site cover1 (14)
Jensen Huang ປຸກລະດົມກະແສອະທິປະໄຕ AI ໃນຢູໂຣບ ຫວັງສ້າງຜູ້ນຳເທັກໂນໂລຊີແຂ່ງຂັນກັບສະຫະລັດ-ຈີນ
ຮຽບຮຽງໂດຍ:kaling
ເຜີຍແຜ່: 17 June, 2025

ເຈນເຊນ ຫວັງ (Jensen Huang) ປະທານບໍລິຫານຂອງ Nvidia ຜູ້ຜະລິດຊິບ AI ລາຍໃຫຍ່ຂອງໂລກ ໄດ້ເລັ່ງເດີນທາງໂຣດໂຊວ໌ໃນຢູໂຣບທັງລອນດອນ ປາຣີ ແລະເບີລິນ ພ້ອມດ້ວຍການສົ່ງເສີມແຜນການລົງທຶນຂະໜາດໃຫຍ່ ແລະປະກາດການຮ່ວມມືກັບພັນທະມິດທ້ອງຖິ່ນ ເພື່ອປຸກລະດົມກະແສ Sovereign AI ຫຼືອະທິປະໄຕທາງດິຈິຕອນ ແນວຄິດທີ່ວ່າແຕ່ລະປະເທດຄວນພັດທະນາ AI ດ້ວຍຕົນເອງ

ເຈນເຊນກ່າວຢູ່ປາຣີວ່າ “ພວກເຮົາພ້ອມລົງທຶນຫຼາຍພັນລ້ານໂດລາໃນຢູໂຣບ ແຕ່ຢູໂຣບຕ້ອງກ້າວເຂົ້າສູ່ຍຸກ AI ຢ່າງຈິງຈັງ” ສະທ້ອນເຖິງຄວາມຈຳເປັນອັນຮີບດ່ວນທີ່ຢູໂຣບຕ້ອງຫຼຸດການເພິ່ງພາໃສ່ບັນດາຍັກສາເທັກໂນໂລຊີຈາກອາເມລິກາ ເຊັ່ນ Microsoft, Google ແລະ Amazon

ຫຼ້າສຸດນີ້ບັນດາຜູ້ນຳຢູໂຣບຈຶ່ງເລີ່ມຮັບເອົາແນວຄິດນີ້ຫຼາຍຂຶ້ນ ເຊັ່ນ ນາຍົກລັດຖະມົນຕີອັງກິດ ເຄຍສະຕາເມີ (Keir Starmer) ຫຼ້າສຸດໄດ້ປະກາດລົງທຶນ 1 ພັນລ້ານປອນ ຫຼືປະມານ 1.35 ພັນລ້ານໂດລາ (ປະມານ 44,000 ລ້ານບາດ) ເພື່ອເສີມສ້າງສະມັດຖະພາບດ້ານ Cloud Computing ຂອງປະເທດ ໂດຍຕັ້ງເປົ້າໃຫ້ສະຫະຣາຊະອານາຈັກເປັນຜູ້ສ້າງ AI ບໍ່ແມ່ນຜູ້ຮັບ AI

ໃນຂະນະທີ່ໃນງານ VivaTech ຂອງປະເທດຝຣັ່ງ ປະທານາທິບໍດີເອັມມານູແອລ ມາກຣົງ ໄດ້ປະກາດຢ່າງຊັດເຈນວ່າ “ການພັດທະນາໂຄງສ້າງພື້ນຖານ AI ແມ່ນການຕໍ່ສູ້ເພື່ອອະທິປະໄຕຂອງພວກເຮົາ”

ແລະ ອາເທີ ເມັນຊ (Arthur Mensch) ຊີອີໂອໜຸ່ມອາຍຸ 31 ປີຈາກ Mistral ສະຕາດອັບ AI ສັນຊາດຝຣັ່ງ ກໍ່ໄດ້ນັ່ງຄຽງຂ້າງເຈນເຊນເທິງເວທີ ພ້ອມກ່າວວ່າ “ບໍ່ມີເຫດຜົນໃດທີ່ຢູໂຣບຈະບໍ່ມີແຊ້ມເທັກໂນໂລຊີຂອງຕົນເອງ ນີ້ແມ່ນຄວາມຝັນຄັ້ງໃຫຍ່”

Nvidia ຮ່ວມກັບ Mistral ສ້າງສູນຂໍ້ມູນໃນໄລຍະທຳອິດ

ໜຶ່ງໃນໂຄງການໃຫຍ່ທີ່ເປັນຮູບທຳແມ່ນການຮ່ວມທຶນລະຫວ່າງ Mistral ກັບ Nvidia ເພື່ອສ້າງສູນຂໍ້ມູນ AI ຂະໜາດໃຫຍ່ໃນຝຣັ່ງ ຊຶ່ງຈະນຳໃຊ້ຊິບ AI ຂອງ Nvidia ຈຳນວນ 18,000 ຕົວໃນໄລຍະທຳອິດ ແລະກະກຽມຂະຫຍາຍຫຼາຍແຫ່ງທົ່ວທະວີບໃນປີ 2026

ໃນອີກດ້ານໜຶ່ງ ຄະນະກຳມະການຢູໂຣບໄດ້ເປີດໂຕໂຄງການລົງທຶນ 20,000 ລ້ານໂດລາ (ປະມານ 660,000 ລ້ານບາດ) ເພື່ອສ້າງ “AI Gigafactories” 4 ແຫ່ງທົ່ວສະຫະພາບຢູໂຣບ ແລະທາງ Nvidia ກໍ່ໄດ້ສະແດງທ່າທີພ້ອມຈັດສັນສາຍການຜະລິດຊິບເພື່ອສະໜັບສະໜູນໂຄງການນີ້ໂດຍກົງ

ໃນເວລາທີ່ສອງມະຫາອຳນາດໂລກຄື ສະຫະລັດ ແລະ ຈີນແລ່ນນຳໜ້າໃນສະໜາມຮົບ AI ໂລກ ໄດ້ກະຕຸ້ນໃຫ້ຢູໂຣບເລັ່ງເຄື່ອງຄັ້ງໃຫຍ່ເພື່ອແຍ່ງຊິງພື້ນທີ່ໃນຍຸດທະສາດເທັກໂນໂລຊີ ດ້ວຍການຮ່ວມມືລະຫວ່າງພາກລັດ ຜູ້ນຳປະເທດ ແລະຍັກສາເທັກໂນໂລຊີຄື Nvidia ພ້ອມທີ່ຈະທ້າທາຍມະຫາອຳນາດໂລກໄດ້ຢ່າງແທ້ຈິງ

ຂ່າວຈາກ: https://von.gov.ng/nvidias-sovereign-ai-pitch-resonates-with-eu-leaders/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
ຢ່າລື່ມກົດຕິດຕາມ