site cover1 (16)
ວິທີລວມໄຟລ໌ PDF ຫຼາຍໄຟລ໌ເປັນໄຟລ໌ດຽວໃນຄອມ Windows 11 ໂດຍບໍ່ຕ້ອງໃຊ້ອິນເຕີເນັດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 17 June, 2025

ວິທີລວມໄຟລ໌ PDF ຫຼາຍໄຟລ໌ເປັນໄຟລ໌ດຽວໃນຄອມດ້ວຍໂປຣແກຣມ PDF Merger & Splitter ທີ່ໃຊ້ງານຟຣີແລະງ່າຍດາຍພຽງບໍ່ກີ່ຄລິກ! ໂປຣແກຣມ PDF Merger & Splitter ຈາກ AnywaySoft, Inc. ແມ່ນໜຶ່ງໃນທາງເລືອກທີ່ໜ້າສົນໃຈ ສາມາດດາວໂຫຼດໄດ້ຟຣີຈາກ Microsoft Store ແລະໃຊ້ງານໄດ້ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍ ແລະບໍ່ຕ້ອງໃຊ້ອິນເຕີເນັດດ້ວຍ

ຄຸນລັກສະນະສະຫຼຸບຂອງໂປຣແກຣມ PDF Merger & Splitter:

  • ລວມໄຟລ໌ PDF ຫຼາຍໄຟລ໌ເປັນໄຟລ໌ດຽວ (Merge PDF)
  • ແຍກໜ້າ PDF ອອກມາເປັນໄຟລ໌ຍ່ອຍ (Split PDF)
  • ໃຊ້ງານງ່າຍ ສ່ວນຕິດຕໍ່ບໍ່ຊັບຊ້ອນ
  • ບໍ່ມີລາຍນ້ຳ (Watermark)
  • ດາວໂຫຼດຟຣີຈາກ Microsoft Store
  • ລວມໄຟລ໌ ຫຼື ແຍກໜ້າ PDF ໄດ້ໂດຍບໍ່ຕ້ອງໃຊ້ອິນເຕີເນັດແລະໃຊ້ງານຟຣີ

ວິທີລວມໄຟລ໌ PDF (Merge PDF) ດ້ວຍ PDF Merger & Splitter:

  1. ເປີດໂປຣແກຣມ ຫຼັງຈາກຕິດຕັ້ງໂປຣແກຣມຈາກ Microsoft Store ແລ້ວ ໃຫ້ເປີດໂປຣແກຣມ “PDF Merger & Splitter” ຂຶ້ນມາ
  2. ເລືອກຟັງຊັນ “Merge PDF” ໜ້າທຳອິດຂອງໂປຣແກຣມຈະມີໃຫ້ເລືອກ 2 ທາງເລືອກ: 📎 Merge PDF – ສຳລັບລວມໄຟລ໌ ✂️ Split PDF – ສຳລັບແຍກໜ້າ ໃຫ້ຄລິກທີ່ Merge PDF ເພື່ອເຂົ້າສູ່ໜ້າລວມໄຟລ໌
  3. ເພີ່ມໄຟລ໌ PDF ທີ່ຕ້ອງການລວມ ຄລິກປຸ່ມ Add PDFs ເລືອກໄຟລ໌ PDF ທີ່ຕ້ອງການລວມທັງໝົດ (ສາມາດເລືອກຫຼາຍໄຟລ໌ພ້ອມກັນໄດ້) ຈາກນັ້ນຈະເຫັນລາຍການໄຟລ໌ປາກົດໃນໜ້າຈໍ ຖ້າຕ້ອງການປ່ຽນລຳດັບໄຟລ໌ ສາມາດລາກໄຟລ໌ຂຶ້ນຫຼືລົງໄດ້ຕາມຕ້ອງການ
  4. ເລີ່ມລວມໄຟລ໌ ຄລິກປຸ່ມ Merge PDFs ດ້ານລຸ່ມຂອງໜ້າຈໍ ລະບົບຈະຖາມຕຳແໜ່ງທີ່ເຈົ້າຕ້ອງການບັນທຶກໄຟລ໌ ໃຫ້ຕັ້ງຊື່ໄຟລ໌ ແລະເລືອກໂຟນເດີທີ່ຕ້ອງການເກັບໄຟລ໌ທີ່ລວມເສັດແລ້ວ
  5. ເສັດສຽບຮ້ອຍແລ້ວ! ຫຼັງຈາກບັນທຶກເສັດ ໂປຣແກຣມຈະລວມໄຟລ໌ໃຫ້ອັດຕະໂນມັດ ເຈົ້າສາມາດເປີດເບິ່ງໄຟລ໌ທີ່ລວມເສັດໄດ້ທັນທີ

ຄຳແນະນຳເພີ່ມເຕີມ:

  • ແນະນຳໃຫ້ໃຊ້ຊື່ໄຟລ໌ທີ່ບໍ່ມີອັກຂະຣະພິເສດ ເພື່ອຫຼີກເວັ້ນຂໍ້ຜິດພາດ
  • ຖ້າໄຟລ໌ PDF ຕົ້ນສະບັບມີລະຫັດຜ່ານ ໃຫ້ປົດລັອກກ່ອນນຳມາ Merge
  • ໂປຣແກຣມນີ້ບໍ່ຈຳເປັນຕ້ອງເຊື່ອມຕໍ່ອິນເຕີເນັດເພື່ອໃຊ້ງານ

ໂປຣແກຣມ PDF Merger & Splitter ເໝາະສຳລັບຜູ້ທີ່ຕ້ອງການລວມໄຟລ໌ PDF ໂດຍບໍ່ຕ້ອງຕິດຕັ້ງຊອຟແວຂະໜາດໃຫຍ່ຫຼືເສຍຄ່າໃຊ້ຈ່າຍ ໃຊ້ງານງ່າຍແມ້ບໍ່ເຄີຍໃຊ້ມາກ່ອນ ແລະບໍ່ມີລາຍນ້ຳຫຼືຂໍ້ຈຳກັດ ແລະບໍ່ຕ້ອງໃຊ້ອິນເຕີເນັດດ້ວຍ ປ້ອງກັນຂໍ້ມູນຮົ່ວໄຫຼທາງອອນລາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
ຢ່າລື່ມກົດຕິດຕາມ