pele (52)
ລັດຖະບານ ໄດ້ປະກາດເພີ່ມງົບປະມານຫຼາຍກວ່າ 215 ຕື້ກີບ ເຂົ້າໃນວຽກງານການພັດທະນາການສຶກສາ
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 June, 2025

ເພື່ອໃຫ້ບັນລຸຄາດໝາຍແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX (ໃນຂົງເຂດການສຶກສາ), ລັດຖະບານ ໄດ້ປະກາດເພີ່ມງົບປະມານທັງໝົດ 215.30 ຕື້ກີບ ເຂົ້າໃນວຽກງານບູລິມະສິດ ໃນຂະແໜງການສຶກສາ. ອີງຕາມບົດຊີ້ແຈງຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX  ເມື່ອວັນທີ 11 ມິຖຸນາ 2025 ງົບປະມານທັງໝົດ 215.30 ຕື້ກີບ ຈະຖືກຈັດສັນເຂົ້າໃນ 5 ວຽກງານບຸລິມະສິດ ໃນຂະແໜງການສຶກສາ ດັ່ງນີ້:

 

  1. 1.ເພີ່ມງົບປະມານ 106.26 ຕື້ກີບ ເພື່ອເສີມສ້າງໃຫ້ນັກຮຽນ ໄດ້ຮັບໂພຊະນາການທີ່ດີ ແລະ ການພັດທະນາການຈະເລີນໄວຕາມເກນອາຍຸແຕ່ລະໄລຍະ, ໂດຍສະເພາະເພີ່ມອັດຕາກິນອາຫານທ່ຽງໃຫ້ນັກຮຽນປະຖົມຢູ່ເຂດຫ່າງໄກສອກຫຼີກ, ຈາກ 1,000 ກີບ ມາເປັນ 5,000 ກີບ/ຄົນ/ມື້.
  2. ເພີ່ມເບ້ຍລ້ຽງນັກຮຽນສາມັນ 91.54 ຕື້ກີບ, ເປັນຕົ້ນ ນັກຮຽນອາຊີວະ ຈາກ 200,000 ກີບ ມາເປັນ 300,000 ກີບ, ນັກຮຽນພອນສະຫວັນ ຈາກ 250,000 ກີບ ມາເປັນ 300,000 ກີບ, ແລະ ນັກຮຽນສ້າງຄູ ຈາກ 200,000 ກີບ ມາເປັນ 700,000 ກີບ ເພື່ອຫຼຸດຜ່ອນ ການປະລະການຮຽນ ແລະ ຊຸກຍູ້ໃຫ້ນັກຮຽນສືບຕໍ່ຮຽນວິຊາຊີບຕາມເປົ້າໝາຍ ແຜນຍຸດທະສາດຂອງຂະແໜງສຶກສາ.
  3.  ເພີ່ມງົບປະມານຈັດພີມປຶ້ມຫຼັກສູດການຮຽນ 5 ຕື້ກີບ ເພື່ອທົດແທນປຶ້ມທີ່ເສຍຫາຍ ຈາກໄພນໍ້າຖ້ວມໃນ 2 ແຂວງພາກເໜືອ.
  4. ເພີ່ມເບ້ຍລ້ຽງໃຫ້ນັກສຶກສາ ສສ ຫວຽດນາມ ທີ່ມາຮຽນຢູ່ ສປປ ລາວ 4.55 ຕື້ກີບ, ເພື່ອໃຫ້ເທົ່າທຽມກັບເບ້ຍລ້ຽງນັກຮຽນ ລາວ ທີ່ຮຽນຢູ່ ສສ ຫວຽດນາມ.
  5. ເພີ່ມງົບປະມານຊ່ວຍໜູນສຶກສາ ໃນ 148 ເມືອງໃນຂອບເຂດທົ່ວປະເທດ, ຈຳນວນ 8 ຕື້ກີບ ເພື່ອຕິດຕາມ, ຊຸກຍູ້ການຮຽນ-ການສອນ ຂອງຄູ ແລະ ກອງປະຊຸມຄູປະຈໍາປີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-27T155741.314
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2
site cover1 (90)
Microsoft ທົດສອບຄຸນສົມບັດການສືບຕໍ່ໃຊ້ແອັບ Android ຢູ່ Windows 11
site cover1 (89)
ພາສີ 50% ຂອງ Trump ຕໍ່ອິນເດຍເລີ່ມມີຜົນບັງຄັບໃຊ້ ຂະນະທີ່ Modi ຮຽກຮ້ອງໃຫ້ພຶ່ງຕົນເອງ
pele - 2025-08-27T143912.479
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ
site cover1 (88)
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ
pele - 2025-08-27T135451.737
ຄະນະຮັບຜິດຊອບ ນະໂຍບາຍສິນເຊື່ອແຂວງຄໍາມ່ວນ ລົງຕິດຕາມ ຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນ
site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
pele - 2025-08-27T095144.914
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
ຢ່າລື່ມກົດຕິດຕາມ