້ນໃສ່ການປ້ອງກັນຫຼາຍກວ່າການປິ່ນປົວ ເຊິ່ງສາເຫດຕົ້ນຕໍຂອງມະເຮັງປອດແມ່ນຢາສູບ. ດັ່ງນັ້ນ, ຢຸດເຊົາການສູບຢາ ຫຼື ຫຼີກເວັ້ນການໃກ້ຊິດກັບຜູ້ທີ່ສູບຢາ, ອາໄສຢູ່ໃນບ່ອນທີ່ມີອາກາດປອດໂປ່ງ, ໃສ່ອຸປະກອນປ້ອງກັນ ຫຼື ໜ້າກາກອານາໄມຖ້າທ່ານຕ້ອງເຮັດວຽກຢູ່ໃນສະຖານທີ່ທີ່ມີຄວາມສ່ຽງຕໍ່ການເປັນພະຍາດ, ພັກຜ່ອນໃຫ້ພຽງພໍ, ກິນອາຫານທີ່ມີໂພຊະນາການ, ອອກກໍາລັງກາຍ ແລະ ໝັ່ນກວດສຸຂະພາບຕະຫຼອດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 16 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,420
21,696
thailand (1)
THB
659.02
671.54
european-union
EUR
23,712
24,187
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (37)
ລະວັງນຳກັນ! ມະເຮັງປອດໄພງຽບໃກ້ໂຕທີ່ຄິດບໍ່ເຖິງ
site cover1 (11)
Anker ເອີ້ນຄືນ Powerbank ລຸ້ນ Powercore10000 ເນື່ອງຈາກມີຄວາມສ່ຽງຕໍ່ການເກີດໄຟໄໝ້
pele (34)
ຈະສົ່ງແຮງງານລາວ ໄປເຮັດວຽກການປະມົງ ທີ່ ສ ເກົາຫຼີ
site cover1 (10)
Google ປ່ອຍຟີເຈີສະຫຼຸບເນື້ອຫາ PDF ແລະ Google Forms
pele (32)
ມາເລເຊຍເປັນປະເທດກິຕິມະສັກຂອງງານວາງສະແດງປື້ມສາກົນປັກກິ່ງຄັ້ງທີ 31
pele (30)
ອິນເດຍ ເສຍຊີວິດ 7 ຄົນ ຫຼັງເຮລິຄອບເຕີຕົກ ຄັ້ງທີ 5 ໃນຮອບ 2 ເດືອນ
site cover1 (9)
Amazon ລົງທຶນ 400,000 ລ້ານບາດ ຍົກລະດັບສູນກາງຂໍ້ມູນ AI ໃນອອສເຕຣເລຍ
site cover1 (8)
ແຮກເກີແອບອ້າງຊື່ເຄື່ອງມື AI ທີ່ມີຊື່ສຽງຄື ChatGPT ປ່ອຍໂປຣແກຣມຕິດຕັ້ງປອມທີ່ບັນຈຸມັນແວທຮ້າຍ
site cover1 (7)
ຫນີບໍ່ພົ້ນ! ພົບຊ່ອງໂຫວ່ຢູ່ປຼັກອິນ Wishlist ສຳລັບ WordPress ເຮັດໃຫ້ຫຼາຍເວັບໄຊທ໌ຢູ່ພາຍໃຕ້ຄວາມສ່ຽງ
site cover1 (6)
Rocky Linux 10 ທາງເລືອກສຳລັບ RHEL 10 ເຂົ້າສູ່ສະຖານະ GA ແລ້ວ
ຢ່າລື່ມກົດຕິດຕາມ