pele - 2025-06-25T143401.715
ນັກທ່ອງທ່ຽວບຣາຊິວພັດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
ຮຽບຮຽງໂດຍ:Pele
ເຜີຍແຜ່: 25 June, 2025

ນັກທ່ອງທ່ຽວຍິງຊາວບຣາຊິວ ຜູ້ພັດຕົກພູເຂົາຂະນະຍ່າງໄຕ່ເຂົາໃກ້ກັບປາກປ່ອງພູເຂົາໄຟຂອງອິນໂດເນເຊຍ ຖືກພົບເຫັນວ່າເສຍຊີວິດແລ້ວ ຫຼັງເຈົ້າໜ້າທີ່ພະຍາຍາມຊ່ວຍເຫຼືອຫຼາຍມື້

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ຈູເລັຍນາ ມາຣິນ ພັດຕົກໜ້າຜາລະຫວ່າງຍ່າງເຂົາເທິ່ງເສັ້ນທາງສູງຊັນຂອງພູເຂົາໄຟ “ຣິນຈານີ” (Rinjani) ເມື່ອຊ່ວງເຊົ້າວັນເສົາທີ 21 ມິ.ຍ. 2568 ໂດຍໃນຕອນແລກເທົ່ານັ້ນ ຍັງລອດຊີວິດ ເນື່ອງຈາກເຈົ້າໜ້າທີ່ກູ້ໄພລາຍງານວ່າ ໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອຂອງລາວ

 

ແຕ່ຄວາມພະຍາຍາມເຂົ້າເຖິງນັກທ່ອງທ່ຽວຍິງອາຍຸ 26 ປີ ຜູ້ນີ້ຕະຫຼອດຊ່ວງຫຼາຍມື້ຫຼັງຈາກນັ້ນ ຕ້ອງເຈີກັບອຸປະສັກ ທັງຝົນຕົກໜັກ ແລະ ໝອກລົງຈັດ ຈົນກະທັ່ງເຈົ້າໜ້າທີ່ສາມາດເຂົ້າຮອດ ຈູເລັຍນາ ໄດ້ສຳເລັດໃນ ວັນອັງຄານທີ 24 ມິຖຸນາ 2025 ແຕ່ພວກເຂົາພົບເຫັນວ່າ ລາວເສຍຊີວິດໄປແລ້ວ

 

“ດ້ວຍຄວາມເສຍໃຈຢ່າງຫຼາຍ ເຮົາແຈ້ງໃຫ້ທຸກຄົນຮູ້ວ່າ ລາວບໍ່ລອດຊີວິດ” ຄອບຄົວຂອງ ຈູເລັຍນາ ລະບຸໃນຖະແລງການ “ເຮົາຂໍຂອບໃຈສຳລັບທຸກຄຳພາວະນາ, ຂໍ້ຄວາມສະແດງຄວາມຫ່ວງໃຍ ແລະ ສະໜັບສະໜູນ ທີ່ເຮົາໄດ້ຮັບ”

 

ຈູເລັຍນາ ເດີນທາງໄປທ່ຽວປະເທດຫວຽດນາມກ່ອນຈະເດີນທາງເຖິງເກາະລອມບອກ ຂອງອິນໂດເນເຊຍ ແລະ ລາວຕັດສິນໃຈຈະຍ່າງໄຕ່ພູເຂົາໄຟທີ່ສູງທີ່ສຸດອັນດັບ 2 ຂອງອິນໂດເນເຊຍກັບໝູ່ໆ ອີກ 5 ຄົນ ແລະ ໃກນຳທາງອີກ 1 ຄົນໃນຊ່ວງເຊົ້າມືດວັນອັງຄານ ແຕ່ໃນເວລາ 06:30 ໂມງ ລາວກໍພັດຕົກໜ້າຜາທີ່ຫ້ອມລ້ອມເສັ້ນທາງໃກ້ກັບປາກປ່ອງພູເຂົາໄຟ

 

