ຂ່າວ-Tou-Vientianepost (73)
ຖົ່ວລຽນໝອນທອງ 1 ຕົ້ນ ສາມາດ ສ້າງລາຍຮັບໄດ້ 15 ລ້ານກີບຕໍ່ປີ
ຮຽບຮຽງໂດຍ:Staff
ເຜີຍແຜ່: 9 May, 2023

ຂປລ.ທ່ານ ກິມຫງ້ຽນ ພົງສະຫວັດ ເຈົ້າຂອງບໍລິສັດ ກິມຫງ້ຽນ ພັດທະນາກະສິກຳ ຂາເຂົ້າ-ຂາອອກ ເຈົ້າຂອງສວນຖົ່ວລຽນ ບ້ານຫລັກ 24 ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ເປີດເຜີຍວ່າ: ບໍລິ ສັດ ໄດ້ທົດລອງນຳເອົາຕົ້ນຖົ່ວລຽນພັນໝອນທອງ ມາປູກໃນເນື້ອທີ 15 ເຮັກຕາຈຳນວນ 300 ຕົ້ນ ເຊິ່ງຕົ້ນຖົ່ວລຽນສາມາດມີອາຍຸໃຫ້ໝາກໄດ້ 4 ປີຂຶ້ນໄປ ໃຫ້ຜົນຜະລິດໄດ້ສະເລ່ຍ 200-300 ກິໂລ

ຕໍ່ຕົ້ນຕໍ່ປີ ຄິດເປັນຈຳນວນເງິນປະມານ 15 ລ້ານກີບຂຶ້ນໄປ; ບາງຕົ້ນໃຫ້ໝາກມີນ້ຳໜັກເຖິງ 8 ກິໂລຕໍ່ໜ່ວຍ. ປີ ຜ່ານມາເກັບຜົົນຜະລິດໄດ້ທັງໝົດສະເລ່ຍ 40 ກວ່າໂຕນ, ປັດຈຸບັນໝາກຖົ່ວລຽນຍັງບໍ່ພຽງຕໍ່ຄວາມຕ້ອງ ການຂອງຕະຫລາດ. ດັ່ງນັ້ນ ບໍລິສັດ ກຳລັງຂະຫຍາຍເນື້ອທີ່ປູກຕື່ມອີກ 200 ກວ່າເຮັກຕາ ແລະ ໄດ້ນຳເອົາແນວພັນ ໝອນທອງ, ກ້ານຍາວ, ມູນຊັງຄິງ ແລະ ໜາມ

ດຳ ຈຳນວນ 30.000 ຕົ້ນມາປູກ ເພື່ອຕອບສະໜອງຕະຫລາດພາຍໃນ ແລະ ກຽມສົ່ງອອກຕະຫລາດຕ່າງປະເທດໃນປີ 2025 ເປັນຕົ້ນແມ່ນ ສປ ຈີນ.ທ່ານ ກິມຫງ້ຽນ ໃຫ້ຮູ້ອີກວ່າ: ພື້ນທີ່ເມືອງປາກເຊ, ປາກຊ່ອງ ແຂວງຈຳປາສັກ, ສາລະວັນ ແລະ ແຂວງ ອັດຕະປື ແມ່ນເຂດທີ່ອຸດົມສົມບູນເໝາະສົມແກ່ການປູກຝັງ ເປັນຕົ້ນແມ່ນປູກຕົ້ນຖົ່ວລຽນ ເປັນພືດໃຫ້ຜົນຕອບແທນສູງ ແລະ

ຍາວນານ ອາຍຸການຕົ້ນຖົ່ວລຽນສະເລ່ຍ 70-80 ປີ. ແນວໃດກໍຕາມ ດ້ວຍການຊີ້ນຳຂອງ ພັກ-ລັດ ເປັນຕົ້ນແມ່ນກະສິກຳເມືອງ ທີ່ໃຫ້ຄຳແນະນຳໃຫ້ການສົ່ງເສີມ ເຕັກນິກການປູກ,ການດູແລບົວລະບັັດຮັກສາ ໃຫ້ໄດ້ຮັບຜົນຜະລິດສູງ. ນອກນັ້ນ ບໍລິສັດ ຍັງໃຫ້ຄຳປຶກສາສົ່ງເສີມ ປະຊາຊົນທີ່ສົນໃຈຢາກປູກຕົ້ນໝາກຖົ່ວລຽນ ເຊັ່ນ: ພັນໝອນທອງ, ກ້ານຍາວ, ມູນຊັງຄິງ ແລະ ໜາມດຳ ທາງບໍລິສັດມີແນວພັນສະໜອງໃຫ້ ພ້ອມທັງໃຫ້ຄຳປຶກສາແລກປ່ຽນບົດຮຽນແກ່ຜູ້ທີ່ສົນໃຈ.

ຂ່າວ-ພາບ:ເກດສະໜາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
ເບິ່ງສົດ Apple Events ເປີດຕົວ iPhone 17 ວັນທີ 9 ກ.ຍ. ເວລາທຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
pele - 2025-09-08T094057.550
ປະທານຄະນະກໍາມະການປກຊ-ປກສ ແຂວງຈຳປາສັກ ຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 522 ແລະ ປະຊາຊົນ ບ້ານຄັນຍາງ
jane (4)
ສະຫຼຸບຜົນແຂ່ງຂັນຊິງແຊມໂລກກິລາຕີບານຍິງ ຮອບຮອງຊະນະເລີດສຸດທ້າຍ ວັນທີ 6 ກັນຍາ 2025
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
jane (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
ຢ່າລື່ມກົດຕິດຕາມ