pele (44)
ການນໍາໂຮງໝໍແຂວງຈໍາປາສັກ​ ສະແດງທັດສະນະ ຕໍ່ກັບວັນແພດລາວ
ຮຽບຮຽງໂດຍ:Pele
ເຜີຍແຜ່: 17 June, 2025

​ວຽກງານຮັກສາສຸຂະພາບ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ການພັດທະນາບຸກຄະລາກອນສາທາລະນະສຸກ ມີ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວຢູ່ ​​ແຂວງ​ຈຳ​ປ​າ​ສັກ

 

ທ່ານ​ ດຣ.​ ຄິດສະແຫວງ​ ສີສຸລາດ​ ຮອງຜູ້ອໍານວຍການໂຮງໝໍແຂວງຈໍາປາສັກ ຕາງໜ້າ​ ຄະນະນໍາ ແລະ​ ພະນັກງານ ແລະ ຊ່ຽວຊານແພດໝໍ​ ສະແດງທັດສະນະ ເນື່ອງໃນໂອກາດວັນສາທາລະນະສຸກລາວ​ (ວັນແພດລາວ)​ ທີ່ໝູນວຽນມາບັນຈົບຄອບຮອບ 60​ ປີ​ (18/6/1965 -​ 18/6/2025)

 

 

ທ່ານ ກ່າ​ວ​ວ່າ: ວັນແພດລາວ ແມ່ນວັນທີ່ມີຄວາມໝາຍ ເພື່ອລະນຶກເຖິງການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານຮັກສາສຸຂະພາບ ແລະ ການພັດທະນາບຸກຄະລາກອນສາທາລະນະສຸກ ໂດຍສະເພາະ ເພື່ອຈາລຶກບຸນຄຸນ​ຕໍ່ແພດໝໍ ແລະ ພະນັກງານ ສາທາລະນະສຸກລາວ ໄດ້ເສຍສະຫຼະຊີວິດ,​ ອຸທິດສະຕິປັນຍາ ແລະ ເຫື່ອແຮງ ເປັນເຈົ້າການ ໃນການປະຕິບັດໜ້າທີ່ໃນແຕ່ລະໄລຍະ

 

ນອກນີ້,​ ວັນ​ດັ່ງ​ກ່າວ ແມ່ນເພື່ອປູກຈິດສໍານຶກ ໃຫ້ແກ່ແພດໝໍ ແລະ ພະນັກງານສາທາລະນະສຸກ ຮຸ່ນສືບທອດ​ ຮໍ່າຮຽນເອົາແບບ ຢ່າງອັນດີງາມຂອງແພດໝໍ ແລະ  ພະນັກງານສາທາລະນະສຸກຮຸ່ນກ່ອນ, ອອກແຮງຝຶກຝົນຫຼ່ໍຫຼອມສ້າງຕົນເອງ ໃຫ້ກາຍເປັນແພດໝໍ ທີ່ພຽບພ້ອມໄປດ້ວຍຄຸນສົມບັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊຳນານງານດ້ານວິຊາສະເພາະ,​ ສົມກຽດສັກສີທີ່ວ່າ​ ເປັນນັກຮົບເສື້ອຂາວປະຕິວັດຂອງພັກ; ວັນແພດລາວກຳເນີດເກີດຂຶ້ນ​ຜ່ານຂະບວນການວິວັດແຫ່ງການເຕີບໃຫ່ຍຂະຫຍາຍຕົວ ຂອງການແພດລາວ ໃນແຕ່ລະສະໄໝ ແຕ່ດຶກດຳບັນ ແລະ ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ ຂອງລາວເຮົາແຕ່ລະໄລຍະ

 

ວັນແພດລາວ ແມ່ນວັນໜຶ່ງ ທີ່ເປັນປະຫວັດສາດອັນລໍ້າຄ່າ ຂອງຂະແໜງການສາທາລະນະສຸກ, ເປັນວັນສ້າງຂະບວນການ, ກິດຈະກຳຕ່າງໆ ເພື່ອລະນຶກເຖິງຜົນງານ ແລະ ສັນລະເສີນຄຸນງາມຄວາມດີຂອງແພດລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອປຸກລະດົມມວນຊົນໄດ້ເຂົ້າໃຈ,​ ໃຫ້ເຫັນຄວາມສໍາຄັນ​ ແລະ ເປັນເຈົ້າການໃນການກັນພະຍາດ, ສົ່ງເສີມ ແລະ ຮັກສາສຸຂະພາບຂອງຕົນເອງ, ຄອບຄົວ ແລະ ສັງຄົມ