ໜຶ່ງໃນໝູ່ 5 ຄົນຂອງຈູເລັຍນາບອກກັບສະຖານີໂທລະທັດຂອງບຣາຊິວວ່າ ພື້ນຜິວເທິງພູເຂົາລື່ນຫຼາຍ ແລະ ການຍ່າງເຂົາເຮັດໄດ້ຍາກຫຼາຍ ນອກຈາກນັ້ນທັດສະນະວິໄສຍັງຍ່ຳແຍ່ອີກດ້ວຍ

 

ກ່ອນໜ້ານີ້ມີການເຜີຍແຜ່ພາບວິດີໂອຖ່າຍຈາກໂດນລົງເທິງໂລກອອນລາຍ ເປັນພາບທີ່ສະແດງໃຫ້ເຫັນ ຈູເລັຍນາ ນັ່ງຢູ່ເທິງດິນສີເທົາຕ່ຳກ່ອນເສັ້ນທາງຍ່າງເຂົາຫຼາຍ ແຕ່ຍັງມີຊີວິດຢູ່ ແລະ ຂະຍັບຕົວໄດ້ ແນວໃດກໍຕາມ ເຈົ້າໜ້າທີ່ກູ້ໄພພະຍາຍາມໂລຍຕົວລົງເຂົາລຶກປະມານ 300 ແມັດ ໃນຈຸດທີ່ເຊື່ອວ່າຈູເລັຍນາຢູ່ ແຕ່ບໍ່ເຫັນ ແລະ ບໍ່ຕອບຮັບສຽງຮ້ອງຈາກເຈົ້າໜ້າທີ່ດ້ວຍ

 

ໃນເຊົ້າວັນອາທິດ ພາບຈາກໂດນຊີ້ວ່າຈູເລັຍນາບໍ່ຢູ່ທີ່ຈຸດເກົ່າແລ້ວ ແລະ ຕ້ອງລໍຖ້າຮອດວັນຈັນເຈົ້າໜ້າທີ່ຈຶ່ງພົບເຫັນຕຳແໜ່ງຂອງຈູເລັຍນາອີກເທື່ອ ໂດຍພົບວ່າລາວຕົກລົງໄປຢູ່ຈຸດທີ່ຕ່ຳກວ່າເກົ່າເສຍອີກ ແຕ່ເຈົ້າໜ້າທີ່ກໍຕ້ອງຢຸດປະຕິບັດການເນື່ອງຈາກສະພາບອາກາດຮ້າຍແຮງ

 

 

ການຄົ້ນຫາກັບມາເລີ່ມອີກເທື່ອໃນວັນອັງຄານ ແລະ ເຈົ້າໜ້າທີ່ສາມາດໄປເຖິງຮ່າງຂອງຈູເລັຍນາຊຶ່ງຢູ່ລຶກລົງໄປກວ່າ 600 ແມັດ ໄດ້ສຳເລັດ ແຕ່ປັນຫາສະພາບອາກາດເຮັດໃຫ້ພວກເຂົາຍັງບໍ່ສາມາດເກັບກູ້ສົບໄດ້ໃນຕອນນີ້ ໂດຍເຈົ້າໜ້າທີ່ຈະພະຍາຍາມອີກເທື່ອໃນວັນພຸດ

 

ທັງນີ້ ພູເຂົາໄຟຣິນຈານີ ມີຄວາມສູງຈາກລະດັບນ້ຳທະເລ 3,726 ແມັດ ດຶງດູດນັກທ່ອງທ່ຽວໃຫ້ມາເບິ່ງຊົມ ແລະ ຍ່າງໄຕ່ເຂົາປີລະຫຼາຍພັນຄົນ ແຕ່ໃນຊ່ວງບໍ່ຈັກປີຫຼັງສຸດ ມີຜູ້ທີ່ພະຍາຍາມໄຕ່ເຂົາລູກນີ້ເສຍຊີວິດຫຼາຍຂຶ້ນເລື້ອຍໆ ລວມເຖິງນັກທ່ອງທ່ຽວຊາວມາເລເຊຍເມື່ອເດືອນກ່ອນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