ໃນໂລກຂອງການສົງຄາມສະໄໝໃໝ່ B-2 Spirit ຫຼື ທີ່ຮູ້ຈັກກັນໃນຊື່ B-2 Stealth Bomber ບໍ່ໄດ້ເປັນແຕ່ເຮືອບິນທິ້ງລະເບີດທຳມະດາ ແຕ່ເຈົ້າສິ່ງນີ້ ໄດ້ຮັບສິດອ່ານວ່າ “ນັກຂ້າລ່ອງຫົນ” ທີ່ອອກແບບມາເພື່ອບຸກລືກເຖິງຫົວໃຈຂອງສັດຕູໂດຍບໍ່ໃຫ້ໃຜຮູ້ຕົວ ດ້ວຍລາຄາສູງເຖິງ 2.1 ພັນລ້ານໂດລາສະຫະລັດ (ປະມານ 77,000 ລ້ານບາດ ຕໍ່ໜຶ່ງລຳ) B-2 ຈຶ່ງໄດ້ຊື່ວ່າເປັນ “ເຮືອບິນຮົບທີ່ແພງທີ່ສຸດໃນໂລກ” ດ້ວຍຄວາມສາມາດໃນການປົກປິດຕົວຂັ້ນສຸດຈົນແມ້ແຕ່ເລດາທີ່ທັນສະໄໝກໍ່ຍັງກວດຈັບແທບບໍ່ໄດ້ ຈຶ່ງມີຄຳເວົ້າທີ່ຕິດປາກກັນໃນໝູ່ນັກບິນ ແລະ ຜູ້ຊ່ຽວຊານວ່າ “ຖ້າເຫັນ B-2 ດ້ວຍຕາເປົ່າ = ເຈົ້າລອດ” ເພາະມັນບໍ່ໄດ້ໝາຍເອົາຊີວິດເຈົ້າ ມັນຈຶ່ງຕັ້ງໃຈໃຫ້ເຈົ້າເຫັນ
ໜຶ່ງໃນຄວາມກ້າວໜ້າທີ່ແທ້ຈິງຂອງ B-2 ຄື ຄວາມສາມາດໃນການລ່ອງຫົນ (Stealth Technology) ເຊິ່ງອອກແບບມາເພື່ອຫນີລະບົບກວດຈັບເຣດາຊັ້ນສູງທີ່ສຸດໃນໂລກ ສິ່ງທີ່ເຮັດໃຫ້ B-2 ລ່ອງຫົນໄດ້ ໄດ້ແກ່:
ຮູບຮ່າງ Flying Wing: ບໍ່ມີຫາງ ບໍ່ມີຄີບ ໃຊ້ໂຄງສ້າງລຽບແບນເພື່ອຫຼຸດມຸມສະທ້ອນຄື່ນເຣດາ
ວັດສະດຸດູດກືນຄື່ນເລດາ: ໜ້າຜິວຂອງເຮືອບິນເຄືອບດ້ວຍວັດສະດຸພິເສດທີ່ຊ່ວຍດູດກືນຄື່ນເລດາແທນທີ່ຈະສະທ້ອນກັບ
ການເຊື່ອນອາວຸດໄວ້ພາຍໃນຕົວເຮືອ: ຫຼຸດຈຸດສະທ້ອນເລດາໂດຍບໍ່ມີຈຸດຍື່ນໃດໆພາຍນອກ
ຫຼຸດລາຍເຊັນຄວາມຮ້ອນ: ລະບົບໄອພົນຖືກອອກແບບໃຫ້ປ່ອຍໄອເສຍຕ່ຳ ແລະ ກະຈາຍຄວາມຮ້ອນໃຫ້ເບົາບາງກວ່າປົກກະຕິ
ລະບົບປ້ອງກັນຕົນເອງ: ມີເຊັນເຊີກວດຈັບຂີປະນາວຸດ ລະບົບລົບກວນເລດາ ແລະ ອຸປະກອນຕ້ານອາວຸດນຳວິຖີ
ເຕີມເຊື້ອໄຟກາງອາກາດ: ສາມາດປະຕິບັດພາລະກິດໄດ້ທົ່ວໂລກຈາກຖານທັບໃດກໍໄດ້
ເສັ້ນທາງການບິນສະເພາະ: ມີການຄຳນວນເສັ້ນທາງເພື່ອຫຼີກເຄື່ອນເລດາທັງຈາກພື້ນ ແລະ ອາກາດຢ່າງຊານສະຫລາດ
ຜູ້ຜະລິດ: Northrop Grumman, ສະຫະລັດອາເມລິກາ ເລີ່ມເຂົ້າປະຈຳການ: ປີ 1997 – ປັດຈຸບັນ ລູກເຮືອ: 2 ນາຍ (ນັກບິນ ແລະ ຜູ້ຊ່ວຍນັກບິນ) ລະຍະປະຕິບັດການ: 11,000 ກິໂລເມັດ (ໂດຍບໍ່ເຕີມເຊື້ອໄຟກາງອາກາດ) ລະຍະການສູງສຸດ: ຫຼາຍກວ່າ 18,000 ກິໂລເມັດ (ເມື່ອເຕີມເຊື້ອໄຟກາງອາກາດ) ເພດານບິນ: 15,200 ເມັດ (ປະມານ 50,000 ຟຸດ) ຄວາມໄວສູງສຸດ: 1,010 ກມ./ຊມ. (Mach 0.95) ນ້ຳໜັກບັນທຸກ: ສູງສຸດ 18,000 ກິໂລກຣາມ
ອາວຸດທີ່ສາມາດບັນທຸກໄດ້:
ຄ່າໃຊ້ຈ່າຍຂອງ B-2 ບໍ່ແມ່ນແຕ່ການຜະລິດເຮືອບິນ ແຕ່ລວມເຖິງ:
ຕົ້ນທຶນພັດທະນາ ແລະ ວິໄຈ: ສະຫະລັດໃຊ້ງົບປະມານລວມກວ່າ 44,000 ລ້ານໂດລາ
ລະບົບຊ່ອມບຳລຸງສະເພາະທາງ: ຕ້ອງເກັບໄວ້ໃນໂຮງເກັບຄວບຄຸມອຸນຫະພູມ ມີທີມສະເພາະສຳລັບຮັກສາໜ້າຜິວລ່ອງຫົນ
ເທັກໂນໂລຊີຄວາມລັບລະດັບສູງ: ທຸກຢ່າງກ່ຽວກັບ B-2 ຄືຄວາມລັບ ທັງວັດສະດຸ ການສື່ສານ ແລະ ການນຳທາງ
B-2 ຖືກອອກແບບມາເພື່ອງານໂຈມຕີເຊີງຍຸດທະສາດ ທັງໃນຮູບແບບ ການປ້ອງປາມນິວເຄຣຍ ແລະ ການໂຈມຕີຈຸດສຳຄັນໃນເວລາເຮັ່ງດ່ວນ
B-2 Spirit ບໍ່ແມ່ນແຕ່ເຮືອບິນທີ່ແພງທີ່ສຸດໃນໂລກ ແຕ່ຄື “ນັກລ່າໄຮ້ເງົາ” ເທິງອາກາດ ຖ້າເຈົ້າເຫັນມັນ ແປວ່າມັນຕັ້ງໃຈໃຫ້ເຫັນ ແລະ ເຈົ້າອາດຈະຍັງມີຊີວິດຢູ່ເພາະມັນບໍ່ໄດ້ມາເພື່ອເຈົ້າ ແຕ່ຖ້າເຈົ້າ “ບໍ່ເຫັນ” ແລະ “ບໍ່ຮູ້ວ່າມາເມື່ອໃດ” ນັ້ນແຫຼະຄືຄວາມອັນຕະລາຍຂອງມັນຢ່າງແທ້ຈິງ
B-2 ຄືຄວາມໄດ້ປຽບເຊີງກົນລະຍຸດສູງສຸດຂອງກອງທັບສະຫະລັດ ແລະ ເປັນຕົ້ນແບບຂອງການລ່ອງຫົນທີ່ທຸກປະເທດຢາກຮຽນແບບ ແຕ່ຍັງບໍ່ມີໃຜທຽບໄດ້ ແລະ ໃນກອງທັບສະຫະລັດມີປະຈຳການພ້ອມໃຊ້ຢູ່ເຖິງ 20 ລຳ ເລີຍທີດຽວ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,416 | 21,691 |
![]() THB | 650.45 | 662.81 |
![]() EUR | 23,741 | 24,217 |
![]() CNY | 2,908 | 2,966 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |