site cover1 (28)
Microsoft ທັງຂໍຮ້ອງ ທັງຂົ່ມຂູ່ຜູ້ໃຊ້ງານ Windows 10 ໃຫ້ຮີບອັບເກຣດເປັນ 11 ໂດຍທັນທີ
ຮຽບຮຽງໂດຍ:kaling
ເຜີຍແຜ່: 25 June, 2025

ເປັນທີ່ຮູ້ກັນດີວ່າ Windows 10 ນັ້ນໃກ້ຈະໝົດຊ່ວງເວລາໃນການໄດ້ຮັບການສະໜັບສະໜູນດ້ານຄວາມປອດໄພຈາກທາງ Microsoft ໃນເດືອນຕຸລາປີນີ້ແລ້ວ, ແຕ່ກໍຍັງຄົງມີຄວາມວຸ່ນວາຍຄື ຜູ້ໃຊ້ງານຫຼາຍຄົນບໍ່ຍອມປ່ຽນໄປໃຊ້ງານ Windows 11 ເນື່ອງຈາກຄວາມຍຸ້ງຍາກໃນການອັບເກຣດ, ແລະທາງ Microsoft ເອງກໍບໍ່ຍອມແພ້ທີ່ຈະ “ບີບ” ໃຫ້ປ່ຽນມາໃຊ້ງານເຊັ່ນດຽວກັນ.

ຈາກລາຍງານໂດຍເວັບໄຊທ໌ PC World ໄດ້ກ່າວເຖິງການທີ່ທາງ Microsoft ໄດ້ເຮັດການອອກໂຄສະນາຕົວໃໝ່ສຳລັບ Windows 11 ແລະແລັບທັອບທີ່ໃຊ້ງານ Windows 11 ທີ່ມີເນື້ອຫາໃນເຊິງຂົ່ມຂູ່ຜູ້ໃຊ້ງານວ່າ “ໃຫ້ເລືອກເສີ່ຍງໃນເສັ້ນທາງທີ່ຖືກຕ້ອງ” (Right Side of Risk), ຊຶ່ງເນື້ອຫາຂອງໂຄສະນານັ້ນຈະເປັນໂຄສະນາແບບວິດີໂອຄວາມຍາວ 30 ວິນາທີ ທີ່ເນັ້ນໄປທີ່ການຢ້ຳເຕືອນວ່າ Windows 10 ນັ້ນຈະຖືກລະງັບການສະໜັບສະໜູນດ້ານຄວາມປອດໄພພາຍໃນເດືອນຕຸລາປີນີ້, ເພື່ອເປັນການຢ້ຳເຕືອນໄປຍັງກຸ່ມຜູ້ທີ່ຍັງຄົງໃຊ້ງານ Windows 10 ຊຶ່ງມີຢູ່ເປັນຈຳນວນຫຼາຍ.

ຊຶ່ງໂດຍຜິວເຜີນນັ້ນກໍເໝືອນຈະເປັນພຽງແຄ່ການແຈ້ງເຕືອນທົ່ວໆໄປ, ແຕ່ການໃຊ້ພາສາໃນໂຄສະນານັ້ນມີຜູ້ຮັບຊົມຫຼາຍຄົນລວມທັງແຫຼ່ງຂ່າວໃຫ້ຄວາມເຫັນວ່າ ແປກ ແລະ ໜ້າປະຫຼາດໃຈໃນການນຳສະເໜີ.

ຊຶ່ງຕົວໂຄສະນານັ້ນຈະມີຄຳໜຶ່ງເທິງກຶ່ງກາງໜ້າຈໍ ແຈ້ງເຕືອນໃຫ້ຜູ້ໃຊ້ງານທີ່ກຳລັງໃຊ້ Windows 10 ຢູ່ນັ້ນ ທຳການອັບເກຣດທັນທີ (Upgrade Now) ຊັກຊວນໃຫ້ອັບເກຣດມາເປັນ “Windows 11 Pro with Intel Inside” ຈົບດ້ວຍຄຳວ່າ “ເລືອກຂ້າງຄວາມເສີ່ຍງທີ່ຖືກຕ້ອງ” (Stay on the Right Side of Risk) ຕາມມາດ້ວຍຄຳໂປຣຍດ້ານຟີເຈີຕ່າງໆທີ່ມີຢູ່.

ຊຶ່ງເມື່ອພິຈາລະນາໃນພາບລວມ, ທັງການຊັກຊວນໃຫ້ໃຊ້ງານ Windows 11 Pro ທີ່ຂີດຄວາມສາມາດ ແລະ ລາຄາຄ່ອນຂ້າງເກີນຄວາມຈຳເປັນສຳລັບຜູ້ໃຊ້ງານທົ່ວໄປຕາມບ້ານ ແລະ ຟີເຈີອື່ນໆນັ້ນ, ມີຄວາມຊັດເຈນວ່າມຸ່ງເນັ້ນໄປຍັງກຸ່ມຜູ້ຮັບສານທີ່ເປັນຜູ້ຈັດການແຜນກ IT ແລະ ບໍລິສັດຕ່າງໆທີ່ມີຄວາມສາມາດໃນການເຂົ້າເຖິງການອັບເດດຄວາມປອດໄພເທິງ Windows 10 ຫຼັງຈາກຜ່ານເສັ້ນຕາຍເດືອນຕຸລານີ້ໄປແລ້ວກໍຕາມ.

ນອກຈາກນັ້ນ, ແຫຼ່ງຂ່າວເອງໄດ້ຍັງເຮັດການຕຳໜິເຖິງການກະທຳຕ່າງໆໃນການຊັກຊວນຫຼືຂົ່ມຂູ່ຜູ້ໃຊ້ງານໃຫ້ປ່ຽນມາໃຊ້ງານ Windows 11 ຈາກທາງ Microsoft ວ່າ, ການກະທຳຮູບແບບດັ່ງກ່າວນັ້ນບໍ່ໄດ້ຊ່ວຍໃຫ້ຜູ້ໃຊ້ງານຢາກໃຊ້ Windows 11 ຫຼາຍ, ທັງຍັງຈະກໍ່ໃຫ້ເກີດຄວາມຮູ້ສຶກບໍ່ດີ ແລະ ລຳຄານໃຈກັບ Windows 11 ອີກທັງທາງ Microsoft ຍັງເຄີຍໂຄສະນາໃນອະດີດວ່າ Windows 10 ຈະເປັນ Windows ລຸ້ນສຸດທ້າຍອີກດ້ວຍ, ເຮັດໃຫ້ຜູ້ໃຊ້ງານຫຼາຍຄົນຄາດຫວັງວ່າຈະໄດ້ຮັບການສະໜັບສະໜູນດ້ານອັບເດດຄວາມປອດໄພແລະການໄດ້ຮັບການສະໜັບສະໜູນດ້ານອື່ນໆແບບຕະຫຼອດຊີບ, ແຕ່ກໍບໍ່ໄດ້ເປັນໄປຕາມທີ່ຄາດການໄວ້.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 20 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.10
668.63
european-union
EUR
24,323
24,810
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 20 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,580,000
48,110,000
46,965,000
48,219,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
Screenshot 2025-10-20 at 9.28.02 PM
ໄຟໄຫມ້ທີ່ສູນສິນຄ້າຂອງສະໜາມບິນ ສ້າງຜົນກະທົບຕໍ່ການສົ່ງອອກເສື້ອຜ້າຂອງບັງກະລາເທດ
jane - 2025-10-20T165736.536
ລະທຶກ! ເກີດເຫດເຄື່ອງບິນຂົນສົ່ງສິນຄ້າໄຖລົດອອກນອກລັນເວທີ່ສະໜາມບິນຮ່ອງກົງ ຕົກລົງທະເລ ເສຍຊີວິດ 2 ຄົນ
pele - 2025-10-20T135048.115
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V
jane - 2025-10-20T130720.703
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ເຟິງເຊິນ (Fengshen)
pele - 2025-10-20T102507.330
WEF ຄາດວ່າການລົງທຶນ AI ທົ່ວໂລກ ຈະລື່ນກາຍ 500 ຕື້ໂດລາ
jane - 2025-10-20T105313.768
ເຫດການແຜ່ນດິນໄຫວ ປະຈຳວັນທີ 20 ຕຸລາ 2025
pele - 2025-10-20T104445.789
ກຳປູເຈຍ: ປາບປາມການຫລອກລວງອອນລາຍ
jane - 2025-10-20T093332.560
ພະຍາກອນອາກາດ ປະຈຳວັັນທີ 20 ຕຸລາ 2025
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
ຢ່າລື່ມກົດຕິດຕາມ