ພູເຂົາໄຟ ເລໂວໂຕບີ ລາກິ ລາກິ ໃນອິນໂດເນເຊຍ ປະທຸຄັ້ງໃຫຍ່ ພົ່ນເຖົ້າຖ່ານຂຶ້ນສູ່ທ້ອງຟ້າສູງກວ່າ 11 ກິໂລແມັດ ສົ່ງຜົນໃຫ້ຖ້ຽວບິນຈຳນວນຫຼາຍເຂົ້າ-ອອກຈາກເກາະບາຫລີຖືກຍົກເລີກຢ່າງກວ້າງຂວາງ ໄດ້ຮັບຜົນກະທົບຢ່າງໜັກ ເຈົ້າໜ້າທີ່ປະກາດເຕືອນໄພຂັ້ນສູງສຸດ ແລະ ສັ່ງອົບພະຍົບປະຊາຊົນໃນພື້ນທີ່ໃກ້ຄຽງ
ໃນວັນທີ 17 ມິຖຸນາ 2025 ເວລາ 17:35 ຕາມເວລາທ້ອງຖິ່ນ ພູເຂົາໄຟເລໂວໂຕບີ ລາກິ ລາກິ ເທິງເກາະຟລໍເລສ ປະເທດອິນໂດເນເຊຍ ປະທຸຢ່າງຮຸນແຮງ ພົ່ນເຖົ້າຖ່ານພຸ່ງສູງເຖິງ 10,000 ແມັດ (ປະມານ 32,800 ຟຸດ) ສ້າງເມກສີສົ້ມຂະໜາດໃຫຍ່ຮູບດັ່ງດອກເຫັດ ປົກຄຸມໝູ່ບ້ານຕາລີບູຣາໃກ້ຄຽງ ສາມາດເບິ່ງເຫັນເຖົ້າພູເຂົາໄຟໄດ້ໄກເຖິງ 150 ກິໂລແມັດ
ການປະທຸຄັ້ງນີ້ທຳໃຫ້ເກີດຄວາມວຸ່ນວາຍ ທັງດ້ານການຄົມມະນາຄົມ ການທ່ອງທ່ຽວ ແລະ ຄວາມປອດໄພຂອງປະຊາຊົນ ໂດຍສະໜາມບິນນາໆຊາດເດັນປາຊາຣ໌ໃນບາຫລີ ຊຶ່ງເປັນຈຸດໝາຍທ່ອງທ່ຽວຍອດນິຍົມ ໄດ້ຍົກເລີກ ແລະ ຢຸດຖ້ຽວບິນຈຳນວນຫຼາຍ ທັງພາຍໃນປະເທດໄປຍັງຈາກາດຕາ ແລະ ລອມບອກ ແລະ ລະຫວ່າງປະເທດໄປຍັງອົດສະເຕເລຍ, ຈີນ, ອິນເດຍ, ມາເລເຊຍ, ນິວຊີແລນ ແລະ ສິງກະໂປຣ ສະໜາມບິນຟຣານຊິສຄັດ, ຊາເວຣິອຸສ, ເຊດາ ໃກ້ພູເຂົາໄຟ ຖືກປິດເຖິງວັນທີ 19 ມິຖຸນາ ເພື່ອຄວາມປອດໄພ
ສາຍການບິນເຊັ່ນ ເຈັດສະຕາຣ ກູດ ແລະ ແອເອເຊຍ ຍົກເລີກຖ້ຽວບິນເຂົ້າ-ອອກບາຫລີໃນເຊົ້າວັນນີ້ (18 ມິຖຸນາ) ບໍລິສັດທົວທ້ອງຖິ່ນປະເມີນວ່າ ນັກທ່ອງທ່ຽວຫຼາຍກວ່າ 1,000 ຄົນໄດ້ຮັບຜົນກະທົບ ໂດຍສະເພາະຜູ້ທີ່ວາງແຜນໄປບາຫລີ ແລະ ອຸທະຍານແຫ່ງຊາດໂຄໂມໂດ
ສຳນັກງານທໍລະນີວິທະຍາອິນໂດເນເຊຍຍົກລະດັບເຕືອນໄພເປັນລະດັບສູງສຸດ ສັ່ງຫ້າມນັກທ່ອງທ່ຽວເຂົ້າໃກ້ເຂດອັນຕະລາຍໃນລັດສະໝີ 8 ກິໂລແມັດຮອບປາກປ່ອງພູເຂົາໄຟ ແລະ ອົບພະຍົບຊາວບ້ານຈາກ 2 ໝູ່ບ້ານໃກ້ຄຽງເພື່ອຄວາມປອດໄພ ນອກຈາກນີ້ ຍັງເຕືອນວ່າຝົນຕົກໜັກອາດເຮັດໃຫ້ເກີດລາວາໄຫຼຕາມແມ່ນ້ຳ ຊຶ່ງເປັນອັນຕະລາຍຮ້າຍແຮງ
ຕໍ່ມາ ເຊົ້າວັນທີ (18 ມິຖຸນາ) ພູເຂົາໄຟແຝດເລໂວໂຕບີ ລາກິ ລາກິ ຊຶ່ງສູງ 1,584 ແມັດ ປະທຸຊ້ຳອີກຄັ້ງ ພົ່ນເຖົ້າສູງ 1 ກິໂລແມັດ ໂດຍກ່ອນໜ້ານີ້ມີກິດຈະກຳພູເຂົາໄຟເພີ່ມຂຶ້ນເຖິງ 50 ຄັ້ງໃນ 2 ຊົ່ວໂມງ ເທຽບກັບປົກກະຕິພຽງ 8-10 ຄັ້ງ/ມື້ ພູເຂົາໄຟລູກນີ້ເຄີຍປະທຸຮຸນແຮງມາແລ້ວໃນເດືອນມີນາ ແລະ ພຶດສະພາທີ່ຜ່ານມາ ເຮັດໃຫ້ຖ້ຽວບິນໄປບາຫລີຖືກຍົກເລີກ ແລະ ທີ່ຮ້າຍແຮງທີ່ສຸດຄືເມື່ອເດືອນພະຈິກ 2024 ການປະທຸຫຼາຍຄັ້ງໄດ້ຄອບຄ້າຊີວິດ 9 ຄົນ ບາດເຈັບຫຼາຍສິບຄົນ ແລະ ຕ້ອງອົບພະຍົບຄົນນັບພັນ
ອິນໂດເນເຊຍ ຊຶ່ງມີປະຊາກອນປະມານ 270 ລ້ານຄົນ ຕັ້ງຢູ່ເທິງ “ວົງແຫວນແຫ່ງໄຟ” ແນວຮອຍເລື່ອນແຜ່ນເປືອກໂລກທີ່ມີພູເຂົາໄຟຄຸກຮຸ່ນເຖິງ 120 ລູກ ເຮັດໃຫ້ເຜີຍໜ້າກັບໄພພິບັດທາງທໍລະນີວິທະຍາເປັນປະຈຳ ການປະທຸຄັ້ງນີ້ເປັນການເຕືອນເຖິງຄວາມອ່ອນແອຂອງພູມິພາກ ແລະ ຜົນກະທົບທີ່ອາດຂະຫຍາຍວົງກວ້າງທັງດ້ານເສດຖະກິດ ແລະ ຄວາມປອດໄພ
ຂະນະນີ້ ທາງການອິນໂດເນເຊຍ ແລະ ຫົວໜ່ວຍງານທ້ອງຖິ່ນຍັງຄົງເຝົ້າລະວັງສະຖານະການຢ່າງໃກ້ຊິດ ພ້ອມແນະນຳໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວປະຕິບັດຕາມຄຳເຕືອນຢ່າງເຄັ່ງຄັດ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທີ່ອາດເກີດຂຶ້ນຕໍ່ໄປ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,423 | 21,699 |
![]() THB | 655.82 | 668.28 |
![]() EUR | 23,655 | 24,129 |
![]() CNY | 2,902 | 2,960 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |