pele (38)
ຫຼາຍຄົນເບິ່ງຂ້າມ "ກະສັດແຫ່ງຖົ່ວ" ທັງທີ່ເປັນອາຫານບຳລຸງໄຕ ອັນດັບ 1 ໃນຕຳລາຢາແຜນບູຮານ
ຮຽບຮຽງໂດຍ:Pele
ເຜີຍແຜ່: 17 June, 2025
ໝວດ: ຂ່າວ

ມີຮີໂລອາຫານຢູ່ຫຼາຍ ແຕ່ໜຶ່ງໃນນັ້ນທີ່ມັກຖືກເບິ່ງຂ້າມກໍຄື “ຖົ່ວດຳ” ກະສັດແຫ່ງຖົ່ວ ບຳລຸງໄຕ ປົກປ້ອງຫົວໃຈ ເສີມສຸຂະພາບ

 

“ຖົ່ວດຳ” ເປັນຂອງໃກ້ໂຕຈົນຫຼາຍຄົນເບິ່ງຂ້າມ ທັງທີ່ຄວາມຈິງແລ້ວມັນໄດ້ຮັບການຍົກຍ້ອງວ່າເປັນ “ກະສັດແຫ່ງຖົ່ວ” ດ້ວຍຄຸນຄ່າທາງໂພຊະນາການທີ່ສູງກວ່າຖົ່ວເຫຼືອງເສຍອີກ ຈົນແພດ ແລະ ນັກໂພຊະນາການຫຼາຍຄົນຍິນດີຮັບປະທານທຸກມື້

 

ຖົ່ວດຳ: ອາຫານບຳລຸງໄຕອັນດັບ 1 ໃນສາດສະຕາແພດແຜນຈີນ

 

ຖົ່ວດຳອຸດົມໄປດ້ວຍໂປຣຕີນ ໃຍອາຫານ ວິຕາມິນເອ ວິຕາມິນບີ ແລະ ແຮ່ທາດສຳຄັນຕ່າງໆ ເຊັ່ນ: ແຄນຊຽມ, ໂພແທດຊຽມ, ແມັກນີຊຽມ, ເຫຼັກ ແລະ ອື່ນໆ ນອກຈາກນີ້ ຍັງມີສານຕ້ານອະນຸມູນອິສະລະ ຢ່າງແອນໂທໄຊຢານິນ, ເບຕ້າແຄໂຣທີນ, ກົດໂຟລິກ ແລະ ໄອໂຊຟລາໂວນ (ສານທີ່ພົບເຫັນໃນຖົ່ວເຫຼືອງ)

 

ຖົ່ວດຳຊ່ວຍເສີມສຸຂະພາບຫົວໃຈ ຄວບຄຸມລະດັບນໍ້າຕານໃນເລືອດ ແລະ ຍັງປົກປ້ອງດວງຕາໄດ້ອີກດ້ວຍ ຕາມຫລັກແພດແຜນຈີນ ຖົ່ວດຳເປັນອາຫານບຳລຸງໄຕທີ່ດີເລີດ ຊ່ວຍບຳລຸງເລືອດ, ຊະລໍໄວ ແລະ ເມື່ອນຳມາຕົ້ມດື່ມເປັນນໍ້າ ຍັງຊ່ວຍຂັບປັດສະວະ ຫຼຸດອາການບວມນໍ້າໄດ້ອີກດ້ວຍ

 

ຊາໂປນິນໃນຖົ່ວດຳ: ປົກປ້ອງຫົວໃຈ ຫຼຸດຄວາມສຽງມະເຮັງ

 

ຖົ່ວດຳມີສານຊາໂປນິນສູງກວ່າຖົ່ວເຫຼືອງເຖິງ 2-3 ເທົ່າ ແລະ ຍັງທົນຄວາມຮ້ອນໄດ້ດີ ຊາໂປນິນເປັນໂມເລກຸນທີ່ມັກທັງນໍ້າ ແລະ ໄຂມັນ ຈື່ງຊ່ວຍເຮັດໃຫ້ໄຂມັນກັບນໍ້າ ຊຶ່ງປົກກະຕິບໍ່ເຂົ້າກັນ ສາມາດລວມໂຕກັນໄດ້ ດ້ວຍເຫດນີ້ ຊາໂປນິນຈື່ງມັກໃຊ້ໃນຜະລິດຕະພັນທຳຄວາມສະອາດຈາກທຳມະຊາດ ແລະ ຍັງມີຄຸນສົມບັດທາງສຸຂະພາບ ອີກຫຼາຍ ເຊັ່ນ:

 

  • ຊ່ວຍຫຼຸດລະດັບຄໍເລັດເຕີລໍ
  • ປ້ອງກັນການເກີດອອກຊິເດເຊິນຂອງໄຂມັນ
  • ຄົງຄວາມຍືດຍຸ່ນຂອງຫຼອດເລືອດ

