
ອົງການປົກຄອງນະຄອນຫຼວງພະບາງ ແຂວງຫຼວງພະບາງຈະເອົາການພັດທະນາອັດສະລິຍະ (Smart City) ເປັນເປົ້າໝາຍຍຸດທະສາດໄລຍະຍາວ ໃນການລິເລີ່ມສ້າງການຫັນປ່ຽນໃໝ່ ການພັດທະນາເສດຖະກິດ, ຄຸ້ມຄອງສັງຄົມ ແລະ ການພັດທະນາຄຸ້ມຄອງຕົວເມືອງ ເພື່ອກ້າວໄປສູ່ຄວາມທັນສະໄໝ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນອະນາຄົດ.
ການພັດທະນາແຜນຍຸດທະສາດສ້າງນະຄອນຫຼວງພະບາງ ເປັນນະຄອນອັດສະລິຍະ ແລະ ຮອບດ້ານພາຍໃຕ້ 3 ເສົາຄໍ້າວຽກງານ ຄື: ເສົາຄໍ້າທີ 1: ປະສົມປະສານການທ່ອງທ່ຽວ ແລະ ມໍລະດົກໂລກ; ເສົາຄໍ້າທີ 2: ສ້າງສະພາບແວດລ້ອມທີ່ສະອາດ ແລະ ປອດໄພ; ເສົາຄໍ້າທີ 3: ສ້າງບ້ານທີ່ຍືນຍົງ ແລະ ເດີນທາງຕາມຕົວເມືອງທີ່ໃຊ້ເວລາ 15 ນາທີ.
ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງຫຼວງພະບາງ ເມື່ອມໍ່ໆມານີ້ວ່າ: ຕາມແຜນຍຸດທະສາດການພັດທະນານະຄອນຫຼວງພະບາງ 5 ປີ 2025-2029 ແມ່ນຈະສ້າງທຸກເງື່ອນໄຂອໍານວຍຄວມສະດວກໃຫ້ແກ່ພາກເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນການພັດທະນາໂຄງການນະຄອນອັດສະລິຍະ ພາຍໃຕ້ຮູບແບບການຮ່ວມມືພາກລັດ-ພາກເອກະຊົນໃຫ້ນັບມື້ຫຼາຍຂຶ້ນ ແລະ ມີປະສິດທິພາບສູງ, ສຸມໃສ່ການພັດທະນາພື້ນຖານໂຄງລ່າງໄອຊີທີ ແລະ ການຫັນເປັນດີຈີຕອນ ໃຫ້ນັບມື້ນັບຫຼາຍຂຶ້ນ.
ທ່ານ ສະເຫວີຍ ໄດ້ກ່າວຕື່ມວ່າ: ເພື່ອຍົກລະດັບລະບົບການຄຸ້ມຄອງບໍລິຫານລັດ-ບໍລິການປະຊາຊົນ ແລະ ການຄຸ້ມຄອງຕົວເມືອງໃຫ້ມີຄວາມທັນສະໄໝຂຶ້ນເທື່ອລະກ້າວ, ພັດທະນານະຄອນຫຼວງພະບາງ ໄປຕາມຍຸດທະສາດການແບ່ງ 4 ພື້ນທີ່ຕົວເມືອງ ແລະ ການປະສົມປະສານ 7 ອົງປະກອບໜ້າວຽກ ຂອງແຜນແມ່ບົດການພັດທະນານະຄອນອັດສະລິຍະຄື: ເຂດທີ 1: ເຂດມໍລະດົກ ແລະ ເຂດຕົວເມືອງທີ່ມີຢູ່ແລ້ວແມ່ນຈະສຸມໃສ່ປົກປັກຮັກສາຄຸນຄ່າຂອງມໍລະດົກ; ສ້າງຄວາມດຶງດູດຂອງເຂດມໍລະດົກ; ຄວບຄຸມການພັດທະນາໃໝ່ໃຫ້ຖືກຕ້ອງ; ປັບປຸງພື້ນຖານໂຄງລ່າງສົ່ງເສີມການບໍລິການທ່ອງທ່ຽວ ແລະ ສ້າງສະພາບແວດລ້ອມຕົວເມືອງໃຫ້ມີສະເໜ່ຍິ່ງຂຶ້ນ.
