ທີມນັກຄົ້ນຄວ້າຈາກ Martin Luther University Halle-Wittenberg ໃນປະເທດເຢຍລະມັນ ໄດ້ເປີດຕົວເທັກໂນໂລຊີພະລັງງານແສງອາທິດໃໝ່ ເຊິ່ງສາມາດເພີ່ມການຜະລິດກະແສໄຟຟ້າຈາກແສງໄດ້ສູງຂຶ້ນເຖິງ 1,000 ເທົ່າ
ນະວັດຕະກຳນີ້ອາດຈະເຮັດໃຫ້ແຜງໂຊລາເຊວໃນອະນາຄົດມີປະສິດທິພາບສູງຂຶ້ນ ແລະມີຂະໜາດເລັກລົງແບບທີ່ບໍ່ເຄີຍມີມາກ່ອນ
ນະວັດຕະກຳວັດສະດຸໂຊລາເຊວຍຸກໃໝ່
ການຄົ້ນພົບນີ້ເກີດຈາກການນຳຜະລຶກຄຣິສຕັນຕ່າງຊະນິດມາຊ້ອນກັນເປັນຊ້ັນບາງພິເສດ ໂດຍມີວັດສະດຸຫຼັກຄື ແບເຣຍມໄທຕາເນັດ (BaTiO3) ເຊິ່ງເປັນວັດສະດຸທີ່ປ່ຽນແສງເປັນໄຟຟ້າໄດ້ ແຕ່ນັກຄົ້ນຄວ້າພົບວ່າເມື່ອນຳມາສ້າງເປັນໂຄງສ້າງສະຫຼັບຊ້ັນກັບວັດສະດຸອື່ນອີກ 2 ຊະນິດ ຈະເກີດປະກົດການທີ່ເຮັດໃຫ້ປະສິດທິພາບພຸ່ງສູງຂຶ້ນຢ່າງໃຫຍ່ຫຼວງ
ດຣ. Akash Bhatnagar ຜູ້ນຳທີມຄົ້ນຄວ້າອະທິບາຍວ່າ ການສະຫຼັບຊ້ັນຂອງວັດສະດຸທີ່ມີຄຸນສົມບັດຕ່າງກັນ ເຮັດໃຫ້ໂຄງສ້າງໂດຍຮວມສາມາດດູດຊຶບແສງ ແລະປລ່ອຍໃຫ້ອີເລັກໂຕຣນໄຫຼຜ່ານໄດ້ງ່າຍຂຶ້ນຢ່າງໃຫຍ່ຫຼວງ
ຈາກການທົດລອງສ່ອງແສງເລເຊີໄປຫາວັດສະດຸໃໝ່ນີ້ ພົບວ່າສາມາດສ້າງກະແສໄຟຟ້າໄດ້ແຮງກວ່າການໃຊ້ແບເຣຍມໄທຕາເນັດບໍລິສຸດໃນຄວາມໜາເທົ່າກັນເຖິງ 1,000 ເທົ່າ ທັງທີ່ໃຊ້ວັດສະດຸຫຼັກນ້ອຍລົງເຖິງສອງໃນສາມ ແລະຍັງມີຄວາມຄົງທົນຍາວນານເກືອບ 6 ເດືອນ
ຄວາມສຳເລັດຄັ້ງນີ້ມີນັຍສຳຄັນຕໍ່ອຸດສາຫະກຳພະລັງງານສະອາດຢ່າງຍິ່ງ ເພາະຈະນຳໄປສູ່:
ແຜງໂຊລາເຊວປະສິດທິພາບສູງ ຜະລິດໄຟໄດ້ຫຼາຍຂຶ້ນໃນພື້ນທີ່ເທົ່າເດີມ
ຂະໜາດກະທັດຮັດ ປະຫຍັດພື້ນທີ່ ເໝາະສົມຢ່າງຍິ່ງກັບການຕິດຕັ້ງໃນເມືອງ ຫຼືເທິງອຸປະກອນຂະໜາດນ້ອຍ
ຄວາມທົນທານ ແລະຕົ້ນທຶນການຜະລິດ ໂດຍວັດສະດຸມີຄວາມທົນທານສູງ ແລະຜະລິດງ່າຍກວ່າເຊວແສງອາທິດແບບຊິລິຄອນໃນປັດຈຸບັນ
ເຖິງແມ່ນຈະຕ້ອງມີການຄົ້ນຄວ້າເພີ່ມເຕີມເພື່ອເຂົ້າໃຈກົນໄກຢ່າງສົມບູນ ແຕ່ການຄົ້ນພົບເທັກໂນໂລຊີໂຊລາເຊວໃໝ່ນີ້ ໄດ້ເປີດປະຕູສູ່ອະນາຄົດທີ່ມະນຸດຈະສາມາດໃຊ້ປະໂຫຍດຈາກພະລັງງານແສງອາທິດໄດ້ຢ່າງເຕັມປະສິດທິພາບ ແລະຍືນຍົງຍິ່ງຂຶ້ນ
ຂ່າວຈາກ: New
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,414 | 21,689 |
![]() THB | 652.50 | 664.90 |
![]() EUR | 23,712 | 24,187 |
![]() CNY | 2,904 | 2,962 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |