ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຊາບວ່າ: ໃນວັນທີ 21 ມິຖຸນາ 2025 ກົງກັບ ວັນເສົາ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ ຈະໄດ້ປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ DIP DN 450mm ສຳໃສ່ໝໍ້ແທກນ້ຳ ຂະໜາດ DN 80mm ສະຖານທີ່: ກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ, ບ້ານ ໂພນເຄັງ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ, ໃນລະຫວ່າງການດຳເນີນງານ ຈະສົ່ງຜົນກະທົບເຮັດໃຫ້ ນ້ຳປະປາໄຫຼອອກຄ່ອຍ ຫາ ບໍ່ມີນ້ຳໃນຂອບເຂດພື້ນທີ່ ດັ່ງຕໍ່ໄປນີ້: ບາງບ້ານທີ່ຢູ່ໃນເຂດ ເມືອງ ໄຊເສດຖາ ແລະ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.
ດັ່ງນັ່ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ກະກຽມໂຕ່ງນ້ຳ, ເພື່ອຊົມໃຊ້ຊົ່ວຄາວຈົນກວ່າແຮງດັນນ້ຳມາເປັນປົກກະຕິ ແລະ ຂໍອະໄພໃນຄວາມບໍ່ສະດວກຕໍ່ການຊົມໃຊ້ນ້ຳປະປາ ໃນຄັ້ງນີ້ດ້ວຍ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |