site cover1 (21)
WhatsApp ກຳລັງຈະມີໂຄສະນາໃນໄວໆນີ້
ຮຽບຮຽງໂດຍ:kaling
ເຜີຍແຜ່: 18 June, 2025

Meta ເປີດເຜີຍວ່າ WhatsApp ກຳລັງຈະມີໂຄສະນາຂອງທຸລະກິດຮ້ານຄ້າຕ່າງໆ ໃນຟີເຈີ Status ທີ່ຄ້າຍຄືກັບ Stories ຂອງ Instagram ແລະ Reels ຂອງ Facebook

ຟີເຈີ Status ນີ້ຈະຢູ່ໃນແຖບ Updates ພາຍໃນ WhatsApp ແລະຈະເປັນບ່ອນທີ່ໃຫ້ຜູ້ໃຊ້ສາມາດແບ່ງປັນຂໍ້ຄວາມ, ຮູບພາບ, ບັນທຶກສຽງ, ຫຼືຄລິບແບບຈຳກັດເວລາ, ຊຶ່ງຕໍ່ໄປນີ້ຈະມີໂຄສະນາເພີ່ມເຂົ້າມາດ້ວຍ

ເວັບໄຊ The Verge ໃຫ້ຂໍ້ມູນວ່າ Meta ເຕົກຮຽມນຳໂຄສະນາເຂົ້າມາໃນ WhatsApp ມາເປັນເວລາຫຼາຍປີແລ້ວ, ຊຶ່ງແນວຄິດນີ້ແມ່ນສິ່ງທີ່ຈິງຈັງແລ້ວຜູ້ກໍ່ຕັ້ງ WhatsApp ບໍ່ເຫັນດີເປັນຢ່າງຍິ່ງ, ແລະ Meta ກໍເຄີຍປ່ຽນໃຈບໍ່ນຳໂຄສະນາມາໃສ່ໄວ້ໃນ WhatsApp ຕັ້ງແຕ່ປີ 2020. ແຕ່ຕໍ່ມາໃນປີ 2023, ວິລ ແຄັດຄາດ (Will Cathcart) ຫົວໜ້າ WhatsApp ພາຍໃຕ້ Meta ກໍອອກມາເປີດເຜີຍວ່າບໍລິສັດກຳລັງຫາທາງນຳໂຄສະນາມາໃສ່ໄວ້ຢູ່

ທັງນີ້ Meta ຊີ້ໃຫ້ເຫັນວ່າຈະພະຍາຍາມນຳລະບົບໂຄສະນາມາປັບໃຫ້ເຂົ້າກັບຄວາມສົນໃຈຂອງຜູ້ໃຊ້ WhatsApp ໂດຍການອີງຂໍ້ມູນຜູ້ໃຊ້ “ທີ່ຈຳກັດ” ປະກອບດ້ວຍ ຂໍ້ມູນປະເທດ, ເມືອງ, ບ່ອນຢູ່, ຊ່ອງທີ່ຕິດຕາມ, ແລະວິທີການໂຕ້ຕອບກັບໂຄສະນາໃນ WhatsApp. ຜູ້ໃຊ້ຍັງຈະສາມາດຕັ້ງຄ່າໂຄສະນາຈາກທາງເລືອກ Accounts Center ດ້ວຍ

Meta ລະບຸໃນເວັບໄຊທາງການວ່າໃນຊ່ວງຫຼາຍປີທີ່ຜ່ານມາ, ທາງບໍລິສັດໄດ້ຫາທາງສ້າງທຸລະກິດທີ່ບໍ່ໄປກະທົບກັບການສົນທະນາສ່ວນຕົວຂອງຜູ້ໃຊ້, ແລະເຊື່ອວ່າແຖບ Updates ທີ່ຢູ່ໃນບ່ອນທີ່ຖືກຕ້ອງນັ້ນ ຈະເປັນສິ່ງທີ່ເໝາະສົມ. ໂດຍຊີ້ໃຫ້ເຫັນວ່າ Meta ຈະບໍ່ມີທາງຂາຍຫຼືແບ່ງປັນເບີໂທລະສັບຂອງຜູ້ໃຊ້ກັບຜູ້ທຳການໂຄສະນາ, ລວມຖິງຈະບໍ່ໃຊ້ຂໍ້ຄວາມ, ຂໍ້ມູນການໂທ, ຫຼືກຸ່ມສົນທະນາ ໃນການໂຄສະນາດ້ວຍ

ນອກຈາກນີ້ Meta ຍັງຈະເພີ່ມການສະແດງຊ່ອງທີ່ໄດ້ຮັບການບູສໂຄສະນາໄວ້ໃນປຸ່ມ Explore ໃນ WhatsApp ດ້ວຍ, ອີກທັງຜູ້ໃຊ້ຍັງຈະສາມາດກົດຕິດຕາມຊ່ອງຕ່າງໆ ໄດ້ດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
ຢ່າລື່ມກົດຕິດຕາມ