site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
ຮຽບຮຽງໂດຍ:kaling
ເຜີຍແຜ່: 20 June, 2025

Android ນັ້ນເຖິງແມ່ນວ່າຈະເປັນລະບົບປະຕິບັດການສຳລັບອຸປະກອນພົກພາ ລວມໄປເຖິງເຄື່ອງໃຊ້ໄຟຟ້າທີ່ທັນສະໄໝຕ່າງໆ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນໂລກ ລວມທັງໄດ້ຮັບການອັບເດດດ້ານຄວາມປອດໄພຢ່າງສະໝ່ຳສະເໝີ ແຕ່ກໍມັກຈະມີຂ່າວການຖືກແຮັກ ຫຼື ຖືກມັນແວໂຈມຕີຢູ່ເລື້ອຍໆ ຄືຄົງໃນກໍລະນີນີ້

ຈາກລາຍງານໂດຍເວັບໄຊ Cyber Security News ໄດ້ກ່າວເຖິງການຄົ້ນພົບການລະບາດຂອງມັນແວສຳລັບໃຊ້ງານເຄື່ອງຂອງຜູ້ເຄາະຮ້າຍເພື່ອການຍິງລະບົບອື່ນ ຫຼື Botnet ຢ່າງ Badbox 2.0 ຊຶ່ງເປັນມັນແວທີ່ພັດທະນາຄ່ອຍຂັ້ນມາຈາກ Badbox ໂດຍໃນເວີຊັ້ນລ່າສຸດນັ້ນມີຄວາມສາມາດໃນການເຂົ້າຍຶດລະບົບ (Compromise) ແລະ ການຂະໂມຍໄຟລ໌ອອກຈາກເຄື່ອງຂອງຜູ້ເຄາະຮ້າຍທີ່ດີກວ່າເດີມ ລວມທັງມີການໃຊ້ຕົວກາງໃນການແຜ່ກະຈາຍມັນແວ (Vector) ທີ່ຫຼາກຫຼາຍບໍ່ວ່າຈະເປັນ ການດັດແປງເຟີມແວທີ່ສອດແທລກມັນແວ, ການໃຊ້ງານແອັບພລິເຄຊັ້ນທີ່ສອດໃສ່ມັນແວ, ໄປຈົນເຖິງການແທລກຕົວໃນຫ່ວງໂສ້ອຸປະທານ (Supply Chain) ເພື່ອແຜ່ກະຈາຍມັນແວເລີຍ ຊຶ່ງເປັນການແຜ່ກະຈາຍທີ່ແຕກຕ່າງຈາກມັນແວເທິງ Android ຕົວອື່ນໆ ທີ່ມັກຈະເນັ້ນການໃຊ້ງານຈຸດອ່ອນດ້ານຄວາມປອດໄພ ແລະ ການຫຼອກໃຫ້ຜູ້ເຄາະຮ້າຍເຮັດການຕິດຕັ້ງມັນແວລົງເຄື່ອງ

ໃນສ່ວນຂອງຂໍ້ມູນດ້ານເຕັກນິກໃນດ້ານການເຮັດວຽກຂອງມັນແວຕົວນີ້ ທີມວິໄຈຈາກ Human Security ບໍລິສັດຜູ້ຊ່ຽວຊານດ້ານການພັດທະນາໂຊລູຊັ້ນເພື່ອຮັກສາຄວາມປອດໄພໄຊເບິ ໄດ້ມີການເປີດເຜີຍເຖິງຄວາມເໜືອຊັ້ນຂອງມັນແວຕົວນີ້ວ່າ ໄດ້ມີການນຳເອົາເທັກໂນໂລຊີການຮຽນຮູ້ຂອງເຄື່ອງຈັກ (Machine Learning ຫຼື ML) ໃນຮູບແບບອັລກໍລິທຶມເຂົ້າມາໃຊ້ງານເທິງມັນແວ ໂດຍລະບົບນີ້ຈະເຮັດການຮຽນຮູ້ເຖິງພຶດຕິກຳການໃຊ້ງານເຄື່ອງຂອງຜູ້ເຄາະຮ້າຍ ແລະ ການມີຢູ່ຂອງແອັບພລິເຄຊັ້ນຮັກສາຄວາມປອດໄພເທິງລະບົບ ຊຶ່ງມັນແວຈະຝັງຕົວແລະນິ່ງງຽບ (Dormant) ໃນຊ່ວງລະຍະເວລາໜຶ່ງເພື່ອເຮັດການເກັບຂໍ້ມູນຕ່າງໆ ເທິງເຄື່ອງ ໂດຍພຶດຕິກຳດັ່ງກ່າວນັ້ນເຮັດໃຫ້ເຄື່ອງມືຄົ້ນຫາຕ່າງໆ ຄົ້ນຫາໄດ້ຍາກ ເນື່ອງຈາກບໍ່ໄດ້ສະແດງພຶດຕິກຳທີ່ເປັນໄພອອກມາຢ່າງກົງ

ນອກຈາກນັ້ນ ຍັງມີການຄົ້ນພົບອີກວ່າ ມັນແວນັ້ນມີການສື່ສານກັບເຊີເວີຄວບຄຸມ (C2 ຫຼື Command and Control) ຜ່ານທາງຊ່ອງທາງແບບໃສ່ລະຫັດ ໂດຍເຊີເວີນັ້ນມີການຕັ້ງຢູ່ໃນຫຼາຍປະເທດ ເຮັດໃຫ້ການບັງຄັບໃຊ້ກົດໝາຍເພື່ອເຂົ້າເຮັດການກວາດລ້າງນັ້ນເຮັດໄດ້ຢ່າງຍາກລຳບາກ ເນື່ອງດ້ວຍຂໍ້ຈຳກັດທາງກົດໝາຍ ບໍ່ພຽງແຕ່ນັ້ນ ທີມວິໄຈຍັງຄົ້ນພົບອັລກໍລິທຶມສຳລັບການແນໃສ່ເປົ້າໝາຍໃນການໂຈມຕີຂອງມັນແວຕົວນີ້ ຍັງມີການມຸ່ງເນັ້ນການໂຈມຕີໄປຍັງອົງການໃຫຍ່ໆ ລວມໄປເຖິງກຸ່ມບຸກຄົນສຳຄັນ (High-Profile Individuals) ອີກດ້ວຍ ສະແດງໃຫ້ເຫັນວ່າແຄມເປນການແຜ່ກະຈາຍຂອງມັນແວຕົວນີ້ນັ້ນເກີດຂື້ນຈາກຄວາມຮ່ວມມືກັນລະຫວ່າງກຸ່ມອາຊະຍາກອນໄຊເບີທີ່ມີຄວາມຊ່ຽວຊານ ແລະ ປະສົບການສູງ

ບໍ່ພຽງແຕ່ນັ້ນ ທີມວິໄຈຍັງພົບວ່າມັນແວຍັງມີຄວາມສາມາດໃນການຄົງທົນຢູ່ເທິງລະບົບ (Persistence) ເຖິງແມ່ນວ່າຜູ້ໃຊ້ງານຈະໃຊ້ການລ້າງຂໍ້ມູນເພື່ອກັບໄປສູ່ຄ່າເລີ່ມຕົ້ນຈາກໂຮງງານ ຫຼື Factory Reset ຫຼື ການອັບເດດໃຫຍ່ ໂດຍມັນແວຈະມີການໃຊ້ຈຸດອ່ອນໃນ Bootloader ເພື່ອຮັບການຮັບຮອງຢືນຢັນຈາກລະບົບໃຫ້ສາມາດເຮັດວຽກໄດ້ (Verification) ຫຼັງຈາກທີ່ໄດ້ຮັບການຮັບຮອງແລ້ວ ມັນແວຈະເຮັດການຕິດຕັ້ງຕົວເປັນແອັບພລິເຄຊັ້ນໃນລະດັບລະບົບ (System-level) ໂດຍປອມຕົວເປັນເຟມເວີຂອງ Android ລວມໄປເຖິງການເຂົ້າໄປປ່ຽນແປງໃນສ່ວນ System Partition ທັງຍັງມີການຍິງໂຄດເພື່ອແຝງຕົວເອງເຂົ້າໄປໃນ Service ຕ່າງໆ ຂອງລະບົບ Android ອີກດ້ວຍ ນອກຈາກນັ້ນມັນແວຍັງໄດ້ມີການເຮັດສຳເນົາຕົວເອງໄປຍັງໂຟນເດີລະດັບ System ຈຳນວນຫຼາຍ ເວົ້າໄດ້ວ່າມີການແອບແຝງຕົວແບບຫຼາຍຊັ້ນຫຼາຍ ເຮັດໃຫ້ເຖິງແມ່ນວ່າຈະມີການຖືກຄົ້ນພົບຕົວຕິດຕັ້ງແລະຖືກລົບໄປ ຕົວຕິດຕັ້ງທີ່ຖືກສຳຮອງໄວ້ຈຳນວນຫຼາຍໍ່ກໍຍັງຄົງຢູ່ ແລະ ສາມາດຕິດຕັ້ງຕົວເອງຕໍ່ໄດ້ເລື້ອຍໆ

