pele (97)
Tesla Robotaxi ລົດແທັກຊີ່ທີ່ບໍ່ມີຄົນຂັບຈາກ Tesla ເລີ່ມໃຫ້ບໍລິການໃນເມືອງອອສຕິນ ລັດເທັກຊັດແລ້ວ ທ່າມກາງຄວາມເປັນຫ່ວງເລື່ອງຄວາມປອດໄພ
ຮຽບຮຽງໂດຍ:Pele
ເຜີຍແຜ່: 24 June, 2025

Tesla Robotaxi ເລີ່ມໃຫ້ບໍລິການແລ້ວໃນເມືອງອອສຕິນ ລັດເທັກຊັດ ໂດຍຈຳກັດພຽງແຕ່ກຸ່ມຜູ້ທີ່ໄດ້ຮັບການເຊີນ ແລະ ໃຊ້ລົດຍົນຮຸ່ນ Model Y ປີ 2025 ທີ່ຕິດຕັ້ງລະບົບຂັບເຄື່ອນອັດຕະໂນມັດແບບໃໝ່ຂອງ Tesla ເຊິ່ງຍັງຄົງຢູ່ໃນໄລຍະທົດລອງ

 

Robotaxi ເລີ່ມຕົ້ນທີ່ອອສຕິນ ທົດລອງໃນວົງຈຳກັດ

 

ບໍລິການນີ້ມີໃຫ້ໃນບາງພື້ນທີ່ຂອງເມືອງອອສຕິນທາງຕອນໃຕ້ ໃຫ້ບໍລິການຕັ້ງແຕ່ເວລາ 06.00–00.00 ໂດຍເອີ້ນຜ່ານແອັບສະເພາະ ແລະ ມີຄ່າໂດຍສານ 4.20 ໂດລາສະຫະລັດ (ປະມານ 85,664 ກີບ) ຕໍ່ເທື່ອ Tesla ເປີດເຜີຍວ່າບໍລິການຈະຢຸດຊົ່ວຄາວເມື່ອມີຝົນຕົກ ຫຼື ສະພາບຖະໜົນບໍ່ເໝາະສົມ

 

ມີພະນັກງານຮ່ວມເດີນທາງເພື່ອຄວາມປອດໄພ

 

ເຖິງແມ່ນວ່າຈະເປັນລົດໄຮ້ຄົນຂັບ ແຕ່ Tesla ຍັງມີເຈົ້າໜ້າທີ່ “safety driver” ຫຼື ນັ່ງຄຸ້ມລະບົບຢູ່ເບາະໜ້າຂ້າງຄົນຂັບ ເພື່ອຄອຍຢຸດລົດຫາກລະບົບຜິດພາດ ນອກຈາກນີ້ຍັງມີລາຍງານວ່າ ອາດມີການຄວບຄຸມຈາກລະຍະໄກ (tele-operation) ໃນກໍລະນີທີ່ລະບົບຂັບເຄື່ອນ AI ຕັດສິນໃຈບໍ່ໄດ້

 

ໃຊ້ເທັກໂນໂລຊີກ້ອງລ້ວນ

 

ຕ່າງຈາກບໍລິສັດອື່ນອີທາງ Waymo ຫຼື Cruise ທີ່ໃຊ້ເຊັນເຊີຫຼາຍປະເພດ (Lidar, Radar) Tesla ຍັງຄົງຍືດໝັ້ນກັບແນວທາງໃຊ້ພຽງແຕ່ ກ້ອງແລະ AI ໃນການວິເຄາະພາບ ແລະ ຕັດສິນໃຈຂັບຂີ່ ພາຍໃຕ້ລະບົບທີ່ Tesla ເອີ້ນວ່າ “Full Self-Driving (FSD)” ເຊິ່ງຍັງບໍ່ຜ່ານມາດຕະຖານຮັບຮອງວ່າເປັນລະບົບໄຮ້ຄົນຂັບລະດັບ 4 ຫຼື 5

 

ຄຳຖາມເລື່ອງຄວາມໂປ່ງໃສ ຄວາມກັງວົນຂອງຜູ້ໂດຍສານຍັງຄົງຢູ່

 

 

ມີສຽງວິຈານວ່າ Tesla ບໍ່ໂປ່ງໃສໃນການໃຫ້ຂໍ້ມູນ ເຊັ່ນ ເຄີຍປະຕິເສດບໍ່ໃຫ້ຂໍ້ມູນແກ່ໜ່ວຍງານຄົມນາຄົມຂອງລັດເທັກຊັດ ແລະ ບໍ່ມີການເປີດເຜີຍຂໍ້ມູນລາຍລະອຽດລະບົບຄວບຄຸມຄວາມປອດໄພໃນລົດ ຜູ້ທົດສອບບາງຄົນລະບຸວ່າ ເມື່ອລົດຕຳຫຼວດເຫັນລົດຕໍາຫຼວດໃນກ້ອງ ລະບົບຈະຢຸດແບບປັບພຽນໂດຍບໍ່ມີສັນຍານເຕືອນ ເຮັດໃຫ້ເກີດຄວາມບໍ່ໝັ້ນໃຈໃນລະບົບຂັບເຄື່ອນອັດຕະໂນມັດ

 

ອະນາຄົດຂອງ Robotaxi ຍັງຕ້ອງຈັບຕາ

 

ເຖິງແມ່ນ Elon Musk ເຄີຍສັນຍາວ່າ Robotaxi ຈະເປີດໃຊ້ງານໃນປີ 2018 ແຕ່ຫາກໍ່ເປີດໃຫ້ບໍລິການຈິງໃນປີ 2025 ນີ້ເທົ່ານັ້ນ ໂດຍຍັງບໍ່ມີແຜນຂະຫຍາຍບໍລິການໃນພື້ນທີ່ອື່ນ ຫຼື ເປີດໃຫ້ເຈົ້າຂອງລົດທົ່ວໄປເຂົ້າຮ່ວມ Tesla ວາງແຜນໃຫ້ບໍລິການ Robotaxi ຄ້າຍຄືກັບ Airbnb ຄື ເຈົ້າຂອງລົດສາມາດນຳລົດຂອງຕົນເອງເຂົ້າຮ່ວມລະບົບ ແລະ ແບ່ງລາຍໄດ້ ແຕ່ແນວຄິດນີ້ຍັງບໍ່ເປັນຮູບທຳ

 

ການເປີດຕົວ Robotaxi ຂອງ Tesla ໃນອອສຕິນຖືເປັນກ້າວສຳຄັນຂອງການຂັບເຄື່ອນອັດຕະໂນມັດ ແຕ່ຍັງເຜີຍໜ້າກັບຄຳຖາມຫຼາຍຫຼາຍເລື່ອງ ຄວາມປອດໄພ, ຄວາມໂປ່ງໃສ ແລະ ຄວາມໜ້າເຊື່ອຖືຂອງເທັກໂນໂລຊີ AI ທີ່ຈະຕ້ອງພິສູດໃນລະຍະຍາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