pele - 2025-06-25T103558.334
ການຄົ້ນຫາເພງຈາກສຽງຮຳດ້ວຍ Gemini ໃນໂທລະສັບ Android ແຕກຕ່າງຈາກ Google Assistant ແນວໃດ?
ຮຽບຮຽງໂດຍ:Pele
ເຜີຍແຜ່: 25 June, 2025

ວິທີຄົ້ນຫາເພງຈາກສຽງຮຳດ້ວຍ Gemini ໃນມືຖື Android ໄດ້ແລ້ວ ຊ່ວຍໃຫ້ທ່ານສາມາດຄົ້ນຫາເພງທີ່ທ່ານຮຳ ຮ້ອງ ຫຼື ໄດ້ຍິນຈາກອ້ອມຂ້າງໄດ້ຢ່າງງ່າຍດາຍ ພຽງແຕ່ເວົ້າວ່າ “What song is this?” ຫຼື “ສຽງເພງນີ້ແມ່ນເພງຫຍັງ”

 

ຂັ້ນຕອນການໃຊ້ງານ:

 

 

  1. ເປີດແອັບ Gemini ໃນ Android
  2. ເວົ້າ ຫຼື ພິມວ່າ “What song is this?”
  3. ລະບົບຈະເປີດໜ້າ Google Song Search ແບບເຕັມຈໍ
  4. ຮຳ ຫຼື ຮ້ອງເພງ ຫຼື ໃຫ້ລະບົບຟັງສຽງຈາກອ້ອມຂ້າງ
  5. ສະແດງຊື່ເພງ ແລະ ຂໍ້ມູນຕ່າງໆ ຜ່ານ Google Search

 

ຈຸດເດັ່ນຂອງຟີເຈີນີ້:

 

  • ໃຊ້ຖານຂໍ້ມູນເພງດຽວກັນກັບ Google Assistant
  • ຮອງຮັບການຮຳ ຮ້ອງ ຫຼື ເປີດເພງຈິງໄດ້
  • ໃຊ້ງານສະດວກໃນແອັບ Gemini ໂດຍບໍ່ຕ້ອງເປີດແອັບອື່ນ

 

ຈຸດທີ່ຍັງຕ້ອງພັດທະນາປັບປຸງ:

 

  • ຍັງບໍ່ສະແດງຜົນລັບພາຍໃນ Gemini ໂດຍກົງ ແຕ່ປ່ຽນໄປສະແດງໃນແອັບ Google
  • ຕ້ອງເປີດໃໝ່ທຸກຄັ້ງເມື່ອຕ້ອງການຄົ້ນເພງໃໝ່
  • ຍັງຮອງຮັບເພີ່ມ Android ເທົ່ານັ້ນ (iOS ຍັງບໍ່ຮອງຮັບ)

 

ຖ້າປຽບທຽບກັບ Google Assistant:

 

ເຖິງແມ່ນວ່າ Gemini AI ຈະໃຊ້ຖານຂໍ້ມູນດຽວກັນກັບ Google Assistant ແຕ່ປະສົບການໃຊ້ງານຍັງແຕກຕ່າງກັນນ້ອຍໜຶ່ງ — Assistant ສະແດງຜົນທັນທີໃນໜ້າລັອກ ຫຼື ໜ້າຈໍຫຼັກ ສ່ວນ Gemini ຈະສະຫຼັບໄປຍັງແອັບ Google ກ່ອນສະແດງຜົນ

 

 

ຟີວເຈີນີ້ຖືເປັນອີກໜຶ່ງກ້າວສຳຄັນຂອງ Gemini ໃນການເຂົ້າມາແທນ Google Assistant ແລະ ເຮັດໃຫ້ຜູ້ໃຊ້ງານສາມາດຄົ້ນຫາເພງທີ່ຕິດຫູໄດ້ງ່າຍຍິ່ງຂຶ້ນ ໂດຍສະເພາະສຳລັບຜູ້ໃຊ້ Android

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 25 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,414
21,689
thailand (1)
THB
652.50
664.90
european-union
EUR
23,712
24,187
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (100)
ສານສູງອະນຸຍາດທຣັມ ເນລະເທດຜູ້ອົບພະຍົບໄປປະເທດທີ່ 3 ໄດ້ອີກຄັ້ງ
site cover1 (32)
ນັກວິທະຍາສາດຄົ້ນພົບເທັກໂນໂລຊີໂຊລາເຊວໃໝ່ ເພີ່ມປະສິດທິພາບໄດ້ 1,000 ເທົ່າ
pele - 2025-06-25T160203.650
"11 ສາຍການບິນທີ່ປອດໄພທີ່ສຸດໃນໂລກ" ທະວີບເອເຊຍຕິດໂຜເກີນເຄິ່ງ!
_cover (99)
ສົງຄາມ 12 ວັນ! ຍອດຜູ້ເສຍຊີວິດອີຫຼ່ານ 610 ຄົນ ອິສຣາເອນ 28 ຄົນ
site cover1 (31)
Alipay+ ເປີດໂຕໂຊລູຊັນການຊໍາລະເງິນຜ່ານແວ່ນຕາອັດສະລິຍະຄັ້ງທໍາອິດຂອງໂລກ
site cover1 (30)
Gigamon ເປີດຕົວ AI Traffic Intelligence ກວດຈັບ Shadow AI ພ້ອມ Copilot ຊ່ວຍຈັດການລະບົບ
_cover (98)
ຢາກໃຫ້ບ້ານດຶງດູດໂຊກລາບ ຕ້ອງຮັກສາສົມດຸນຮວງຈຸ້ຍໃນ 3 ຈຸດສຳຄັນນີ້
pele - 2025-06-25T143401.715
ນັກທ່ອງທ່ຽວບຣາຊິວພັດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover (97)
ຍີ່ປຸ່ນທົດສອບ "ຂີປະນາວຸດຈາກພື້ນຍິງໄປສູ່ເຮືອ" ປ້ອງກັນໄພຄຸກຄາມຈາກຈີນ
site cover1 (29)
ຕໍ່ໄປນີ້ Gemini ຈະສາມາດຈັດການຕາຕະລາງເວລາຂອງຜູ້ໃຊ້ງານໄດ້ຄືກັນກັບລະບົບ Assistant ແລ້ວ
ຢ່າລື່ມກົດຕິດຕາມ