Meta ປະກາດວ່າມີແຜນລວມວິດີໂອທຸກປະເພດໃຫ້ເປັນຮູບແບບດຽວກັນໄປເປັນ Reels ແລະຈະເລີ່ມເປີດໃຊ້ງານທົ່ວໂລກຢ່າງຄ່ອຍເປັນຄ່ອຍໄປໃນໃນໄວໆນີ້
ປັດຈຸບັນຜູ້ໃຊ້ Facebook ຍັງສາມາດເລືອກໄດ້ວ່າຈະໂພສວິດີໂອໃນຮູບແບບທົ່ວໄປຫຼື Reels ແຕ່ໃນອະນາຄົດອັນໃກ້ວິດີໂອທັງໝົດທີ່ແຊໃນແພລດຟອມຈະຖືກສະແດງເປັນ Reels ຕາມການປະກາດຂອງ Meta
ເຖິງແມ່ນວ່າຈະລວມຮູບແບບວິດີໂອ, ແຕ່ Meta ຢືນຢັງວ່າ Facebook ຈະຍັງຮອງຮັບວິດີໂອທຸກຮູບແບບ, ບໍ່ວ່າຈະເປັນວິດີໂອສັ້ນ, ວິດີໂອຍາວ, ຫຼືວິດີໂອຖ່າຍທອດສົດ ໂດຍເປົ້າໝາຍຂອງການປ່ຽນແປງຄັ້ງນີ້ແມ່ນເພື່ອໃຫ້ຜູ້ໃຊ້ສາມາດສ້າງ, ແຊເຢີ໌, ແລະຄົ້ນຫາ Reels ໄດ້ສະດວກຍິ່ງຂຶ້ນ ທັງໃນໂປຣໄຟລ໌ສ່ວນຕົວແລະເພດຕ່າງໆ
ຍົກເລີກຂໍ້ຈຳກັດຄວາມຍາວ Reels ແລະປ່ຽນຊື່ Tab ວິດີໂອ
ການປ່ຽນແປງສຳຄັນອີກອັນໜຶ່ງແມ່ນ ການຍົກເລີກຂໍ້ຈຳກັດຄວາມຍາວຂອງ Reels ທີ່ກ່ອນໜ້ານີ້ກຳນົດໄວ້ບໍ່ເກີນ 90 ວິນາທີ ພ້ອມກັບແຖບ “ວິດີໂອ” (Video Tab) ໃນ Facebook ຈະຖືກປ່ຽນຊື່ຢ່າງເປັນທາງການໃຫ້ເປັນ “Reels Tab” ເຖິງຢ່າງໃດກໍ່ຕາມ Meta ຢືນຢັງວ່າລະບົບແນະນຳວິດີໂອຈະຍັງຄົງເຮັດວຽກຕາມຄວາມສົນໃຈຂອງແຕ່ລະບຸກຄົນເຊັ່ນເດີມ
ບໍ່ພຽງແຕ່ Facebook ເທົ່ານັ້ນ Meta ຍັງສືບຕໍ່ຊຸກຍູ້ Reels ຢ່າງຈິງຈັງໃນ Instagram ດ້ວຍ ໂດຍເມື່ອເດືອນມັງກອນທີ່ຜ່ານມາ Reels ໃນ Instagram ໄດ້ຂະຫຍາຍຄວາມຍາວສູງສຸດເປັນ 3 ນາທີ ຊຶ່ງການລວມວິດີໂອທັງໝົດໃນ Facebook ໃຫ້ເປັນ Reels ກໍ່ຖືເປັນອີກກ້າວສຳຄັນໃນການຍົກລະດັບວິດີໂອສັ້ນໃຫ້ກາຍເປັນຫົວໃຈຂອງການບໍລິໂພກເນື້ອໃນໃນເຄືອ Meta
ຂ່າວຈາກ: Meta
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,416 | 21,691 |
![]() THB | 650.45 | 662.81 |
![]() EUR | 23,741 | 24,217 |
![]() CNY | 2,908 | 2,966 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |