site cover1 (25)
EVO ສະໜັບສະໜູນ ເຄື່ອງກິລາໃຫ້ກໍາມະການຕັດສິນໃນລາຍການແຂ່ງຂັນຂອງ ສຕລ ນັບຕັ້ງແຕ່ປີ 2025-2028
ຮຽບຮຽງໂດຍ:kaling
ເຜີຍແຜ່: 18 June, 2025
ໝວດ: ກິລາ

ບໍລິສັດ ອີໂວ ການກິລາ ຈໍາກັດ (EVO) ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ ຢ່າງເປັນທາງການດ້ວຍການສະໜັບສະໜູນເຄື່ອງກິລາໃຫ້ກັບ ກຳມະການຕັດສິນໃນທຸກໆລາຍການແຂ່ງຂັນທີ່ ສຕລ ເປັນຜູ້ຈັດ ນັບຕັ້ງແຕ່ປີ 2025-2028 ຫຼື ໄລຍະເວລາ 3 ລະດູການ.

ພິທີເຊັນສັນຍາສະໜັບສະໜູນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຄະນະຄູຝຶກ ແລະ ນັກກິລາຈາກບັນດາສະໂມສອນທີ່ເຂົ້າຮ່ວມການແຂ່ງຂັນ ກໍ່ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີ ທີ່ຈະແຈ້ງໃຫ້ບັນດາທ່ານຊາບວ່າ EVO ຈະເຂົ້າມາເປັນຜູ້ສະໜັບສະໜູນເຄື່ອງກິລາໃຫ້ກັບກຳມະການຕັດສິນ ລາຍການແຂ່ງຂັນທີ່ ສຕລ ເປັນຜູ້ຈັດ ນັບຕັ້ງແຕ່ປີ 2025-2028, ທັງສອງຝ່າຍໄດ້ມີວິໄສທັດເພື່ອຈະພັດທະນາກິລາບານເຕະລາວ. EVO ໄດ້ມີຜະລິດຕະພັນທີ່ສະແດງໃຫ້ທຸກຄົນໄດ້ເຫັນເຖິງ ນະວັດຕະກຳ, ຄຸນນະພາບ ແລະ ຄວາມເປັນເອກະລັກ ແບບລາວ. ສຕລ ມີຄວາມພູມໃຈ ທີ່ໄດ້ເຫັນຜະລິດຕະພັນຂອງຄົນລາວ ເຂົ້າມາປະກອບສ່ວນຊຸກຍູ້ການພັດທະນາກິລາບານເຕະພາຍໃນປະເທດ. ການສະໜັບສະໜູນໃນໄລຍະ 3 ລະດູການຕໍ່ໜ້າ ກໍສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາຂອງ EVO ທີ່ຢາກເຂົ້າມາປະກອບສ່ວນໃນເສັ້ນທາງພັດທະນາກິລາບານເຕະລາວ.

ໃນງານນີ້ ທ່ານ ສີສະຫວັນ ມາຢົງເຊີນ  ປະທານ ບໍລິສັດ ອີໂວ ການກິລາ ຈໍາກັດ ໄດ້ກ່າວວ່າ: EVO ເລີ່ມສ້າງມາແຕ່ປີ 2015 ທີ່ໄດ້ສ້າງເປັນຜະລິດຕະພັນເຄື່ອງກິລາຂອງຄົນລາວ ເຊິ່ງກໍໄດ້ມີການສະໜັບສະໜູນວົງການກິລາລາວ ມາຢ່າງຍາວນານ ແລະ ເມື່ອ 2-3 ປີທີ່ຜ່ານມາ ພວກເຮົາກໍສາມາດກາຍເປັນຜູ້ສະໜັບສະໜູນຂອງທີມຊາດລາວ ຮຸ່ນເຍົາວະຊົນອາຍຸບໍ່ເກີນ 16 ປີ ແລະ ອື່ນໆ ເຊິ່ງກໍຕ້ອງຂໍຂອບໃຈທາງສະຫະພັນບານເຕະແຫ່ງຊາດລາວ ທີ່ໃຫ້ໂອກາດ EVO ໄດ້ເປັນສ່ວນໜຶ່ງ ແລະ ຫວັງວ່າພວກເຮົາຈະໄດ້ຮ່ວມມືກັນໃນການພັດທະນາວົງການກິລາບານເຕະລາວ ຕໍ່ໆໄປ. ບໍລິສັດ ອີໂວ ການກິລາ ຈໍາກັດ (EVO) ແມ່ນໄດ້ໃຫ້ການສະຫນັບສະຫນູນ ການແຂ່ງຂັນບານເຕະ ລາວລີກ 1, ລາວລີກ ຍິງ, ການແຂ່ງຂັນບານເຕະຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ການແຂ່ງຂັນບານເຕະເຍົາວະຊົນ ຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ, 19 ປີ.

ຂ່າວຈາກ: ສຕລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