site cover1 (17)
ການເປີດເຜີຍສະເປັກຊິບ Dimensity 9500 ຈາກການທົດສອບດ້ວຍ Geekbench: ຄວາມໄວສູງສຸດ 3.23 GHz
ຮຽບຮຽງໂດຍ:kaling
ເຜີຍແຜ່: 17 June, 2025

MediaTek ຜູ້ຜະລິດຊິບເຊມິຄອນດັກເຕີລາຍໃຫຍ່ຈາກປະເທດໄຕ້ຫວັນ ກຽມເປີດຕົວຊິບເຊັດເຮືອທຸງລຸ້ນໃໝ່ ນັ້ນຄື Dimensity 9500 ສໍາລັບສະມາດໂຟນລຸ້ນຕໍ່ໄປ ໃນເດືອນກັນຍາ 2025 ນີ້ ຊຶ່ງໃກ້ຄຽງກັບທີ່ Qualcomm ຜູ້ຜະລິດຊິບເຊມິຄອນດັກເຕີລາຍໃຫຍ່ຈາກສະຫະລັດ ຈະເປີດຕົວ Snapdragon 8 Elite 2 ພາຍໃນເດືອນກັນຍາເຊັ່ນກັນ.

ລ່າສຸດ ຊິບເຊັດ Dimensity 9500 ໄດ້ຮັບການທົດສອບປະສິດທິພາບເທິງແພລັດຟອມຂອງ Geekbench ພາຍໃຕ້ໝາຍເລກລຸ້ນ MT6993 ຊຶ່ງເປີດເຜີຍລາຍລະອຽດສະເປັກໃຫ້ຮູ້ຈັດເຈນ.

ກົດເພື່ອອ່ານ

ທິບສເຕີຊື່ວ່າ Abhishek Yadav (@yabhishekhd) ໄດ້ໂພສໃສ່ແພລັດຟອມໂຊເຊຍລມີເດຍ X ລະບຸວ່າ Dimensity 9500 ໄດ້ຮັບການຕິດຕັ້ງແກນປະມວນຜົນຫຼັກ (CPU: Central Processing Unit) Travis ຈໍານວນ 1 ຄອ ສໍາລັບປະມວນຜົນວຽກໜັກດ້ວຍຄຸນພາບສູງ ທີ່ຄວາມໄວສູງສຸດ 3.23 GHz.

ເສີມດ້ວຍແກນ Alto ຈໍານວນ 3 ຄອ ສໍາລັບປະມວນຜົນເຕັມປະສິດທິພາບ ທີ່ຄວາມໄວສູງສຸດ 3.03 GHz ແລະແກນ Gelas ຈໍານວນ 4 ຄອ ສໍາລັບປະມວນຜົນແບບປະຫຍັດພະລັງງານ ທີ່ຄວາມໄວສູງສຸດ 2.23 GHz ເສີມດ້ວຍຊິບກຣາຟິກ (GPU: Graphics Processing Unit) Mali-G1-Ultra MC12 ຊຶ່ງສາມາດປະມວນຜົນກຣາຟິກສູງສຸດ 1,000 MHz.

ລາຍງານດັ່ງກົມອ້າງວ່າ ແກນ Travis ແລະ Alto ນັ້ນ ອາດໃຊ້ສະຖາປັດຕະຍະກໍາ ARM Cortex-X9 ຊຶ່ງຈະເປັນການອັບເກຣດຂຶ້ນຢ່າງຈັດເຈນຈາກ Dimensity 9400 ທີ່ໃຊ້ສະຖາປັດຕະຍະກໍາ Cortex-X4.

ທັງນີ້ ທິບສເຕີຈາກປະເທດຈີນ ຊື່ວ່າ Digital Chat Station ໄດ້ລາຍງານເພີ່ມເຕີມວ່າ Dimensity 9500 ນັ້ນ ເປັນຊິບເຊັດລຸ້ນທໍາອິດທີ່ໄດ້ຮັບການຈັດຮຽງແກນປະມວນຜົນແບບ Full-Core CPU ເທິງສະຖາປັດຕະຍະກໍາ X930 ແບບໃໝ່ ຊຶ່ງເປັນໂຄງສ້າງທີ່ຈະຊຸກຍູ້ໃຫ້ທຸກຄອເຮັດວຽກພ້ອມກັນຢ່າງເຕັມປະສິດທິພາບ.

ນອກຈາກນີ້ຍັງມີວ່າ Dimensity 9500 ຈະມາພ້ອມຫົວໜ່ວຍປະມວນຜົນແບບໂຄງຂ່າຍປະສາດ (NPU: Neural Processing Unit) ທີ່ທຣົງພະລັງຫຼາຍຂຶ້ນ ໂດຍຮອງຮັບການປະມວນຜົນດ້ວຍປັນຍາປະດິດ (AI: Artificial Intelligence) ໃນລະດັບສູງເຖິງ 100 TOPS (ປະມວນຜົນ 100 ລ້ານລ້ານຄໍາສັ່ງຕໍ່ວິນາທີ).

ລາຍງານຫົວທີ່ນີ້ສອດຄ້ອງກັບຂໍ້ມູນຈາກ Geekbench ເມື່ອເດືອນເມສາ 2025 ທີ່ຜ່ານມາ ແຕ່ສິ່ງທີ່ຕ່າງກັນແມ່ນໃນຕອນນັ້ນແຫຼ່ງຂ່າວອ້າງວ່າຈະມາພ້ອມຊິບກຣາຟິກ Immoralis-Drage.

ຂ່າວຈາກ: GSMArena   GizmoChina

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
ຢ່າລື່ມກົດຕິດຕາມ