site cover1 (22)
TikTok ເປີດໃຊ້ AI Avatars ເປັນພີເຊັນເຕີໂຄສະນາແທນມະນຸດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 18 June, 2025

TikTok ໄດ້ເປີດໃຊ້ AI Avatars ເປັນນັກສະເຫນີແທນມະນຸດໄດ້ແລ້ວ ໂດຍ TikTok ໄດ້ປະກາດເປີດຕົວຊຸດເຄື່ອງມື AI ໃໝ່ທີ່ຊື່ວ່າ Symphony ທີ່ຈະຊ່ວຍໃຫ້ນັກໂຄສະນາສ້າງວິດີໂອໄດ້ງ່າຍຂຶ້ນກວ່າເກົ່າ ບໍ່ຕ້ອງໃຊ້ກ້ອງ ບໍ່ຕ້ອງມີນັກສະແດງ ກໍສາມາດສ້າງຄລິບໂຄສະນາໄດ້ພາຍໃນບໍ່ກີ່ນາທີ!

ຄຸນສົມບັດໃໝ່ຂອງຊຸດເຄື່ອງມື Symphony ໃນ TikTok ມີຫຍັງໜ້າສົນໃຈແດ່?

Digital Marketing Agency in Laos - Emerging Digital Solutions

1. ສ້າງວິດີໂອຈາກຂໍ້ຄວາມຫຼືຮູບພາບນິ່ງ ພຽງແຕ່ພິມຂໍ້ຄວາມ ຫຼືອັບໂຫລດຮູບພາບສິນຄ້າ AI ຈະຊ່ວຍສ້າງວິດີໂອທີ່ມີຄວາມຍາວປະມານ 5 ວິນາທີໃຫ້ໂດຍອັດຕະໂນມັດ ເໝາະສົມສໍາລັບການໂຄສະນາສິນຄ້າໃນຮູບແບບທີ່ເບິ່ງທັນສະໄໝ ແລະເຂົ້າເຖິງກຸ່ມເປົ້າໝາຍໃນ TikTok ໄດ້ງ່າຍ

2. ໃຊ້ AI Avatars ແທນນັກສະເຫນີຕົວຈິງ

TikTok ໄດ້ເປີດຕົວອະວະຕາເສມືອນ (AI Avatars) ທີ່ສາມາດເວົ້າ, ສະແດງທ່າທາງ ແລະນໍາສະເໜີສິນຄ້າໃຫ້ກັບຜູ້ຊົມໄດ້ຄືກັບມະນຸດຕົວຈິງ ໂດຍສາມາດເລືອກໄດ້ວ່າຈະໃຊ້ອະວະຕາທີ່ມີຢູ່ແລ້ວ ຫຼືຈະສ້າງໃໝ່ຈາກຄົນຕົວຈິງ (ທີ່ໃຫ້ສິດອະນຸຍາດໃຊ້) ກໍໄດ້

3. ຄຸນສົມບັດເສີມສໍາລັບນັກໂຄສະນາ

  • Insight Spotlight: ວິເຄາະພຶດຕິກໍາຜູ້ໃຊ້ໃນ TikTok ແລະແນະນໍາແນວທາງເຮັດໂຄສະນາແບບເຈາະຈົງກຸ່ມ
  • Content Suite: ຊ່ວຍລວບລວມວິດີໂອຂອງຜູ້ໃຊ້ທີ່ເວົ້າເຖິງແບຣນ ເພື່ອໃຫ້ສາມາດນໍາມາໃຊ້ໃນແຄມເປນໂຄສະນາຢ່າງຖືກຕ້ອງຕາມລິຂະສິດ

ຂໍ້ດີ:

  • ຊ່ວຍປະຢັດເວລາແລະງົບປະມານໃນການຜະລິດວິດີໂອ
  • ສ້າງເນື້ອຫາໄດ້ໄວ ເຂົ້າເຖິງກຸ່ມເປົ້າໝາຍໄດ້ຫຼາຍຂຶ້ນ
  • ມີປ້າຍແຈ້ງຊັດເຈນເມື່ອວິດີໂອສ້າງດ້ວຍ AI ເພື່ອຄວາມໂປ່ງໃສ

ຂໍ້ສັງເກດ:

  • ອາດກະທົບກັບຜູ້ສ້າງເນື້ອຫາຕົວຈິງ ເຊັ່ນ ອິນຟລູເອນເຊີຫຼືນັກສະແດງ
  • ຜູ້ບໍລິໂພກບາງຄົນອາດຮູ້ສຶກວ່າ “Avatars” ຂາດຄວາມໜ້າເຊື່ອຖືເມື່ອທຽບກັບການໃຊ້ມະນຸດຕົວຈິງ ຫຼືດາລານັກສະແດງຕົວຈິງ

ການທີ່ TikTok ຫັນມາໃຊ້ AI ຫຼາຍຂຶ້ນ ສະແດງໃຫ້ເຫັນວ່າອະນາຄົດຂອງການໂຄສະນາອອນລາຍຈະເນັ້ນໄປທີ່ຄວາມໄວ, ຄວາມແມ່ນຍໍາ ແລະຕົ້ນທຶນຕໍ່າຫຼາຍຂຶ້ນ. ບໍລິສັດອື່ນຄື Meta ຫຼື Google ເອງກໍເລີ່ມເຮັດສິ່ງຄ້າຍກັນ. ຈຸດປ່ຽນນີ້ອາດສົ່ງຜົນໃຫຍ່ຕໍ່ວົງການເນື້ອຫາໃນອະນາຄົດ ເພາະວ່າແບຣນສາມາດເຮັດໂຄສະນາໄດ້ໂດຍບໍ່ຕ້ອງຈ້າງຄົນອີກຕໍ່ໄປ!
ຂ່າວຈາກ: TikTok

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
ຢ່າລື່ມກົດຕິດຕາມ