pele (68)
ແຂວງຄໍາມ່ວນ ວາງ​ເປົ້າ​ຜົນ​ຜະ​ລິດ​ເຂົ້າ ປີນີ້ 351.604 ໂຕນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 19 June, 2025

ແຂວງຄໍາມ່ວນ ຄາດ​ຄະ​ເນຜົນຜະລິດເຂົ້ານາປີ 351.604 ໂຕນ ໃນ​ລະ​ດູ​ການ​ຜະ​ລິດ ປີນີ້.

 

ປະ​ຈຸ​ບັນ ຊາວ​ກະ​ສິ​ກອນ ເລີ່ມ​ລົງ​ມື​ປູກ​ເຂົ້າ​ນາ​ປີ. ທົ່ວແຂວງ ມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 92.791 ເຮັກຕາ ແລະ ຄາດຄະເນແນວປູກ 5.567 ໂຕນ.

 

ເມື່ອສົມທຽບແຜນການປູກເຂົ້ານາປີ ຂອງປີນີ້ ໃສ່ກັບປີຜ່ານມາເຫັນວ່າ ເນື້ອທີ່ເພີ່ມຂຶ້ນ 1.519 ເຮັກຕາ. ສາເຫດ ທີ່ພາໃຫ້ເນື້ອທີ່ນາປີ ເພີ່ມຂຶ້ນຍ້ອນວ່າຊາວນາ ໃນແຕ່ລະເມືອງ ໄດ້ມີການບຸກເບີກເນື້ອທີ່ເພີ່ມຕື່ມ.

 

ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປະຈຸບັນ ສາມາດປູກເຂົ້າ ໄດ້ 40.586 ເຮັກຕາ ຫຼື ເທົ່າກັບ 43,74 % ຂອງເນື້ອທີ່ແຜນການທັງໝົດ. ໃນນັ້ນ ນາຫວ່ານ ປະຕິບັດໄດ້ 26.047 ເຮັກຕາ ເທົ່າກັບ 28,07 %, ນາດໍາປະຕິບັດໄດ້ 14.540 ເຮັກຕາ ເທົ່າກັບ 15,67 % .

 

ສ່ວນການຕົກກ້າ ມາຮອດປະຈຸບັນ ແມ່ນໝົດແນວເຂົ້າປູກໄປແລ້ວ 4.965 ໂຕນ ຫຼື ເທົ່າກັບ 89,19 % ຂອງແນວປູກທັງໝົດ. ສໍາລັບເມືອງທີ່ມີເນື້ອທີ່ແຜນການປູກເຂົ້ານາປີຫຼາຍ ແມ່ນປະກອບມີ: ເມືອງໜອງບົກ , ເມືອງທ່າແຂກ , ເມືອງມະຫາໄຊ , ເມືອງໄຊບົວທອງ , ເມືອງຫີນບູນ,ເມືອງຍົມມະລາດ ແລະ ເມືອງເຊບັ້ງໄຟ ຕາມລໍາດັບ.

 

ການປູກເຂົ້າ ຂອງຊາວນາໃນແຕ່ລະເຂດ ຂອງແຂວງຄໍາມ່ວນ ສ່ວນຫຼາຍແມ່ນສຸ່ມໃສ່ນາຫວ່ານ ເນື່ອງຈາກວ່າມີຂໍ້ດີຫຼາຍຢ່າງ ເປັນຕົ້ນແມ່ນປະຢັດແຮງງານ,ປະຢັດຕົ້ນທຶນການຜະລິດ ແລະ ປະຢັດເວລາ. ສໍາລັບການປູກເຂົ້າເນີນສູງ ສໍາເລັດໃນເນື້ອທີ່ 288 ເຮັກຕາ.

 

ນອກ​ຈາກນັ້ນ ແຂວງກໍ່​ຍັງ​ວາງ​ແຜນປູກພືດເພື່ອເປັນສະບຽງອາຫານ ໃນ​ເນື້ອ​ທີ່ 61.189 ເຮັກຕາ, ຄາດຄະເນຜົນຜະລິດ 228.856 ໂຕນ ແລະ ແຜນການປູກພືດເພື່ອເປັນສິນຄ້າ 31.602 ເຮັກຕາ , ຄາດຄະເນຜົນຜະລິດ 122.748 ໂຕນ .

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 19 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,423
21,699
thailand (1)
THB
655.82
668.28
european-union
EUR
23,655
24,129
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (71)
ສາທາ ເນັ້ນໃຫ້ແພດ ມີຈັນຍາທໍາວິຊາຊີບ ເປັນແພດປະຊາຊົນຢ່າງສົມກຽດສັກສີ
_cover (77)
ຍີ່ປຸ່ນປະທ້ວງ ຈີນຊ້ອມຮົບທາງທະເລໃກ້ນ່ານນ້ຳ ພ້ອມທັງເຜີຍແພ່ເສັ້ນທາງເຮືອບັນທຸກເຮືອບິນຈີນ
_cover (76)
ເກົາຫຼີເໜືອກຽມສົ່ງທະຫານຫຼາຍພັນຄົນໄປຣັດເຊຍ ອ້າງວ່າເປັນຫານຊ່ວຍຟື້ນຟູແຄວ້ນຄູສຄ໌
pele (68)
ແຂວງຄໍາມ່ວນ ວາງ​ເປົ້າ​ຜົນ​ຜະ​ລິດ​ເຂົ້າ ປີນີ້ 351.604 ໂຕນ
_cover (75)
"ໝີ່ສຳເລັດຮູບ" ບໍ່ແມ່ນອາຫານອັນຕະລາຍ ໝໍແນະນຳ 4 ວິທີ ກິນແບບບໍ່ທຳລາຍສຸຂະພາບ
pele (67)
ງານແຕ່ງດອງເກືອບພັງ! ເຈົ້າບ່າວເປັນລົມກາງພິທີ ຕອນເຫັນເຈົ້າສາວຍ່າງເຂົ້າມາ ງາມຈົນຂາອ່ອນແຮງ
_cover (74)
ຈີນເດີນໜ້າຜັກດັນ "ຢວນດິຈິທັລ" ໃຊ້ແທນໂດລາ ແນໃສ່ການສ້າງລະບົບການເງິນໂລກແບບຫຼາຍຂັ້ວ
pele (64)
ຈຸດສຸມພັດທະນາຜາສັງ ມີຄອບຄົວພົ້ນທຸກ ກວມ 88,6% ແລະ ມີຄອບຄົວພັດທະນາ ກວມ 86,64%
pele (62)
24 ຊົ່ວໂມງຕໍ່ໄປນີ້ຈະມີຝົນ ຕົກລະດັບຄ່ອຍຫາປານກາງໃນແຕ່ລະພາກ
_cover (72)
ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 19 ມິຖຸນາ 2025
ຢ່າລື່ມກົດຕິດຕາມ