 

ຄຸນສົມບັດເຫລົ່ານີ້ລ້ວນເປັນປະໂຫຍດຕໍ່ລະບົບຫົວໃຈ ແລະ ຫຼອດເລືອດ

 

ນອກຈາກນີ້ ຊາໂປນິນຍັງມີທາດທີ່ຍັບຍັ້ງການແບ່ງຕົວຂອງເຊວມະເຮັງລຳໄສ້ໃຫຍ່ ນັກວິໃຈທາງລະບາດວິທະຍາພົບວ່າ ຜູ້ຍິງກ່ອນໄວໝົດປະຈຳເດືອນທີ່ກິນຖົ່ວເຫຼືອງເປັນປະຈຳ ມີຄວາມສຽງຕໍ່ການເກີດມະເຮັງລຳໄສ້ໃຫຍ່ຕ່ຳກວ່າ

 

 

3 ວິທີກິນຖົ່ວດຳ “ງ່າຍແຕ່ໄດ້ຜົນ”

 

  • ຊາເປືອກຖົ່ວດຳ: ລ້າງຖົ່ວດຳແຫ້ງໃຫ້ສະອາດ ແລ້ວຄົ່ວໃນກະທະຈົນເປືອກເລີ່ມແຕກເລັກນ້ອຍ ໃສ່ລົງໃນກະບອກນໍ້າຮ້ອນ ເຕີມນໍ້າຮ້ອນແຊ່ໄວ້ ດື່ມຕອນແລງຊ່ວຍຫຼຸດໄຂມັນ ຂັບຂອງເສຍ ແລະ ເຮັດໃຫ້ຜິວພັນສົດໃສ
  • ເຂົ້າຈ້າວຜະສົມຖົ່ວດຳ: ເວລາຫຸງເຂົ້າ ສາມາດໃສ່ຖົ່ວດຳທີ່ແຊ່ນໍ້າໄວ້ແລ້ວເອົາລົງໃສ່ເລັກນ້ອຍ ເພາະຖົ່ວດຳສຸກຍາກ ຈື່ງຄວນແຊ່ນໍ້າກ່ອນເພື່ອໃຫ້ສຸກງ່າຍຂຶ້ນ
  • ຜົງຖົ່ວດຳ ຫຼື “ນົມຖົ່ວດຳ”: ຜະສົມກັບເຂົ້າໂອ້ດ ຫຼື ນົມ ຫຼື ປັ່ນລວມກັບໝາກໄມ້ເຮັດເປັນສະມູດຕີ້ ດື່ມຕອນເຊົ້າ ຊ່ວຍຄວບຄຸມນໍ້າຕານໃນເລືອດ ອີ່ມທ້ອງດົນ ແລະ ໄດ້ໂປຣຕີນຄົບຖ້ວນ

 

ຂໍ້ຄວນລະວັງ:

 

ຖົ່ວດຳມີຄວາມຊື້ນໄດ້ງ່າຍ ຄວນເລືອກທີ່ສົດໃໝ່ເກັບໃນພາຊະນະປິດສະໜິດ ຫຼີກລ້ຽງຄວາມຊື້ນ ແລະ ຄວນບໍລິໂພກໃຫ້ໝົດໂດຍໄວ

 

ກຸ່ມຄົນທີ່ບໍ່ຄວນກິນຖົ່ວດຳທຸກມື້:

 

  • ຜູ້ປ່ວຍໂລກໄຕເຮື່ອຮັງ
  • ຜູ້ທີ່ມີບັນຫາທ້ອງອືດ ຫຼື ແໜ້ນທ້ອງງ່າຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 28 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
660.04
671.26
european-union
EUR
24,263
24,748
china
CNY
2,950
3,009
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-28T162215.259
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
pele - 2025-10-28T160942.634
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI
jane - 2025-10-28T154933.398
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ
jane - 2025-10-28T153835.323
ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025
pele - 2025-10-28T152759.618
Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ
jane - 2025-10-28T143718.380
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດເຊັນປຶ້ມໄວ້ອາໄລ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ
pele - 2025-10-28T141559.671
ປະເທດຕຸລະກີແຜ່ນດິນໄຫວ
jane - 2025-10-28T133922.748
"5 ອາຫານ" ທີ່ບໍ່ຄວນແຊ່ຕູ້ເຢັນ ເພື່ອໃຫ້ທ່ານໄດ້ຮູ້ ແລະ ຫຼີກລ່ຽງ
pele - 2025-10-28T113904.088
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ
jane - 2025-10-28T112148.117
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.
ຢ່າລື່ມກົດຕິດຕາມ