 

ທ່ານ​ ດຣ. ​ຄິດສະແຫວງ ສີສຸລາດ ກ່າວຕື່ມວ່າ: ຕະຫຼອດໄລຍະຜ່ານມາ,​ ໂຮງໝໍໄດ້ສຸມໃສ່ການພັດທະນາ​ 3​ ດ້ານຕົ້ນຕໍ​ ຄື: ການຍົກລະດັບຄຸນນະພາບ ການບໍລິການ​ ໂດຍສະເພາະ ການປິ່ນປົວພະຍາດ, ການພັດທະນາລະບົບດິຈິຕອນ​ ເພື່ອເພີ່ມປະສິດທິພາບ ການບໍລິການ ແລະ ການເສີມສ້າງຂີດຄວາມສາມາດ ຂອງບຸກຄະລາກອນການແພດ. ພ້ອມນັ້ນ, ໂຮງໝໍແຂວງ​ ຍັງໄດ້ສຸມໃສ່ ປະຕິບັດພາລະບົດບາດການເປັນໂຮງໝໍສູນກາງດ້ານການປິ່ນປົວ, ໂຮງໝໍສິດສອນ ແລະ ໂຮງໝໍຮັບສົ່ງຕໍ່ຄົນເຈັບສໍາລັບພາກໃຕ້.​ ການເຄື່ອນໄຫວວຽກງານ​ ກໍ່ໄດ້ປະຕິບັດຕາມນະໂຍບາຍຂອງກອງທຶນປະກັນສຸຂະພາບແຫ່ງຊາດ ແລະ ລະບຽບການ ຂອງກະຊວງສາທາລະນະສຸກ​ ຢ່າງເຂັ້ມງວດ. ເຖິງແມ່ນວ່າຈະມີຂໍ້ຈຳກັດດ້ານງົບປະມານ ແລະ ​ຊັບພະຍາກອນ​ ແຕ່ໂຮງໝໍ ແຂວງ​ ສາມາດຮັກສາມາດຕະຖານການບໍລິການ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມໄດ້ຢ່າງ ຕໍ່ເນື່ອງ

 

ນອກນີ້,​ ການເຄື່ອນໄຫວແຕ່ລະດ້ານ​ ຍັງປະຕິບັດຕາມ 5 ໜ້າທີ່ຫຼັກຂອງໂຮງໝໍ​ ຕົ້ນຕໍແມ່ນວຽກງານກັນພະຍາດ ແລະ ສົ່ງເສີມສຸຂະພາບ,​ ວຽກງານສັກວັກຊີນກັນພະຍາດ,​ ວຽກງານສົ່ງເສີມສຸຂະພາບ,​ ວຽກງານສົ່ງເສີມສຸຂະພາບແມ່ (ແມ່ຍິງຖືພາ ແລະ ຫຼັງເກີດ),​ ວຽກງານສຸຂະພາບຈະເລີນພັນ ແລະ ວາງແຜນຄອບຄົວ,​ ວຽກງານສົ່ງເສີມສຸຂະພາບເດັກລຸ່ມ 5 ປີ,​ ວຽກງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່,​ ວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ,​ ວຽກງານຊີ້ນໍາໂຮງໝໍຂັ້ນລຸ່ມ,​ ວຽກງານຄຸ້ມຄອງ​ – ພັດທະນາພະນັກງານ,​ ວຽກງານການຮຽນການສອນ ແລະ ຄົ້ນຄວ້າວິທະຍາສາດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-27T155741.314
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2
site cover1 (90)
Microsoft ທົດສອບຄຸນສົມບັດການສືບຕໍ່ໃຊ້ແອັບ Android ຢູ່ Windows 11
site cover1 (89)
ພາສີ 50% ຂອງ Trump ຕໍ່ອິນເດຍເລີ່ມມີຜົນບັງຄັບໃຊ້ ຂະນະທີ່ Modi ຮຽກຮ້ອງໃຫ້ພຶ່ງຕົນເອງ
pele - 2025-08-27T143912.479
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ
site cover1 (88)
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ
pele - 2025-08-27T135451.737
ຄະນະຮັບຜິດຊອບ ນະໂຍບາຍສິນເຊື່ອແຂວງຄໍາມ່ວນ ລົງຕິດຕາມ ຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນ
site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
pele - 2025-08-27T095144.914
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
ຢ່າລື່ມກົດຕິດຕາມ