pele (71)
ສາທາ ເນັ້ນໃຫ້ແພດ ມີຈັນຍາທໍາວິຊາຊີບ ເປັນແພດປະຊາຊົນຢ່າງສົມກຽດສັກສີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 19 June, 2025

ກະຊວງສາທາລະນະສຸກ ເນັ້ນໃຫ້ພະນັກງານແພດໝໍ ມີຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາສະເພາະເພື່ອເປັນນັກຮົບເສື້ອຂາວປະຕິວັດຂອງພັກ, ກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນຢ່າງສົມກຽດສັກສີ.

 

ເມື່ອບໍ່ດົນມານີ້, ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຄໍາເຫັນເນື່ອງໃນວັນແພດລາວ 18 ມິຖຸນາ ຄົບຮອບ 60 ປີ (18 ມິຖຸນາ 1965-18 ມິຖຸນາ 2025) ວ່າ: ການສະເຫຼີມສະຫຼອງ ວັນແພດລາວ 18 ມີຖຸນາ ເປັນການປູກຈິດສໍານຶກ ໃຫ້ແກ່ພະນັກງານແພດໝໍ, ພະຍາບານ, ພະນັກງານສາທາລະນະສຸກລາວ ຮຸ່ນສືບທອດ ໄດ້ຮໍ່າຮຽນເອົາແບບຢ່າງອັນດີງາມ ຂອງແພດໝໍ ແລະ ພະນັກງານສາທາລະນະສຸກ ຮຸ່ນກ່ອນ, ອອກແຮງຝຶກຝົນຫຼໍ່ຫຼອມ ສ້າງຕົນເອງ ໃຫ້ພຽບພ້ອມ ໄປດ້ວຍຄຸນສົມບັດ ສິນທໍາປະຕິວັັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານ ດ້ານວິຊາສະເພາະ ເພື່ອເປັນນັກຮົບເສື້ອຂາວປະຕິວັດ ຂອງພັກ, ກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນ ຢ່າງສົມກຽດສັກສີ.

 

ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວອີກວ່າ: ວັນແພດລາວ ແມ່ນວັນໜຶ່ງ ທີ່ມີຄວາມໝາຍ ເປັນປະຫວັດສາດ ອັນລໍ້າຄ່າ ຂອງຂະແໜງການສາທາລະນະສຸກ ເປັນ ວັນສ້າງຂະບວນການກິດຈະກໍາຕ່າງໆ ເພື່ອລະນຶກເຖິງຜົນງານ ແລະ ຍ້ອງຍໍສັນລະເສີນຄຸນງາມ ຄວາມດີ ຂອງແພດລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄື ສະໄໝປົກປັກຮັກສາ ແລະ ສ້າງສາປະເທດຊາດ.

 

ການແພດລາວ ໄດ້ກໍາເນີດຂຶ້ນ ຜ່ານຂະບວນວິວັດ ແຫ່ງການເຕີບໃຫຍ່ຂອງການແພດ ໃນແຕ່ລະສະໄໝ ມາແຕ່ດຶກດໍາບັນ ແລະ ຕິດພັນກັບ ການຕໍ່ສູ້ກູ້ຊາດ ແຕ່ລະໄລຍະ. ໃນປີ 1963 ສະໜາມຮົບຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນແບບໃໝ່ ໄດ້ເປີດກວ້າງອອກທົ່ວປະເທດ, ເຂດປົດປ່ອຍ ກໍ່ນັບມື້ນັບຂະຫຍາຍຕົວ, ແພດໝໍ ໃນໄລຍະນັ້ນ ແມ່ນນອນຢູ່ໃນການຈັດຕັ້ງຂອງເສນາຮັກ ແລະ ໄດ້ເຮັດໜ້າທີ່ຂອງຕົນ ໃນການຮັກສາ ແລະ ປິ່ນປົວພະຍາດ ໃຫ້ແກ່ພະນັກງານນັກຮົບ ແລະ ປະຊາຊົນ ບັນດາເຜົ່າ.

 

ເມື່ອສູນກາງພັກ ມີນະໂຍບາຍ “ສ້າງເຂດປົດປ່ອຍ ໃຫ້ເປັນລັດໜຶ່ງ”ໃນວັນທີ 18 ມີຖຸນາ1965 ໄດ້ຕົກລົງ ແຍກຂະແໜງສາທາລະນະສຸກ ອອກເປັນ 2 (ສອງ) ການຈັດຕັ້ງ ຄື: ເສນາຮັກ ເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກສູນກາງ ເພື່ອຮັບໃຊ້ພົນລະເຮືອນ.

 

ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ 1987, ທ່ານ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ສະເໜີ ໃຫ້ຄະນະເລຂາທິການສູນກາງພັກ ແລະ ສະພາລັດຖະມົນຕີ ເລືອກເອົາມື້ໃດມື້ໜຶ່ງ ທີ່ມີຄວາມໝາຍປະຫວັດສາດ ເປັນ“ວັນແພດລາວ”.

 

ຈາກແນວຄິດຊີ້ນໍາ ຂອງປະທານໄກສອນ ພົມວິຫານ ແລະ ເຫດຜົນ ທີ່ໄດ້ກ່າວມາຂ້າງເທິງນັ້ນ ກະຊວງສາທາລະນະສຸກ ໄດ້ນໍາສະເໜີ ລັດຖະບານ ແລະ ສະພາແຫ່ງຊາດ ຊຸດທີ VII ແລະ ໄດ້ຮັບການເຫັນດີ ໃຫ້ບັນຈຸເຂົ້າໃນກົດໝາຍວ່າດ້ວຍການປິ່ນປົວ ສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດ 10 ມາດຕາ 76  ເຊີ່ງໄດ້ກໍານົດ ເອົາ ວັນທີ 18 ມີຖຸນາ ເປັນ “ວັນແພດລາວ” ແລະ ຕໍ່ມາຕາມກົດໝາຍວ່າດ້ວຍສາທາລະນະສຸກ ສະບັບເລກທີ 38/ສພຊ, ລົງວັນທີ 17 ກໍລະກົດ 2023 ພາກທີ IX ມາດຕາ 56 ລັດ ກຳນົດເອົາວັນແພດລາວ ວັນທີ 18 ມິຖຸນາ ເປັນ “ວັນ ສາທາລະນະສຸກ”.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 27 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
660.08
670.25
european-union
EUR
24,086
24,568
china
CNY
2,924
2,982
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 (87)
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)
pele - 2025-08-27T102206.902
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)
pele - 2025-08-27T095144.914
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.
site cover1 (86)
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ "ຄົນ" ໄດ້ໃນຫຼາຍໆດ້ານ
_cover - 2025-08-26T155019.178
ແຈ້ງເຕືອນ ໃຫ້ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ອາດຈະເກີດນໍ້າຖ້ວມກະທັນຫັນ ອີກ 12–24 ຊົ່ວໂມງຂ້າງໜ້າ
_cover - 2025-08-26T152648.270
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025
_cover - 2025-08-26T134613.200
ເມືອງຟີນິກສ໌ ຖຶກກຳແພງພາຍຸຝຸ່ນຂະໜາດໃຫຍ່ຖະລົ່ມ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້
pele - 2025-08-26T140829.889
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດປັບປຸງກົງຈັກການຈັດຕັ້ງ
_cover - 2025-08-26T133425.206
'ທຣຳ' ຂົ່ມຂູ່ຂຶ້ນພາສີ 'ຈີນ' 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ
pele - 2025-08-26T130843.080
ຄະນະບໍລິຫານງານພັກແຂວງໄຊສົມບູນ ດໍາເນີນຊີວິດການເມືອງທ້າຍສະໄໝທີ I
ຢ່າລື່ມກົດຕິດຕາມ