ສຳລັບໃນສ່ວນຂອງຄວາມເສຍຫາຍທີ່ມັນແວຕົວນີ້ໄດ້ກໍ່ຂື້ນນັ້ນ ທີມວິໄຈໄດ້ເປີດເຜີຍວ່າ ມັນແວ Badbox 2.0 ນັ້ນໄດ້ມີການແຜ່ກະຈາຍຢູ່ມາກເຖິງ 47 ປະເທດທົ່ວໂລກ ໂດຍຜູ້ເຄາະຮ້າຍສ່ວນຫຼາຍຢູ່ໃນເຂດພື້ນທີ່ເອເຊຍຕາເວັນອອກສ່ຽງໃຕ້, ຢູໂຣບຕາເວັນຕົກ, ແລະ ບາງສ່ວນຂອງທະວີບອະເມລິກາໃຕ້ ເວົ້າໄດ້ວ່າມີເຄື່ອງທີ່ຕິດມັນແວຕົວນີ້ນັບລ້ານເຄື່ອງ ໂດຍມັນແວຕົວນີ້ຈະແນໃສ່ຂະໂມຍຂໍ້ມູນສຳຄັນຫຼາຍປະເພດ ບໍ່ວ່າຈະເປັນ ກະເປົ້າເງິນຄຣິບໂຕເຄີເຣນຊີ, ຂໍ້ມູນເທິງແອັບພລິເຄຊັ້ນດ້ານການເງິນ ເຊັ່ນ ແອັບພລິເຄຊັ້ນທະນາຄານ, ຂໍ້ມູນເທິງແອັບພລິເຄຊັ້ນສົ່ງຂໍ້ຄວາມສຳລັບອົງການທຸລະກິດຕ່າງໆ ໄປຈົນເຖິງຂໍ້ມູນລຶບທີ່ເປັນຄວາມລັບທາງທຸລະກິດທີ່ຖືກເກັບໄວ້ເທິງໂທລະສັບມືຖື ອີກດ້ວຍ ໂດຍທີມວິໄຈເຜີຍວ່າປະລິມານຂໍ້ມູນຂອງມັນແວຕົວນີ້ທີ່ສົ່ງກັບໄປຍັງເຊີເວີ ມີປະລິມານຫຼາຍເຖິງ 2.3 GB ຕໍ່ເດືອນ ນຳມາຊຶ່ງຄວາມສູນເສຍທາງການເງິນແລະທາງທຸລະກິດ ບໍ່ວ່າຈະເປັນການສູນເສຍການເຂົ້າເຖິງການໃຊ້ງານລະຫັດເຂົ້າໃຊ້ບັນຊີທະນາຄານ, ຂໍ້ມູນການສື່ສານ ແລະ ຂໍ້ມູນສຳຄັນ ລວມໄປເຖິງຊັບສິນທາງປັນຍາຕ່າງໆ ຕີເປັນມູນຄ່າຄວາມເສຍຫາຍທີ່ສູງເຖິງ 180 ລ້ານໂດລາສະຫະລັດ (5,839,200,000 ບາດ)

ທີມວິໄຈໄດ້ເຕືອນວ່າ ອົງການຕ່າງໆ ສາມາດປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍໄດ້ດ້ວຍການຫາເຄື່ອງມືຮັກສາຄວາມປອດໄພໄຊເບີມາໃຊ້ງານ ເນື່ອງຈາກເຄື່ອງມືເຫຼົ່ານີ້ ເຖິງແມ່ນວ່າອາດຈະບໍ່ສາມາດຈັດການມັນແວໄດ້ຢ່າງໝົດຈົດ ແຕ່ກໍມີຄວາມສາມາດໃນການສະກັດກິນກິດຈະກຳທີ່ຜິດປົກກະຕິເທິງເຄືອຂ່າຍ ນຳໄປສູ່ການຈຳກັດຄວາມເສຍຫາຍທີ່ອາດເກີດຂື້ນໄດ້

ຂ່າວຈາກ: https://cybersecuritynews.com/badbox-2-0-infected-over-1-million-android-devices/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 20 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.10
668.63
european-union
EUR
24,323
24,810
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 20 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,580,000
48,110,000
46,965,000
48,219,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
Screenshot 2025-10-20 at 9.28.02 PM
ໄຟໄຫມ້ທີ່ສູນສິນຄ້າຂອງສະໜາມບິນ ສ້າງຜົນກະທົບຕໍ່ການສົ່ງອອກເສື້ອຜ້າຂອງບັງກະລາເທດ
jane - 2025-10-20T165736.536
ລະທຶກ! ເກີດເຫດເຄື່ອງບິນຂົນສົ່ງສິນຄ້າໄຖລົດອອກນອກລັນເວທີ່ສະໜາມບິນຮ່ອງກົງ ຕົກລົງທະເລ ເສຍຊີວິດ 2 ຄົນ
pele - 2025-10-20T135048.115
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V
jane - 2025-10-20T130720.703
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ເຟິງເຊິນ (Fengshen)
pele - 2025-10-20T102507.330
WEF ຄາດວ່າການລົງທຶນ AI ທົ່ວໂລກ ຈະລື່ນກາຍ 500 ຕື້ໂດລາ
jane - 2025-10-20T105313.768
ເຫດການແຜ່ນດິນໄຫວ ປະຈຳວັນທີ 20 ຕຸລາ 2025
pele - 2025-10-20T104445.789
ກຳປູເຈຍ: ປາບປາມການຫລອກລວງອອນລາຍ
jane - 2025-10-20T093332.560
ພະຍາກອນອາກາດ ປະຈຳວັັນທີ 20 ຕຸລາ 2025
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
ຢ່າລື່ມກົດຕິດຕາມ