pele (87)
ຝົນ ຍັງສືບຕໍ່ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 23 June, 2025
ໝວດ: ຂ່າວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນພະຍາກອນອາກາດປະຈໍາວັນທີ 22 ມີຖຸນາ 2025 ວ່າ: ຝົນ ຍັງສືບຕໍ່ຕົກ ໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງຕື່ມອີກ, ເນື່ອງຈາກຄວາມກົດດັນຕ່ຳຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບລົມມໍລະສຸມຕາເວັນ ຕົກສ່ຽງໃຕ້ຍັງພັດປົກຄຸມເປັນສ່ວນໃຫຍ່.

 

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລະບຸອີກວ່າ: ພະຍາກອນອາກາດ ເວລາ 07:00 ໂມງ ຂອງວັນທີ 22 ມີຖຸນາ 2025 ເຖິງເວລາ 07:00 ໂມງ ຂອງວັນທີ 23 ມີຖຸນາ 2025 ທົ່ວທຸກພາກຂອງປະເທດລາວ ມີດັ່ງນີ້:

 

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ) ຍັງຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ.

 

ພາກເໜືອດ້ານຕາເວັນຕົກ (ແຂວງຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ) ຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ.

 

ນະຄອນຫຼວງວຽງຈັນ ຈະມີຝົນຕົກ ໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%.

 

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 60% ຂອງພາກ.

 

ແຂວງໄຊສົມບູນ ຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%.

 

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື) ຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ.

 

ສໍາລັບ ເຂດພູພຽງບໍລະເວນ ຈະມີຝົນຕົກ ໃນລະດັບຄ່ອຍເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 4 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,511
21,788
thailand (1)
THB
663.59
673.81
european-union
EUR
24,115
24,597
china
CNY
2,920
2,978
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
VP-Square (1)
ແຈ້ງຫຼີກລ່ຽງການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ (ປະຕູໄຊ-ຫໍປະຊຸມແຫ່ງຊາດ) ວັນທີ 5-7 ກັນຍາ 2025ນີ້
jane ຮູບລວງນອນ
ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້
jane
ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!
pele - 2025-09-03T091723.195
ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ
pele - 2025-09-02T101121.825
ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ
pele - 2025-09-02T093104.611
ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2
ຢ່າລື່ມກົດຕິດຕາມ