pele (67)
ງານແຕ່ງດອງເກືອບພັງ! ເຈົ້າບ່າວເປັນລົມກາງພິທີ ຕອນເຫັນເຈົ້າສາວຍ່າງເຂົ້າມາ ງາມຈົນຂາອ່ອນແຮງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 19 June, 2025

ເຈົ້າບ່າວເຖິງກັບເປັນລົມກາງພິທີ ຕອນເຫັນເຈົ້າສາວຍ່າງເຂົ້າມາ “ຮູ້ສຶກໝົດແຮງທັນທີ” ຟັງເຫດຜົນແລ້ວເອັນດູແຮງ ບອກຕະລຶງລາວງາມກ່ອນທຸກມື້

 

“ຕອນທີ່ເຈົ້າສາວຂອງຂ້ອຍຍ່າງເຂົ້າມາ ງາມກ່ອນທຸກມື້ທີ່ເຄີຍເຫັນ ຮ່າງກາຍຂອງຂ້ອຍກໍ່ເລີ່ມອ່ອນແຮງທັນທີ” ກຸດຕາໂວ ຊະມິດ ອາຍຸ 25 ປີ ເລົ່າໃຫ້ Jam Press ຟັງເຖິງເຫດການທີ່ເກີດຂຶ້ນໃນວັນສຳຄັນຂອງລາວ ມື້ວັນເສົາທີ 7 ມິຖຸນາ ທີ່ຜ່ານມາ ທີ່ເມືອງຊາເລເຕ ປະເທດບຣາຊິວ

 

ໃນຄລິບຈະເຫັນຊ່ວງວິນາທີສຸດດຣາມ່າ ເມື່ອເຈົ້າບ່າວລົ້ມຫຼັງຄະມຳຮາວກັບຊາກໃນໜັງຕະຫຼົກຍຸກ 90 ທ່າມກາງຄວາມຕົກໃຈຂອງບາດຫຼວງ ແລະ ແຂກທີ່ຮີບເຂົ້າມາຊ່ວຍຢ່າງວ່ອງໄວ

 

ຊຶ່ງມີລາຍງານວ່າໃຊ້ຢາຮັກສາອາການວິຕົກກັງວົນ ເປີດເຜີຍວ່າອາທິດກ່ອນເຖິງມື້ແຕ່ງດອງເຕັມໄປດ້ວຍຄວາມວຸ່ນວາຍຈາກການກະກຽມງານ

 

“ມື້ຈິງກໍ່ຍິ່ງໂກລາຫົນ ແຂກເລີ່ມທະຍອຍມາແລ້ວ ແຕ່ຍັງມີຫຼາຍໃຫ້ຈັດການອີກ ” ລາວຍ້ອນຄວາມຫຼັງ ” ພໍເລີ່ມພິທີ ຂ້ອຍກໍ່ແທບຫາຍໃຈບໍ່ທັນແລ້ວ”

 

ຊະມິດ ເຖິງກັບບອກໝູ່ເຈົ້າບ່າວບາງຄົນວ່າ ຮູ້ສຶກຊາຕາມຕົວ ແຕ່ບໍ່ມີໃຜເຊື່ອ ເພາະລາວເປັນຄົນຂີ້ເລ່ນ ມັກເວົ້າຫຼີ້ນຕະຫຼອດ

 

ທ້າຍທີ່ສຸດແລ້ວ ນີ້ແມ່ນວັນແຫ່ງຄວາມສຸກຂອງຊະມິດ ຜູ້ຊຶ່ງເຕີບໂຕມາກັບວ່າທີ່ເຈົ້າສາວ ພາເມລ່າ ແບຣໂຕ ອາຍຸ 23 ປີ ໃນເມືອງນ້ອຍໆທີ່ມີປະຊາກອນພຽງ 7,000 ຄົນ

ແຕ່ທັນທີທີ່ສາວຄົນຮັກຍ່າງເຂົ້າມາໃນສະຖານທີ່ຈັດງານ ຊ່ວງເວລານັ້ນກໍ່ຖາໂຖມເຂົ້າໃສ່ລາວປານຄື່ນຍັກ

 

“ລາວຍ່າງໄປຮັບເຈົ້າສາວຕົງທາງພົມແດງ ແລ້ວພໍບາດຫຼວງເລີ່ມກ່າວເປີດພິທີ ລາວກໍ່ບອກເຈົ້າສາວວ່າບໍ່ຄ່ອຍສະບາຍ ” ລາວເວົົ້າ ” ຕອນນັ້ນຍັງເວົ້າຕິດຫຼີ້ນໜ້ອຍໜຶງ ເຈົ້າສາວເລີຍເຊື່ອ ແຕ່ກໍ່ຍັງບໍ່ຮູ້ວ່າລາວອາການໜັກສຳໃດ”

 

ຫຼັງຈາກນັ້ນບໍ່ດົນ ລາວກໍ່ລົ້ມລົງກັບພື້ນ “ຕອນລາວເປັນລົມ ເຈົ້າສາວຄວ້າແຂນເສື້ອສູດຂອງຂ້ອຍໄວ້ ແຕ່ເພາະຂ້ອຍລົ້ມທັບຊຸດຂອງເຈົ້າສາວ ລາວເລີຍພະຍຸງຂ້ອຍບໍ່ໄຫວ ” ຊະມິດເລົ່າຊາກນັ້ນຢ່າງຊັດເຈນ ” ໂຊກດີທີ່ບາດຫຼວງຮີບເຂົ້າມາຄວ້າແຂນເສື້ອຂ້ອຍໄວ້ທັນ ເລີຍບໍ່ກະແທກຫົວລົງພື້ນ”

 

ລວເສີມວ່າ “ຈາກນັ້ນໝູ່ຂ້ອຍຊື່ ເອດູອາດໂດ ຊຶ່ງເປັນໝໍ ກໍ່ມາຖຶງໄວຫຼາຍ ເຂົາກວດຊີບພະຈອນແລ້ວຊ່ວຍປະຖົມພະຍາບານຮ່ວມກັບບາດຫຼວງທັນທີ”

 

ຫຼັງຈາກເປັນລົມໄປເປັນຄັ້ງທີ່ 2 ຊະມິດກໍ່ຄ່ອຍໆ ຟື້ນຂຶ້ນມາ ແລະ ສາມາດເຮັດພິທີຕໍ່ຈົນຈົບໄດ້

 

ເຖິງແມ່ນວ່າເຫດການຈະບໍ່ເປັນໄປຕາມແຜນ ແຕ່ລາວບອກວ່າງານແຕ່ງດອງຄັ້ງນີ້ກໍ່ຍັງຄົງ “ສວຍງາມ ແລະ ນ່າປະທັບໃຈທີ່ສຸດ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