ເຂດທີ 2: ເຂດສະຖານີລົດໄຟ ແລະ ເຂດພັດທະນາຕົວເມືອງໃໝ່ທາງທິດຕາເວັນອອກຈະພັດທະນາເປັນເຂດຕົວເມືອງໃໝ່, ເຂດບໍລິການການຂົນສົ່ງ-ການຄ້າ, ຕຶກອາຄານທີ່ພັກ ແລະ ອື່ນໆ. ເພື່ອຕອບສະໜອງຄວາມຕ້ອງການຂອງການເພີ່ມຂຶ້ນຂອງນັກທ່ອງທ່ຽວ ແລະ ປະຊາກອນ; ປັບປຸງເສັ້ນທາງ ລະຫວ່າງໃຈກາງເມືອງ ໄປຫາເຂດສະຖານີລົດໄຟ.
ເຂດທີ 3: ເຂດທ່ອງທ່ຽວຕາດກວາງຊີ ແລະ ເຂດທ່ອງທ່ຽວກະສິກໍາ-ວັດທະນະທໍາທາງທິດໃຕ້ຈະປັບປຸງການທ່ອງທ່ຽວທໍາມະຊາດ, ກະສິກໍາ ແລະ ວັດທະນະທໍາ; ປັບປຸງເສັ້ນທາງ ລະຫວ່າງ ໃຈກາງເມືອງໄປຫາ ເຂດທ່ອງທ່ຽວ.
ເຂດທີ 4: ເຂດອຸດສາຫະກຳທາງທິດເໜືອ ແລະ ບັນດາກຸ່ມບ້ານເຂດນອກຕົວເມືອງຈະປັບປຸງອຸດສາຫະກໍາທີ່ມີຢູ່ແລ້ວຢ່າງຖືກຕ້ອງເປັນມິດກັບສິ່ງແວດລ້ອມ ແລະ ເຂົ້າເຖິງຕົວເມືອງສະດວກ; ວາງແຜນຜັງພັດທະນາບັນດາກຸ່ມບ້ານເຂດນອກ; ສົ່ງເສີມການຜະລິດກະສິກໍາ, ສະບຽງອາຫານ ແລະ ຫັດຖະກຳຂອງທ້ອງຖິ່ນໃນແຕ່ລະບ້ານໃຫ້ເປັນຈຸດທ່ອງທ່ຽວຊຸມຊົນ; ສົ່ງເສີມການທ່ອງທ່ຽວທໍາມະຊາດທີ່ເໝາະສົມ.
ການພັດທະນາແຜນຍຸດທະສາດສ້າງນະຄອນຫຼວງພະບາງ ເປັນນະຄອນອັດສະລິຍະ ແລະ ຮອບດ້ານພາຍໃຕ້ 3 ເສົາຄໍ້າວຽກງານ ຄື:
– ເສົາຄໍ້າທີ 1: ປະສົມປະສານການທ່ອງທ່ຽວ ແລະ ມໍລະດົກໂລກ
– ເສົາຄໍ້າທີ 2: ສ້າງສະພາບແວດລ້ອມທີ່ສະອາດ ແລະ ປອດໄພ
– ເສົາຄໍ້າທີ 3: ສ້າງບ້ານທີ່ຍືນຍົງ ແລະ ເດີນທາງຕາມຕົວເມືອງທີ່ໃຊ້ເວລາ 15 ນາທີ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.10 | 668.63 |
![]() EUR | 24,323 | 24,810 |
![]() CNY | 2,948 | 3,007 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,580,000 | 48,110,000 |
![]() | 46,965,000 | 48,219,000 |